ພາສາລາວ

ທະຫານອາເມຣິກາໜີອອກໄປແລ້ວ ແຕ່ນັກທຸລະກິດຂາຍອາວຸດຂອງອາເມຣິກາກໍ “ຮັ່ງຂຶ້ນແລ້ວ”!

cri2021-08-26 19:17:51
Share
Share this with Close
Messenger Pinterest LinkedIn

ຕະຫຼອດໄລຍະ 20 ປີຜ່ານມາ, ອາເມຣິກາໄດ້ເສຍງົບປະມານຫຼາຍພັນຕື້ໂດລາສະຫະລັດ ແລະ ທະຫານອາເມຣິກາໄດ້ເສຍຊີວິດຫຼາຍພັນຄົນຢູ່ອັຟການິສະຖານ, ຍ້ອນຈຸດປະສົງຢາກສ້າງປະເທດປະຊາທິປະໄຕແບບຕາເວັນຕົກຢູ່ອັຟການິສະຖານ.

ແຕ່ວ່າ: ພາຍຫຼັງກຸ່ມຕາລີບັນໄດ້ຍຶດຄອງອັຟການິສະຖານໄດ້ໄວແບບເໜືອຄວາມຄາດຄິດຂອງຄົນທັງຫຼາຍແລ້ວ, ຈຸດປະສົງຂອງອາເມຣິກາໄດ້ກາຍເປັນຄວາມເພີ້ຝັນທັງໝົດ, ກອງທັບອາເມຣິກາ ທີ່ຖືກຍ້ອງໃຫ້ເປັນກອງທັບທີ່ເຂັ້ມແຂງທີ່ສຸດໃນໂລກ ໄດ້ພາກັນໜີອອກຈາກອັຟການິສະຖານຢ່າງຟ້າວຟັ່ງ, ແມ່ນແຕ່ຂັ້ນຕອນການໜີອອກຈາກອັຟການິສະຖານທີ່ວາງໄວ້ໃຫ້ເປັນລະບຽບຮຽບຮ້ອຍ ກໍໄດ້ກາຍເປັນຄວາມເພີ້ຝັນເຊັ່ນກັນ.

ໜ່ວຍງານຄົ້ນຄວ້າຫົວຂໍ້ “ຕົ້ນທຶນສົງຄາມ” ຂອງມະຫາວິທະຍໄລບຣາວຂອງອາເມຣິກາ ໄດ້ຄາດຄະເນຕົ້ນທຶນຂອງສົງຄາມໃນອັຟການິສະຖານວ່າ: ນັບລວມແລ້ວ, ອາເມຣິກາໄດ້ເສຍງົບທາງການທະຫານຢູ່ອັຟການິສະຖານປະມານ 2.260 ຕື້ໂດລາສະຫະລັດ, ເທົ່າກັບວ່າ ຕະຫຼອດໄລຍະ 20 ປີຜ່ານມາ, ຄິດສະເລ່ຍແລ້ວ, ມື້ໜຶ່ງ ອາເມຣິກາຕ້ອງເສຍງົບປະມານ 300 ລ້ານໂດລາສະຫະລັດຢູ່ອັຟການິສະຖານ! ນອກນັ້ນ, ອີງຕາມການລາຍງານຂ່າວຂອງຂ່າວສານອາເປຂອງອາເມຣິກາໄດ້ໃຫ້ຮູ້ວ່າ: ອາເມຣິກາໄດ້ລະດົມທຶນເປັນຈຳນວນຫຼວງຫຼາຍ ເພື່ອກໍ່ສົງຄາມຢູ່ອັຟການິສະຖານ. ເມື່ອຮອດປີ 2050, ຕົ້ນທຶນແລະດອກເບ້ຍຂອງໜີ້ສິນໃນການລະດົມທຶນດັ່ງກ່າວ ຈະສູງເຖິງ 6.500 ຕື້ໂດລາສະຫະລັດ ເຊິ່ງຍັງບໍ່ທັນລວມຄ່າປິ່ນປົວສຳລັບທະຫານທີ່ຖືກບາດເຈັບ ຫຼື ພິການ ແລະ ຄ່າໃຊ້ຈ່າຍອື່ນໆໃນສົງຄາມອັຟການິສະຖານ.

ເຖິງວ່າການປະລາໄຊໃນສົງຄາມອັຟການິສະຖານ ໄດ້ທຳລາຍພາບພົດຂອງອາເມຣິກາໃນສາກົນຢ່າງໜັກໜ່ວງກໍຕາມ, ແຕ່ນັກທຸລະກິດຄ້າຂາຍອາວຸດຂອງອາເມຣິກາພັດ ໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ ຕະຫຼອດໄລຍະ 20 ປີ ທີ່ເຮັດສົງຄາມຢູ່ອັຟການິສະຖານ. ຕະຫຼອດໄລຍະ 20 ປີຜ່ານມາ, ລາຄາຫຸ້ນຂອງບໍລິສັດນອດທຣູບ ກຣຳແມນ ທີ່ເປັນບໍລິສັດຜະລິດອາວຸດຂອງອາເມຣິກາ ໄດ້ເພີ່ມຂຶ້ນເກືອບ 880%, ລາຄາຫຸ້ນຂອງບໍລິສັດລັອກຮີດ ມາຕິນ ໄດ້ເພີ່ມຂຶ້ນ 834%, ລາຄາຫຸ້ນຂອງບໍລິສັດໂບອິງ ໄດ້ເພີ່ມຂຶ້ນ 439% ແລະ ລາຄາຫຸ້ນຂອງບໍລິສັດເຈເນີໂຣ ໄດນາມິກສ ໄດ້ເພີ່ມຂຶ້ນ 422%. ຄະນະບໍລິຫານງານຂອງບໍລິສັດເຫຼົ່ານີ້ ລວມທັງອະດີດລັດຖະມົນຕີກະຊວງປ້ອງກັນປະເທດ, ອະດີດຜູ້ບັນຊາການສູງສຸດກອງທັບເຮືອ ແລະ ອະດີດສະມາຊິກລັດຖະສະພາອາເມຣິກາ. ພວກເຂົາໄດ້ “ຮັ່ງຂຶ້ນ” ຍ້ອນສົງຄາມອັຟການິສະຖານ, ເຖິງວ່າອັຟການິສະຖານທຸກຍາກທີ່ສຸດກໍຕາມ, ແຕ່ພັດໄດ້ກາຍເປັນ “ຂຸມຄຳ” ຂອງນັກທຸລະກິດຄ້າຂາຍອາວຸດຂອງອາເມຣິກາ.

12全文 2 下一页

Share this story on

Messenger Pinterest LinkedIn