ພາສາລາວ

ຍຶດໝັ້ນການພັດທະນາແບບຍືນຍົງ ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກ

cri2021-11-11 11:41:20
Share
Share this with Close
Messenger Pinterest LinkedIn

ສີ່, ຊຸກຍູ້ການປະດິດສ້າງໃໝ່ຢ່າງຕັ້ງໜ້າ. ຕ້ອງເລັ່ງລັດການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ແລະ ລະບຽບການ, ຊຸກຍູ້ໃຫ້ໝາກຜົນດ້ານວິທະຍາສາດເຕັກໂນໂລຊີຫັນປ່ຽນເປັນກຳລັງການຜະລິດ, ເສີມສ້າງແຮງຂັບເຄື່ອນອັນໃໝ່ໃນການພັດທະນາເສດຖະກິດ. ເພີ່ມທະວີການປະສານງານໃນການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີລະຫວ່າງສະມາຊິກອົງການAPEC, ສ້າງສະພາບແວດລ້ອມທີ່ເປີດກວ້າງ ຍຸຕິທຳ ເປັນທຳ ແລະ ບໍ່ມີການຈຳແນກໃຫ້ແກ່ການພັດທະນາວິທະຍາສາດເຕັກໂນໂລຊີ. ວົງການອຸດສາຫະກຳການຄ້າ ຄວນພະຍາຍາມໃຫ້ກາຍເປັນກຳລັງຫຼັກແຫຼ່ງໃນການທຸ່ມເທເຂົ້າໃນການຄົ້ນຄວ້າພັດທະນາ ແລະ ຫັນປ່ຽນໝາກຜົນດ້ານວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນກຳລັງການຜະລິດຕົວຈິງ.

ທ່ນສີຈິ້ນຜິງກ່າວຕື່ມວ່າ, ຈີນໄດ້ບັນລຸເປົ້າໝາຍທີ່ສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານຕາມເວລາກຳນົດ, ໄດ້ເປີດຂະບວນການໃໝ່ທີ່ສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ, ສິ່ງນີ້ຈະສ້າງໂອກາດອັນໃຫຍ່ຫຼວງກວ່າເກົ່າໃຫ້ກັບພາກພື້ນອາຊີປາຊີຟິກ. ຈີນຈະເດັດດ່ຽວຊຸກຍູ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ເພີ່ມແຮງຊຸກດັນໃຫ້ແກການພັດທະນາເສດຖະກິດຂອງພາກພື້ນອາຊີປາຊີຟິກ. ຊຸກຍູ້ການຫັນປ່ຽນຮູບແບບການພັດທະນາຕາມທິດສີຂຽວຢ່າງຮອບດ້ານ, ປະກອບສ່ວນເຂົ້າໃນການສ້າງຄວາມສິວິໄລດ້ານນິເວດຂອງອາຊີປາຊີຟິກກໍຄື ຂອງໂລກ. ອອກແຮງຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງພາກພື້ນອາຊີປາຊີຟິກ. ຍຶດໝັ້ນໃນລັດທິຫຼາຍຝ່າຍທີ່ແທ້ຈິງ, ຕັ້ງໜ້າເຂົ້າຮ່ວມການຄຸ້ມຄອງເສດຖະກິດໂລກ, ຊຸກຍູ້ການສ້າງເສດຖະກິດໂລກແບບເປີດກວ້າງ.

Share with:

2021-11-11 11:41:20 CRI

ຍຶດໝັ້ນການພັດທະນາແບບຍືນຍົງ ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກ

首页上一页12 2

Share this story on

Messenger Pinterest LinkedIn