ພາສາລາວ

ເປັນຫຍັງບັນດາປະເທດອາຟຣິກາຈຶ່ງໃຫ້ການສະໜັບສະໜູນຈີນແຕ່ຄັດຄ້ານປະເທດຕາເວັນຕົກກ່ຽວກັບບັນຫາສິດທິມະນຸດ?

cri2021-05-12 17:29:19
Share
Share this with Close
Messenger Pinterest LinkedIn

ວັນທີ 2 ພຶດສະພານີ້, ບໍລິສັດວິທະຍຸກະຈາຍສຽງອັງກິດຫຼື BBC ໄດ້ພິມບົດຄວາມທີ່ພາດຫົວຂໍ້ວ່າ: “ເປັນຫຍັງປະເທດອາຟຣິກາຈຶ່ງສະໜັບສະໜູນຈີນແຕ່ຄັດຄ້ານປະເທດຕາເວັນຕົກກ່ຽວກັບບັນຫາສິດທິມະນຸດ?” ໃນດ້ານໜຶ່ງ, ບົດຄວາມໄດ້ຍອມຮັບວ່າປະເທດຈີນແລະບັນດາປະເທດອາຟຣິກາໄດ້ສ້າງສາຍພົວພັນນຳກັນຢ່າງໃກ້ຊິດເປັນເວລາຫຼາຍສິບປີຜ່ານມາແລ້ວ, ປັດຈຸບັນສອງຝ່າຍຍັງໄດ້ດຳເນີນການຮ່ວມມືໃນຂົງເຂດການລົງທຶນແລະວັກຊີນ, ບົດຄວາມຍັງໄດ້ນຳເອົາທັດສະນະແລະທ່າທີທີ່ຕັ້ງໜ້າຂອງເຈົ້າໜ້າທີ່ການທູດຂອງບັນດາປະເທດອາຟຣິກາຈຳນວນໜຶ່ງມາສະໜັບສະໜູນບົດຄວາມ. ແຕ່ອີກດ້ານໜຶ່ງ, ບົດຄວາມໄດ້ຈົງໃຈສ້າງເລື່ອງດ້ວຍການວິເຄາະໃນເລື່ອງທີ່ຈີນຊ່ວຍເຫຼືອປະເທດອາຟຣິກາສ້າງພື້ນຖານໂຄງລ່າງ, ໃຊ້ຖ້ອຍຄວາມອັນທີ່ເອີ້ນວ່າ: “ກັບດັກໜີ້ສິນ”, “ກົນອຸບາຍ” ເພື່ອໃສ່ຮ້າຍປ້າຍສີປະເທດຈີນຈົນສຸດຄວາມສາມາດຂອງຕົນ.

ແຕ່ວ່າສິ່ງເຫຼົ່ານີ້ລ້ວນແຕ່ແມ່ນການກະກຽມເພື່ອກໍ່ໃຫ້ເກີດຄວາມສົງໃສໃນທີ່ສຸດຄື: ເປັນຫຍັງຈີນ “ມີບັນຫາສິດທິມະນຸດຢ່າງໜັກໜ່ວງ”, ແຕ່ບັນດາປະເທດອາຟຣິກາພັດໃຫ້ການສະໜັບສະໜູນຈີນນັບມື້ນັບຫຼາຍຂຶ້ນ, ຈົນເຖິງຂັ້ນມີຄວາມເຫັນເປັນປໍລະປັກກັບປະເທດຕາເວັນຕົກ?

ອ່ານບົດຄວາມດັ່ງກ່າວແລ້ວ, ເບິ່ງຄືວ່າ BBC ບໍ່ເຂົ້າໃນເລີຍເພາະວ່າໃນທັດສະນະຂອງເຂົານັ້ນ, ປະເທດຈີນເປັນປະເທດໃຊ້ອຳນາດບາດໃຫຍ່ແບບນີ້, ເປັນຫຍັງປະເທດອາຟຣິກາຍັງເຂົ້າຂ້າງຈີນ?

ແຕ່ວ່າພາຍຫຼັງບົດຄວາມດັ່ງກ່າວລົງພິມໄດ້ບໍ່ດົນປານໃດ, BBC ກໍໄດ້ພົບເຫັນຄຳຕອບຈາກຊາວເນັດທັງຫຼາຍ. ເມື່ອໄດ້ເຫັນຄວາມສົງໃສຂອງ BBC ແລ້ວ, ຊາວເນັດທັງຫຼາຍກໍໄດ້ໃຫ້ຄຳຕອບແກ່ BBC ຢ່າງ “ກົງໄປກົງມາ.”

ໃນຂໍ້ຄວາມໜຶ່ງຢູ່ລຸ່ມບົດຄວາມດັ່ງກ່າວທີ່ມີການກົດໄລຫຼາຍທີ່ສຸດ, ຊາວເນັດຜິວດຳຄົນໜຶ່ງໄດ້ພົສຮູບພາບຂາວດຳເກົ່າຫຼາຍໃບ, ຮູບພາບເຫຼົ່ານີ້ໄດ້ບັນທຶກພາບທີ່ປະຊາຊົນອາຟຣິກາຖືກພວກລ່າເມືອງຂຶ້ນອັງກິດລົງໂທດຢ່າງໂຫດຮ້າຍດ້ວຍການຕັດມືໃນຕົ້ນສະຕະວັດທີ 20 ແລະກ່າວວ່າ: “ພາບແຜ່ນດຽວກໍດີກວ່າຄຳອະທິບາຍຫຼາຍເທົ່າ, ຮູບຖ່າຍເຫຼົ່ານີ້ໄດ້ອະທິບາຍແຈ້ງແລ້ວວ່າ: ເປັນຫຍັງປະຊາຊົນອາຟຣິກາຮູ້ສຶກປວດຮາກທີ່ປະເທດຕາເວັນຕົກຂີ້ຄຸຍຂີ້ໂມ້ວ່າປະເທດຕົນເຄົາລົບນັບຖືສິດທິມະນຸດ.”

12全文 2 下一页

Share this story on

Messenger Pinterest LinkedIn