ພາສາລາວ

ຍຶດໝັ້ນການພັດທະນາແບບຍືນຍົງ ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກ

cri2021-11-11 11:41:20
Share
Share this with Close
Messenger Pinterest LinkedIn

ວັນທີ 11 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສ ທີ່ມີຫົວຂໍ້ວ່າ “ຍຶດໝັ້ນການພັດທະນາແບບຍືນຍົງ ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກ” ຕໍ່ກອງປະຊຸມສຸດຍອດຜູ້ນຳດ້ານອຸດສາຫະກຳການຄ້າຂອງອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຜ່ານທາງວີດີໂອຈາກນະຄອນຫຼວງປັກກິ່ງຕາມຄຳເຊື້ອເຊີນ.

ທ່ານສີຈິ້ນຜິງກ່າວວ່າ, ປະຈຸບັນນີ້, ພະຍາດໂຄວິດ-19 ຍັງແຜ່ລະບາດຢ່າງໜັກໜ່ວງຢູ່ທົ່ວໂລກ, ເສດຖະກິດໂລກຟື້ນຄືນຢ່າງລຳບາກ. ພາກພື້ນອາຊີປາຊີຟິກຄວນແບກຫາບຄວາມຮັບຜິດຊອບຂອງຍຸກສະໄໝຢ່າງກ້າຫານ, ເສີມຂະຫຍາຍບົດບາດນຳໜ້າ, ເດັດດ່ຽວກ້າວໄປສູ່ເປົ້າໝາຍການສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກ. ທ່ານສີຈິ້ນຜິງໄດ້ວາງຂໍ້ສະເໜີ 4 ຂໍ້, ຄື:

ໜຶ່ງ, ພະຍາຍາມສຸດຂີດເພື່ອຕ້ານກັບພະຍາດ. ຍິ່ງເປັນໄລຍະເວລາທີ່ຫຍຸ້ງຍາກລຳບາກ, ຍິ່ງຕ້ອງຮັກສາຄວາມໝັ້ນໃຈໃຫ້ເດັດດ່ຽວໜຽວແໜ້ນ, ແລະຍິ່ງຕ້ອງມີຄວາມສຸຂຸມ ແລະ ມານະຈິດອົດທົນ. ເມື່ອປະເຊີນໜ້າກັບການທົດສອບທີ່ພົວພັນເຖິງອະນາຄົດ ແລະ ຊາຕາກຳຂອງມວນມະນຸດ, ກຸ່ມເສດຖະກິດຕ່າງໆ ແລະ ວົງການຕ່າງໆຂອງອາຊີຟາຊີຟິກຕ້ອງຍຶດໝັ້ນໃນຫຼັກການທີ່ຖືປະຊາຊົນ ແລະ ຊີວິດໄວ້ໃນລະດັບສູງສຸດ, ເຊີດຊູນ້ຳໃຈວິທະຍາສາດ, ສາມັກຄີເປັນຈິດໜຶ່ງໃຈດຽວກັນ, ພະຍາຍາມຍາດເອົາໄຊຊະນະສຸດທ້າຍໃນການຕ້ານກັບພະຍາດໃຫ້ໄດ້ໃນທີ່ສຸດ.

ສອງ, ຍຶດໝັ້ນການເປີດປະຕູສູ່ພາຍນອກ ແລະ ການຮ່ວມມື. ຝ່າຍຕ່າງໆຄວນກຳແໜ້ນທ່າອ່ຽງລວມ, ເປັນເຈົ້າການເປີດກວ້າງການເປີດປະຕູສູ່ພາຍນອກຢ່າງຕັ້ງໜ້າ, ຊຸກຍູ້ໃຫ້ການຄ້າ ແລະ ການລົງທຶນຫັນເປັນເສລີ ແລະ ມີຄວາມສະດວກ, ເຮັດໃຫ້ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງມີຄວາມໝັ້ນທ່ຽງ ແລະ ໂລ່ງລ່ຽນ, ຊຸກຍູ້ການຟື້ນຟູເສດຖະກິດ, ບັນລຸການພັດທະນາແບບປະສານສົມທົບກັນ.

ສາມ, ຊຸກຍູ້ການຫັນປ່ຽນຮູບແບບການພັດທະນາຕາມທິດສີຂຽວ. ຕ້ອງຍຶດໝັ້ນໃນຫຼັກການທີ່ມີຄວາມຮັບຜິດຊອບຮ່ວມກັນ ແຕ່ມີພັນທະແຕກຕ່າງກັນ, ຈັດຕັ້ງປະຕິບັດ “ສັນຍາປາຣີ” ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໝາກຜົນຂອງກອງປະຊຸມໃຫຍ່ປະເທດພາຄີໃນສົນທິສັນຍາວ່າດ້ວຍຊີວະນານາພັນຄັ້ງທີ 15ໃຫ້ດີ, ຮ່ວມກັນເດີນຕາມເສັ້ນທາງການພັດທະນາຕາມທິດສີຂຽວ ກາກບອນຕ່ຳ ແລະ ຍືນຍົງ.

12全文 2 下一页

Share this story on

Messenger Pinterest LinkedIn