ພາສາລາວ

ເປັນຫຍັງບັນດາປະເທດອາຟຣິກາຈຶ່ງໃຫ້ການສະໜັບສະໜູນຈີນແຕ່ຄັດຄ້ານປະເທດຕາເວັນຕົກກ່ຽວກັບບັນຫາສິດທິມະນຸດ?

cri2021-05-12 17:29:19
Share
Share this with Close
Messenger Pinterest LinkedIn

ນອກນີ້ຍັງມີຊາວເນັດເວົ້າໂດຍກົງວ່າ: “ພວກເຮົາບໍ່ເປັນກັງວົນນຳຄົນຈີນ, ເຂົາເຈົ້າມາດຳເນີນທຸລະກິດຢູ່ອາຟຣິກາ, ຖ້າວ່າພວກເຮົາປະຕິເສດບໍ່ຍອມຮັບຄົນຈີນເຂົາເຈົ້າກໍຈະອອກໄປເອງ. ແຕ່ຖ້າພວກເຮົາປະຕິເສດບໍ່ຍອມຮັບປະເທດຕາເວັນຕົກ, ເຂົາເຈົ້າກໍຈະໃຊ້ວິທີລອບສັງຫານ, ຮຸກຮານແລະໃຊ້ບໍລິສັດຂ້າມຊາດລັກເອົາຊັບພະຍາກອນຂອງພວກເຮົາ.”

ເປັນເວລາດົນນານມາແລ້ວ, ຈີນໄດ້ຕອບໂຕ້ຂ່າວລືແລະການໃສ່ຮ້າຍປ້າຍສີຈີນທີ່ບິດເບືອນຄວາມຈິງແລະບໍ່ໜ້າເຊື່ອຖືທີ່ຄ້າຍຄືກັບບົດຄວາມຂອງ BBC, ໃນເວລາຢ້ຽມຢາມ 5 ປະເທດອາຟຣິກາເຊັ່ນ: ນີເຊຣີແລະປະເທດອື່ນໆໃນຕົ້ນປີນີ້ຕາມຄຳເຊີນ, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຕອບໂຕ້ສື່ປະເທດຕາເວັນຕົກອີກຄັ້ງໜຶ່ງຕາມຄວາມເປັນຈິງວ່າ: ນັບມາຮອດປັດຈຸບັນ, ຈີນໄດ້ໃຫ້ການຊ່ວຍເຫຼືອບັນດາປະເທດອາຟຣິກາສ້າງທາງລົດໄຟຍາວກວ່າ 6.000 ກິໂລແມັດແລະທາງຫຼວງຍາວກວ່າ 6.000 ກິໂລແມັດ, ໄດ້ສ້າງທ່າກ່ຳປັ່ນປະມານ 20 ແຫ່ງ, ສ້າງຖານຜະລິດກະແສໄຟຟ້າຂະໜາດໃຫຍ່ 80 ກວ່າແຫ່ງ, ໄດ້ຊ່ວຍສ້າງສິ່ງອຳນວຍຄວາມສະດວກໃນການປິ່ນປົວພະຍາດ 130 ກວ່າແຫ່ງ, ສະໜາມກິລາ 45 ແຫ່ງແລະໂຮງຮຽນ 170 ກວ່າແຫ່ງ, ໄດ້ສົ່ງທິມງານຜູ້ຊ່ຽວຊານໄປປິ່ນປົວພະຍາດ 21 ພັນເທື່ອຄົນຢູ່ 48 ປະເທດອາຟຣິກາ, ແລະໄດ້ປິ່ນປົວຄົນເຈັບຊາວອາຟຣິກາຫຼາຍກວ່າ 220 ລ້ານເທື່ອຄົນ.

ແນວຄິດຜູ້ຮ້າຍອ້າຍໂຈນຂອງປະເທດຕາເວັນຕົກທີ່ຖືໂຕເອງສຳຄັນຄືເກົ່າຍັງຄືກັບກ່ອນໜ້ານີ້ຫຼາຍຮ້ອຍປີ, ເຂົາເຈົ້າຍັງບໍ່ຍອມຮັບປະເທດຈີນທີ່ພວມພັດທະນາກ້າວກະໂດດ, ຖ້າວ່າພຽງແຕ່ຮູ້ເບິ່ງປະເທດຈີນດ້ວຍສາຍຕາທີ່ລຳອຽງຂອງຕົນ, ກໍຈະບໍ່ສາມາດເຂົ້າໃຈການກະທຳຂອງຈີນໄດ້ຈົນເທົ່າໃດໆ. ປະເທດອາຟຣິກາມີຄວາມໄວ້ເນື້ອເຊື່ອໃຈແລະສະໜັບສະໜູນປະເທດຈີນກໍໄດ້ພິສູດໃຫ້ເຫັນສັດຈະທຳທີ່ວ່າ: ຜູ້ຍຶດຖືຄວາມເປັນທຳຈະໄດ້ໃຈຄົນ, ຜູ້ອະທຳຜູ້ຄົນຈະແໜງໜ່າຍ.

Share with:

2021-05-12 17:29:19 cri

ເປັນຫຍັງບັນດາປະເທດອາຟຣິກາຈຶ່ງໃຫ້ການສະໜັບສະໜູນຈີນແຕ່ຄັດຄ້ານປະເທດຕາເວັນຕົກກ່ຽວກັບບັນຫາສິດທິມະນຸດ?

首页上一页12 2

Share this story on

Messenger Pinterest LinkedIn