ພາສາລາວ

ແຫຼ່ງກຳເນີດຄວາມວຸ້ນວາຍຂອງໂລກກໍຄືອາເມຣິກາ

cri2021-04-22 17:00:45
Share
Share this with Close
Messenger Pinterest LinkedIn

ໃນດ້ານການສົ່ງອອກ, ອາເມຣິກາແມ່ນນັກຂາຍອາວຸດໃຫຍ່ທີ່ສຸດຂອງໂລກ. ບໍລິສັດຜະລິດອາວຸດທັງຫຼາຍຂອງອາເມຣິກາສາມາດຂາຍອາວຸດໃຫ້ກັບປະເທດຕ່າງໆໂດຍບໍ່ຕ້ອງຜ່ານການອະນຸມັດຈາກລັດຖະບານ. ເປັນຫຍັງຢູ່ທຸກແຫ່ງຫົນທີ່ເກີດຄວາມວຸ້ນວາຍແລະພວກກໍ່ການຮ້າຍລ້ວນແຕ່ມີອາວຸດທີ່ຜະລິດຢູ່ອາເມຣິກາຢ່າງຫຼວງຫຼາຍ? ກໍເປັນຍ້ອນວ່າອາເມຣິກາໄດ້ຂາຍອາວຸດຢ່າງເສລີ.

ນອກຈາກນີ້, ອາເມຣິກາຍັງໄດ້ສ້າງຖານທັບປະມານ 800 ແຫ່ງຢູ່ແຫ່ງຕ່າງໆຂອງໂລກ, ມີທະຫານອາເມຣິກາປະຈຳຢູ່ຕ່າງປະເທດປະມານ 2 ແສນຄົນ, ໃນໄລຍະເວລາ 200 ກວ່າປີທີ່ອາເມຣິກາສະຖາປະນາປະເທດຂຶ້ນມານີ້, ມີພຽງແຕ່ 10 ປາຍປີທີ່ບໍ່ເຮັດສົງຄາມ.

ປີ 2003, ອາເມຣິກາໄດ້ກໍ່ສົງຄາມຢູ່ອີຣັກດ້ວຍຂໍ້ອ້າງທີ່ວ່າອີຣັກມີ “ອາວຸດທີ່ມີແສນຍານຸພາບລ້າງຜານສູງ”ແລະ “ປົດປ່ອຍ” ປະຊາຊົນອີຣັກ, ແຕ່ວ່າຈົນມາຮອດປັດຈຸບັນ, ອັນທີ່ວ່າ“ອາວຸດເຄມີ” ທີ່ອາເມຣິກາອ້າງເພື່ອກໍ່ສົງຄາມຢູ່ອີຣັກນັ້ນຍັງບໍ່ທັນພົບເຫັນເລີຍ. ໃນການເຈລະຈາຄັ້ງຫຼ້າສຸດລະຫວ່າງອາເມຣິກາກັບອີຣັກ, ອາເມຣິກາໄດ້ໃຫ້ຄຳໝັ້ນສັນຍາວ່າຈະຖອນທະຫານອອກຈາກອີຣັກທັງໝົດ. ເບິ່ງແລ້ວກໍຈະເຫັນວ່າສົງຄາມອີຣັກຄັ້ງນີ້ອາດຈະສິ້ນສຸດລົງແບບບໍ່ຈະແຈ້ງ.

ຄ້າຍຄືກັນກັບອີຣັກເຊັ່ນ: ຫວຽດນາມ, ລີບີ, ໂຊມາລີ, ອັຟການີສະຖານ, ຊີລີແລະປະເທດອື່ນໆກໍຖືກອາເມຣິກາກໍ່ສົງຄາມໂຈມຕີ. ວິທີທີ່ອາເມຣິການຳໃຊ້ນັ້ນກໍຄືກັນທັງໝົດ. ໃນຫຼາຍປີຜ່ານມາ, ອາເມຣິກາໄດ້ສ້າງຮູບແບບເພື່ອກໍ່ສົງຄາມຮູບແບບໜຶ່ງ, ແລະນຳໃຊ້ຮູບແບບການກໍ່ສົງຄາມດັ່ງກ່າວຢູ່ທຸກແຫ່ງຫົນຂອງໂລກ, ນັ້ນກໍຄື: ປະທານາທິບໍດີອາເມຣິກາເປັນຜູ້ອອກສານຍົກຜົນ, ອົງການຂ່າວລັບອາເມຣິກາສ້າງຫຼັກຖານປອມ, ແລ້ວກອງທັບອາເມຣິກາແລະປະເທດພັນທະມິດຂອງອາເມຣິກາກໍເຂົ້າໂຈມຕີເປົ້າໝາຍຂອງປະເທດນັ້ນຢ່າງແມ່ນຢຳ. ຕາມສະຖິຕິທີ່ນັບບໍ່ຖ້ວນ, ນັບແຕ່ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງຫາປີ 2001, ໃນທົ່ວໂລກໄດ້ເກີດມີການໂຈມຕີກັນດ້ວຍກຳລັງອາວຸດ 248 ເທື່ອ, ໃນນັ້ນມີ 201 ເທື່ອແມ່ນອາເມຣິກາກໍ່ຂຶ້ນ, ເຊິ່ງໄດ້ກວມເຖິງ 81%.

ນີ້ກໍຄືປະເທດອາເມຣິກາ, ປະເທດທີ່ມີອາວຸດທົ່ວທີບ; ນີ້ກໍຄືອາເມຣິກາ, ປະເທດທີ່ກໍ່ສົງຄາມຕາມລຳພັງໃຈໄປທົ່ວໂລກດ້ວຍຂໍ້ອ້າງປະຊາທິປະໄຕແລະສິດທິມະນຸດ, ນີ້ເປັນການສ້າງມະຫັນຕະໄພດ້ານມະນຸດສະທຳຢ່າງຮ້າຍແຮງ. ສະນັ້ນ, ໃນໂລກນີ້, ແຫຼ່ງກຳເນີດຄວາມວຸ້ນວາຍບໍ່ແມ່ນປະເທດອື່ນ, ຫາກແມ່ນອາເມຣິການັ້ນເອງ!

Share with:

2021-04-22 17:00:45 cri

ແຫຼ່ງກຳເນີດຄວາມວຸ້ນວາຍຂອງໂລກກໍຄືອາເມຣິກາ

首页上一页12 2

Share this story on

Messenger Pinterest LinkedIn