ຄົນທີ່ມັກຂົ່ມຂູ່ຄົນອື່ນ ຈິ່ງຖືເອົາໝົດທຸກຄົນເປັນໄພຂົ່ມຂູ່
ອາເມຣິກາປ່າວປະກາດເລື່ອງ “ໄພຂົ່ມຂູ່ຈາກຈີນ” ມາແຕ່ດົນແລ້ວ!
ນັບແຕ່ປະເທດຈີນໃໝ່ຫາກໍ່ສ້າງຕັ້ງຂຶ້ນ, ເພື່ອສະກັດກັ້ນບໍ່ໃຫ້ລັດທິກອມມູນິດເຕີຍໃຫຍ່ຂະຫຍາຍຕົວຢູ່ອາຊີ, ອາເມຣິກາກໍໄດ້ປ່າວປະກາດວ່າ “ຈີນເປັນໄພຂົ່ມຂູ່ຕໍ່ປະເທດບ້ານໃກ້ເຮືອນຄຽງ” ຢູ່ອົງການສະຫະປະຊາຊາດ. ໃນຊຸມປີ 1990, ຄຽງຄູ່ກັບເສດຖະກິດຈີນພັດທະນາຢ່າງວ່ອງໄວ, ບົນພື້ນຖານຄວາມເຫັນລຳອຽງດ້ານຮູບຖານຈິດສຳນຶກ ທີ່ມີຕໍ່ປະເທດສັງຄົມນິຍົມ, ອາເມຣິກາໄດ້ປ່າວປະກາດ “ໄພຂົ່ມຂູ່ຈາກຈີນ” ໄປທົ່ວທີບ, ທັງໄດ້ໃສ່ຮ້າຍປ້າຍສີຈີນຢ່າງປ່ວງບ້າ, ພ້ອມກັນນັ້ນ, ແນວຄິດແບບນີ້ ກໍໄດ້ກາຍເປັນແນວຄິດຊີ້ນຳຍຸດທະສາດຂອງອາເມຣິກາທີ່ມີຕໍ່ຈີນ ມາເປັນເວລາດົນນານແລ້ວ.
ເປັນຫຍັງ ອາເມຣິກາຈິ່ງປ່າວປະກາດອັນທີ່ວ່າ “ໄພຂົ່ມຂູ່ຈາກຈີນ” ເລື້ອຍໆ, ທາດແທ້ຂອງມັນ ກໍແມ່ນອາເມຣິກາຢາກລົບລ້າງອິດທິພົນຂອງຈີນໃນເວທີສາກົນ ເພື່ອປົກປ້ອງຄວາມເປັນມະຫາອຳນາດຂອງອາເມຣິການັ້ນເອງ. ບໍ່ພຽງແຕ່ແມ່ນປະເທດຈີນເທົ່ານັ້ນ, ຖ້າຫາກມີປະເທດໃດ ມີການພັດທະນາທີ່ອາດຈະສົ່ງຜົນກະທົບຕໍ່ຄວາມເປັນມະຫາອຳນາດຂອງອາເມຣິກາແລ້ວ, ອາເມຣິກາກໍອາດຈະປ່າວປະກາດໃນລັກສະນະດຽວກັນນີ້ວ່າ “ໄພຂົ່ມຂູ່ຈາກປະເທດນັ້ນ” ອອກມາ ເພື່ອສະກັດກັ້ນການພັດທະນາຂອງປະເທດນັ້ນໂດຍກົງ. ໃນປະຫວັດສາດ, ກໍເຄີຍມີການປ່າວປະກາດວ່າ “ໄພຂົ່ມຂູ່ດ້ານເສດຖະກິດຈາກຍີ່ປຸ່ນ”, ປັດຈຸບັນ, ຍັງມີການປ່າວປະກາດວ່າ “ໄພຂົ່ມຂູ່ຈາກອີຣານ”, “ໄພຂົ່ມຂູ່ຈາກ ສປປ ເກົາຫຼີ” ເຫຼົ່ານີ້ເປັນຕົ້ນ. ຂໍພຽງແຕ່ອາເມຣິກາມີຄວາມເຫັນອອກມາ, ປະເທດນັ້ນ ກໍຈະກາຍເປັນ “ໄພຂົ່ມຂູ່” ໂລດ.
ຄັນຊັ້ນ, ການພັດທະນາຂອງຈີນເປັນ “ໄພຂົ່ມຂູ່ແທ້ໆ” ຄືກັບອາເມຣິກາວ່າແມ່ນບໍ່?
ພວກເຮົາສາມາດສັງເກດນຳກັນໄດ້ວ່າ: ນັບແຕ່ການສະຖາປະນາສາທາລະນະລັດປະຊາຊົນຈີນເປັນຕົ້ນມາ, ຈີນໄດ້ຍຶດໝັ້ນເສັ້ນທາງການພັດທະນາໂດຍສັນຕິມາໂດຍຕະຫຼອດ, ຈີນບໍ່ໄດ້ສ້າງພັນທະມິດທາງການທະຫານກັບປະເທດໃດ, ບໍ່ໄດ້ກໍ່ສົງຄາມຈັກເທື່ອເລີຍ. ນອກນີ້, ຈີນຍັງໄດ້ສະເໜີຫຼັກ 5 ປະການຂອງການທີ່ຢູ່ຮ່ວມກັນໂດຍສັນຕິ ທີ່ໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກປະຊາຄົມໂລກ. ໂດຍຜ່ານການພັດທະນາຂອງຕົນ, ລະດັບຊີວິດການເປັນຢູ່ຂອງປະຊາຊົນຈີນ ໄດ້ຖືກຍົກສູງຂຶ້ນຢ່າງຫຼວງຫຼາຍ, ແລະສາມາດຫຼຸດພົ້ນອອກຈາກຄວາມທຸກຍາກເດັດຖານ, ໄດ້ທັບມ້າງຮູບແບບດັ້ງເດີມຂອງການພັດທະນາໂຕໃຫຍ່ຂຶ້ນຂອງປະເທດໃຫຍ່ທີ່ວ່າ: “ເຂັ້ມແຂງຂຶ້ນແລ້ວຕ້ອງເປັນເຈົ້າອຳນາດ”. ການພັດທະນາຂອງຈີນ, ບໍ່ພຽງແຕ່ບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ປະເທດໃດເທົ່ານັ້ນ, ຫາກຍັງໄດ້ສ້າງໂອກາດການພັດທະນານັບມື້ນັບຫຼາຍຂຶ້ນ ໃຫ້ແກ່ປະເທດຕ່າງໆໃນໂລກອີກດ້ວຍ. 70 ປີມານີ້, ນັບລວມແລ້ວ, ຈີນໄດ້ໃຫ້ການຊ່ວຍເຫຼືອ 400 ກວ່າຕື້ຢວນແກ່ 170 ກວ່າປະເທດແລະອົງການຈັດຕັ້ງສາກົນ, ໄດ້ສົ່ງພະນັກງານ 6 ແສນກວ່າຄົນ ໄປຊ່ວຍເຫຼືອຕ່າງປະເທດ, ໄດ້ປະຕິບັດໂຄງການຊ່ວຍເຫຼືອປະເພດຕ່າງໆ 5.000 ກວ່າໂຄງການ ແລະ ໄດ້ອົບຮົມບຸກຄະລາກອນປະເພດຕ່າງໆ 12 ລ້ານກວ່າເທື່ອຄົນ ໃຫ້ແກ່ປະເທດພວມພັດທະນາ, ສິ່ງເຫຼົ່ານີ້ ໄດ້ສ່ອງແສງໃຫ້ເຫັນເຖິງນ້ຳໃຈຮັບຜິດຊອບຂອງປະເທດໃຫຍ່. ການກະທຳແບບນີ້ຍັງຈະຖືວ່າເປັນ “ໄພຂົ່ມຂູ່” ຢ່າງໜຶ່ງອີກຫວະ?