ພາສາລາວ

ຈິດໃຈສຳຫຼວດດວງຈັນຈະກະຕຸກຊຸກຍູ້ຈີນປະກອບສ່ວນຫຼາຍກວ່າເກົ່າ ເພື່ອຄວາມຜາສຸກຂອງມວນມະນຸດ

cri2020-12-19 15:40:15
Share
Share this with Close
Messenger Pinterest LinkedIn

ເວລາ 1 ໂມງ 59 ນາທີຂອງວັນທີ 17 ທັນວານີ້, ຍານສຳຫຼວດດວງຈັນ “ສາງເອີ 5” ທີ່ໄດ້ບັນທຸກຕົວຢ່າງດິນດວງຈັນ ໄດ້ກັບຄືນສູ່ໂລກຢ່າງສຳເລັດຜົນ. ນີ້ແມ່ນມະນຸດເຮົາໄດ້ນຳເອົາຕົວຢ່າງດິນດວງຈັນກັບຄືນໂລກອີກຄັ້ງໜຶ່ງໃນຮອບ 44 ປີ ເຊິ່ງໄດ້ສ້າງປະຫວັດສາດໜ້າໃໝ່ໃຫ້ກັບພາລະກິດການບິນອະວະກາດຂອງຈີນ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປຍັງໂຄງການໃນມື້ດຽວກັນ ໂດຍກ່າວເນັ້ນວ່າ: ອອກແຮງສົ່ງເສີມຈິດໃຈສຳຫຼວດດວງຈັນ ທີ່ກ້າສະແຫວງຫາຄວາມໃຝ່ຝັນທີ່ກາຍເປັນຈິງ, ກ້າສຳຫຼວດຄົ້ນຄວ້າ, ຮ່ວມມືກັນແກ້ໄຂຂອດຫຍຸ້ງຍາກ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເລີ່ມຕົ້ນຂະບວນການໃໝ່ແຫ່ງການສຳຫຼວດຕ່າງດາວດ້ວຍບາດກ້າວທີ່ໜັກແໜ້ນ. ສະນັ້ນ, ຈິ່ງບໍ່ຕ້ອງສົງໄສເລີຍວ່າ: ນີ້ຈະກະຕຸກຊຸກຍູ້ໃຫ້ຊາວຈີນສືບຕໍ່ສູ້ຊົນຜ່ານຜ່າ, ຄົ້ນຄວ້າຄວາມເລິກລັບຂອງຈັກກະວານຢ່າງບໍ່ຢຸດຢັ້ງ, ທັງສ້າງຄວາມຜາສຸກໃຫ້ແກ່ມວນມະນຸດ.

ຈາກການເລີ່ມຕົ້ນສຳຫຼວດດວງຈັນດ້ວຍຍານສຳຫຼວດດວງຈັນ “ສາງເອີ 1”, ແລະ “ສາງເອີ 3” ໄດ້ນຳເອົາຍານສຳຫຼວດດວງຈັນຄັນທຳອິດຂອງຈີນ “ຢູ້ທູ້” ລົງຈອດດວງຈັນຢ່າງສຳເລັດຜົນ, ຈົນເຖິງຍານສຳຫຼວດດວງຈັນ “ສາງເອີ 5” ໄດ້ນຳເອົາຕົວຢ່າງດິນດວງຈັນກັບຄືນໂລກຢ່າງສຳເລັດຜົນ, ໂຄງການສຳຫຼວດດວງຈັນຂອງຈີນໄດ້ສຳເລັດ 3 ບາດກ້າວສຳຄັນ ຄື “ໂຄຈອນ, ລົງຈອດ ແລະ ກັບຄືນສູ່ໂລກ” ຢ່າງສຳເລັດຜົນຕາມແຜນການ. ຈີນໄດ້ກາຍເປັນປະເທດທີ 3 ໃນໂລກ ທີ່ສາມາດນຳເອົາຕົວຢ່າງດິນດວງຈັນກັບຄືນສູ່ໂລກ. BBC ຂອງອັງກິດໄດ້ຕີລາຄາວ່າ: ຍານສຳຫຼວດດວງຈັນ “ສາງເອີ 5” ໄດ້ສຳເລັດໜ້າທີ່ຢ່າງຈົບງາມ ເຊິ່ງໄດ້ພິສູດໃຫ້ເຫັນວ່າ: ຄວາມສາມາດສຳຫຼວດອະວະກາດຂອງຈີນໄດ້ເຂັ້ມແຂງຂຶ້ນຕື່ມອີກ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງຈີນໄດ້ໃຫ້ຮູ້ວ່າ: ໃນຖານະເປັນໂຄງການການບິນອະວະກາດ ທີ່ມີຄວາມສະຫຼັບສັບຊ້ອນທີ່ສຸດ ແລະ ມີເຕັກນິກກ້າວໜ້າທັນສະໄໝທີ່ສຸດຂອງຈີນ, ຍານສຳຫຼວດດວງຈັນ “ສາງເອີ 5”ໄດ້ສ້າງສະຖິຕິ 5 ດ້ານຂອງຈີນ ຄື: ການເກັບເອົາແລະຫຸ້ມຫໍ່ຕົວຢ່າງດິນຢູ່ຕ່າງດາວ, ການໄຕ້ໄຟຢູ່ດວງດາວນອກໂລກແລະການເຂົ້າສູ່ວົງໂຄຈອນຢ່າງແໝ່ນຢຳ, ການເຊື່ອມຕໍ່ແລະການເຄື່ອນຍ້າຍຕົວຢ່າງດິນສູ່ຍານຂົນສົ່ງຢູ່ວົງໂຄຈອນດວງຈັນແບບບໍ່ມີຄົນຂັບ, ບັນທຸກຕົວຢ່າງດິນດວງຈັນກັບຄືນສູ່ໂລກດ້ວຍຄວາມໄວສູງ ທີ່ໃກ້ກັບຄວາມໄວໃນຈັກກະວານທີ 2, ສ້າງລະບົບສະສົມ, ວິເຄາະແລະຄົ້ນຄວ້າຕົວຢ່າງດິນດວງຈັນຂອງຈີນ. ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມສາມາດການປະດິດສ້າງໃໝ່ດ້ວຍຕົນເອງຂອງຈີນ, ຍິ່ງໄດ້ສະແດງໃຫ້ເຫັນເຖິງຄວາມດີເລີດດ້ານລະບອບຂອງຈີນ ທີ່ສາມາດເຕົ້າໂຮມກຳລັງແຮງ ເພື່ອດຳເນີນພາລະກິດໃຫຍ່.

12全文 2 下一页

Share this story on

Messenger Pinterest LinkedIn