ພາສາລາວ

ແຫຼ່ງກຳເນີດຄວາມວຸ້ນວາຍຂອງໂລກກໍຄືອາເມຣິກາ

cri2021-04-22 17:00:45
Share
Share this with Close
Messenger Pinterest LinkedIn

ຕອນຄ່ຳວັນທີ 15 ເມສານີ້, ນະຄອນອິນດຽນນາໂປລິສຂອງອາເມຣິກາໄດ້ເກີດເຫດຍິງປື່ນໃສ່ກັນຢ່າງຂະໜາດໃຫຍ່, ເຈົ້າໜ້າທີ່ຕຳຫຼວດອາເມຣິກາໄດ້ເປີດເຜີຍໃຫ້ຮູ້ວ່າ: ມີ 8 ຄົນເສຍຊີວິດໃນເຫດການດັ່ງກ່າວແລະມີຫຼາຍຄົນບາດເຈັບ. ວັນທີ 16 ເມສານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ອອກຄຳສັ່ງໃຫ້ທຳນຽບຂາວແລະອາຄານສະຖານທີ່ຕ່າງໆຂອງລັດຖະບານອາເມຣິກາຊັກທຸງຊາດລົງເຄິ່ງເສົາເພື່ອໄວ້ອາໄລຜູ້ປະສົບເຄາະຮ້າຍ 8 ຄົນນັ້ນ. ນີ້ເປັນຄັ້ງທີ 3 ແລ້ວທີ່ອາເມຣິກາຊັກທຸງຊາດລົງເຄິ່ງເສົາຍ້ອນເຫດການຍິງກັນຂະໜາດໃຫຍ່ນັບແຕ່ທ່ານໂຈ ໄບເດັນຂຶ້ນດຳລົງຕຳແໜ່ງເປັນປະທານາທິບໍດີອາເມຣິກາໃນສອງເດືອນເປັນຕົ້ນມາ.

ໃນເມື່ອບໍ່ດົນມານີ້, ເວັບໄຊສຸມໃສ່ແຜນການຄົ້ນຄວ້ານະໂຍບາຍການຕ່າງປະເທດອາເມຣິກາໄດ້ລົງພິມບົດຄວາມທີ່ພາດຫົວຂໍ້ວ່າ: “ສະຖານທີ່ສັງຫານໝູ່: ອາເມຣິກາຄືເຄື່ອງຈັກຂ້າຄົນຂະໜາດໃຫຍ່”. ບົດຄວາມຊີ້ອອກວ່າ, ວັດທະນະທຳຖືອາວຸດຂອງອາເມຣິກາກໍຄືເຄືອຂ່າຍໃຫຍ່ທີ່ປົກຫຸ້ມທົ່ວໂລກ, ຄົນທັງຫຼາຍບໍ່ໄດ້ສົນໃຈນຳຜົນທຳລາຍທີ່ເກີດຈາກວັດທະນະທຳຖືອາວຸດຂອງອາເມຣິກາຫຼາຍພໍປານໃດ, ແຕ່ຖ້າໄດ້ສົນໃຈແລ້ວກໍສາມາດພົບເຫັນວ່າ: ອາເມຣິກາແມ່ນສະຖານທີ່ສັງຫານໝູ່ຂອງໂລກ. ບົດຄວາມໄດ້ຍົກຕົວຢ່າງວ່າ: 5 ບໍລິສັດຜະລິດອາວຸດໃຫຍ່ຂອງໂລກຄື: ບໍລິສັດ ລອກຮີດ ມາຕີນ(Lockheed Martin), ບໍລິສັດໂບອີງ, ບໍລິສັດ ນອດທຣົບ ກຮຳແມນ (Northrop Grumman), ບໍລິສັດ ເຣທິອອນ (Raytheon) ແລະບໍລິສັດ ເຈນເນໂຣ ເອເລັກຕຣິກ (General Electric) ລ້ວນແຕ່ຕັ້ງຢູ່ອາເມຣິກາ, “ໃນທົ່ວໂລກ, ອາເມຣິກາກໍແມ່ນມະຫາອຳນາດທາງດ້ານອາວຸດ.”

ຕາມສະຖິຕິໄດ້ຊີ້ໃຫ້ເຫັນວ່າ: ປະຊາຊົນອາເມຣິກາມີປືນໄວ້ໃນຄອບຄອງເຖິງ 400 ລ້ານກະບອກ, ສະເລ່ຍຕໍ່ຫົວຄົນແລ້ວຫຼາຍກວ່າ 1 ກະບອກຕໍ່ຄົນ, ຖ້າວ່າຄິດໄລແຕ່ຜູ້ໃຫຍ່ເທົ່ານັ້ນ, ສະເລ່ຍແລ້ວແຕ່ລະຄົນເກືອບມີປືນຢູ່ໃນຄອບຄອງ 2 ກະບອກຕໍ່ຄົນ. ໃນໄລຍະເວລາທີ່ທ່ານໂຈ ໄບເດັນດຳລົງຕຳແໜ່ງເປັນປະທານາທິບໍດີນີ້, ອາເມຣິກາໄດ້ເກີດເຫດການຍິງກັນຂະໜາດໃຫຍ່ຫຼາຍສິບຄັ້ງ. ແຕ່ນັກການເມືອງອາເມຣິກາທັງຫຼາຍພັດບໍ່ຢາກປ່ຽນແປງຫຍັງເລີຍກ່ຽວກັບອາວຸດ, ຍິ່ງກວ່ານັ້ນມີນັກການເມືອງຈຳນວນບໍ່ໜ້ອຍໄດ້ຄັດຄ້ານການຄຸ້ມຄອງອາວຸດຢ່າງເດັດຂາດ.

12全文 2 下一页

Share this story on

Messenger Pinterest LinkedIn