ພາສາລາວ

ຄົນທີ່ມັກຂົ່ມຂູ່ຄົນອື່ນ ຈິ່ງຖືເອົາໝົດທຸກຄົນເປັນໄພຂົ່ມຂູ່

cri2021-03-18 20:11:37
Share
Share this with Close
Messenger Pinterest LinkedIn

ເຖິງວ່າອາເມຣິກາມັກໃຊ້ວາທະຫຼອກລວງ “ໄພຂົ່ມຂູ່ຈາກຈີນ” ເພື່ອລ້າງສະໝອງຂອງປະຊາຊົນອາເມຣິກາ, ແຕ່ກໍມີບຸກຄົນທີ່ເບິ່ງກວ້າງເຫັນໄກ ໄດ້ກ່າວຕອບໂຕ້ຖ້ອຍຄວາມທີ່ຜິດພາດຂອງນັກການເມືອງອາເມຣິກາ. ຫວ່າງມໍ່ໆມານີ້, ທ່ານ ຣີຊາດ ເດີ ໂວຟ ສາສະດາຈານເສດຖະສາດທີ່ມີຊື່ສຽງຂອງອາເມຣິກາ ໄດ້ກ່າວປາຖະໜາຜ່ານທາງວິດີໂອວ່າ: “ໄພຂົ່ມຂູ່ຈາກຈີນ” ທີ່ໃສ່ຮ້າຍປ້າຍສີຈີນແບບນີ້ ຄວນຖືກດັດແກ້ໄດ້ແລ້ວ.

ທ່ານຊີ້ອອກວ່າ: ຄວາມແຕກໂຕນກັນລະຫວ່າງຈີນແລະອາເມຣິກາ ບໍ່ໃຫຍ່ໂຕຄືສິ່ງທີ່ເຮົາຄາດຄິດໄວ້, ການຖືຈີນເປັນ “ປະເທດຕ່າງໝູ່” ແມ່ນບໍ່ມີຄວາມຈຳເປັນ. ທ່ານໄດ້ຍົກຕົວຢ່າງຂຶ້ນມາ ວິເຄາະຄວາມດີເລີດດ້ານລະບອບຂອງຈີນວ່າ: ກ່ອນອື່ນໝົດແມ່ນ: ລະບອບຂອງຈີນໄດ້ເສີມຂະຫຍາຍບົດບາດອັນພົ້ນເດັ່ນ ໃນການຊຸກຍູ້ການພັດທະນາຂອງເສດຖະກິດ. ສອງ, ຄວາມດີເລີດດ້ານລະບອບຂອງຈີນ ໄດ້ເຮັດໃຫ້ລັດຖະບານສາມາດປຸກລະດົມຂົນຂວາຍປະຊາຊົນໄດ້ດີກວ່າເກົ່າ ເພື່ອແກ້ໄຂບັນຫາຂອດສຳຄັນ. ສາມ, ລັດຖະບານຈີນສາມາດທຳການຕັດສິນນະໂຍບາຍທີ່ສຳຄັນໄດ້ດີ. ສຸດທ້າຍ, ທ່ານຣີຊາດ ເດີ ໂວຟ ຢາກບອກນັກການເມືອງອາເມຣິກາວ່າ: “ລັດຖະບານທີ່ເຂັ້ມແຂງ” ຂອງຈີນ ຄວນເປັນແບບຢ່າງໃຫ້ປະເທດອື່ນຖອດຖອນບົດຮຽນນຳ, “ຖ້າວ່າຖືຈີນເປັນຄູ່ແຂ່ງ, ບໍ່ສູ້ຖືຈີນເປັນເປົ້າໝາຍແບບຢ່າງ ໃນການຖອດຖອນບົດຮຽນໃຫ້ກັບໂລກ ຈະດີກວ່າ.” ອະນາຄົດລະຫວ່າງຈີນແລະອາເມຣິກາບໍ່ຄວນແມ່ນສົງຄາມ, ຄວນແມ່ນການບັນລຸການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຈີນໄດ້ຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິຢ່າງໝັ້ນໜຽວບໍ່ປ່ຽນແປງ, ອອກແຮງພັດທະນາຕົນເອງ. ໃນຖານະເປັນສັນຍະລັກຂອງປະຫວັດສາດທີ່ມີຄວາມພິເສດ ໃນຂະບວນການພັດທະນາທີ່ພົ້ນເດັ່ນຂຶ້ນຂອງຈີນ, ອັນທີ່ວ່າ “ໄພຂົ່ມຂູ່ຈາກຈີນ” ຍ່ອມຈະຈາງຫາຍໄປຕາມທຳມະຊາດໃນມື້ໃດມື້ໜຶ່ງ. ໃນເມື່ອລັດຖະບານອາເມຣິກາພົບເຫັນວ່າ “ໄພຂົ່ມຂູ່ຈາກຈີນ” ຈະບໍ່ສາມາດລ້າງສະໝອງຂອງປະຊາຊົນປະເທດຕົນໄດ້ແລ້ວ, ລັດຖະບານອາເມຣິກາ ກໍຈະຜະເຊີນໜ້າກັບຄວາມສົງໄສຂອງປະຊາຊົນພາຍໃນປະເທດຕົນ ບໍ່ແບບໃດກໍແບບໜຶ່ງ.

Share with:

2021-03-18 20:11:37 cri

ຄົນທີ່ມັກຂົ່ມຂູ່ຄົນອື່ນ ຈິ່ງຖືເອົາໝົດທຸກຄົນເປັນໄພຂົ່ມຂູ່

首页上一页12 2

Share this story on

Messenger Pinterest LinkedIn