ພາສາລາວ

ທະຫານອາເມຣິກາໜີອອກໄປແລ້ວ ແຕ່ນັກທຸລະກິດຂາຍອາວຸດຂອງອາເມຣິກາກໍ “ຮັ່ງຂຶ້ນແລ້ວ”!

cri2021-08-26 19:17:51
Share
Share this with Close
Messenger Pinterest LinkedIn

ປີ 2011, ທ່ານຈູລຽນ ແອດຊັນ ຜູ້ສ້າງຕັ້ງບໍລິສັດວີກີລີກສຂອງອາເມຣິກາໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ຈຸດປະສົງການກໍ່ສົງຄາມຢູ່ອັຟການິສະຖານຂອງອາເມຣິກາ ກໍແມ່ນຢາກສວຍໃຊ້ອັຟການິສະຖານ ເພື່ອຟອກເງິນຈາກພາສີອາກອນຂອງອາເມຣິກາແລະເອີຣົບ, ໃນທີ່ສຸດ, ເງິນເຫຼົ່ານີ້ ກໍ່ຈະກັບຄືນເຂົ້າກະເປົາເງິນຂອງຊົນຊັ້ນສູງຂອງອາເມຣິກາ. ພວກເຂົາເຈົ້າຈະບໍ່ສົນໃຈວ່າ: ສົງຄາມຈະໄດ້ຮັບໄຊຊະນະຫຼືບໍ່.

ຕະຫຼອດໄລຍະ 20 ປີຜ່ານມາ, ປະຊາຊົນທຳມະດາສາມັນຢູ່ອັຟການິສະຖານ 1 ແສນກວ່າຄົນ ໄດ້ເສຍຊີວິດຍ້ອນອາເມຣິກາແລະພັນທະມິດຂອງເຂົາ, ຍັງມີ 10 ກວ່າລ້ານຄົນຈຳເປັນຕ້ອງຊັດເຊພະເນຈອນ. ເລືອດຂອງປະຊາຊົນອັຟການິສະຖານ ໄດ້ໄຫຼແປດເປື້ອນເງິນຄຳທີ່ຢູ່ໃນກະເປົາຂອງນັກທຸລະກິດຄ້າຂາຍອາວຸດຂອງອາເມຣິກາ. ບໍ່ວ່າອະນາຄົດຂອງອັຟການິສະຖານ ຈະເປັນໄປຄືແນວໃດ, ແຕ່ອາເມຣິກາຈະບໍ່ສາມາດລຶບລ້າງປະຫວັດສາດທີ່ອັບປະຍົດທີ່ສຸດນີ້ໄດ້.

Share with:

2021-08-26 19:17:51 cri

ທະຫານອາເມຣິກາໜີອອກໄປແລ້ວ ແຕ່ນັກທຸລະກິດຂາຍອາວຸດຂອງອາເມຣິກາກໍ “ຮັ່ງຂຶ້ນແລ້ວ”!

首页上一页12 2

Share this story on

Messenger Pinterest LinkedIn