ພາສາລາວ

ຈິດໃຈສຳຫຼວດດວງຈັນຈະກະຕຸກຊຸກຍູ້ຈີນປະກອບສ່ວນຫຼາຍກວ່າເກົ່າ ເພື່ອຄວາມຜາສຸກຂອງມວນມະນຸດ

cri2020-12-19 15:40:15
Share
Share this with Close
Messenger Pinterest LinkedIn

ເວລາ 1 ໂມງ 59 ນາທີຂອງວັນທີ 17 ທັນວານີ້, ຍານສຳຫຼວດດວງຈັນ “ສາງເອີ 5” ທີ່ໄດ້ບັນທຸກຕົວຢ່າງດິນດວງຈັນ ໄດ້ກັບຄືນສູ່ໂລກຢ່າງສຳເລັດຜົນ. ນີ້ແມ່ນມະນຸດເຮົາໄດ້ນຳເອົາຕົວຢ່າງດິນດວງຈັນກັບຄືນໂລກອີກຄັ້ງໜຶ່ງໃນຮອບ 44 ປີ ເຊິ່ງໄດ້ສ້າງປະຫວັດສາດໜ້າໃໝ່ໃຫ້ກັບພາລະກິດການບິນອະວະກາດຂອງຈີນ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປຍັງໂຄງການໃນມື້ດຽວກັນ ໂດຍກ່າວເນັ້ນວ່າ: ອອກແຮງສົ່ງເສີມຈິດໃຈສຳຫຼວດດວງຈັນ ທີ່ກ້າສະແຫວງຫາຄວາມໃຝ່ຝັນທີ່ກາຍເປັນຈິງ, ກ້າສຳຫຼວດຄົ້ນຄວ້າ, ຮ່ວມມືກັນແກ້ໄຂຂອດຫຍຸ້ງຍາກ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເລີ່ມຕົ້ນຂະບວນການໃໝ່ແຫ່ງການສຳຫຼວດຕ່າງດາວດ້ວຍບາດກ້າວທີ່ໜັກແໜ້ນ. ສະນັ້ນ, ຈິ່ງບໍ່ຕ້ອງສົງໄສເລີຍວ່າ: ນີ້ຈະກະຕຸກຊຸກຍູ້ໃຫ້ຊາວຈີນສືບຕໍ່ສູ້ຊົນຜ່ານຜ່າ, ຄົ້ນຄວ້າຄວາມເລິກລັບຂອງຈັກກະວານຢ່າງບໍ່ຢຸດຢັ້ງ, ທັງສ້າງຄວາມຜາສຸກໃຫ້ແກ່ມວນມະນຸດ.

ຈາກການເລີ່ມຕົ້ນສຳຫຼວດດວງຈັນດ້ວຍຍານສຳຫຼວດດວງຈັນ “ສາງເອີ 1”, ແລະ “ສາງເອີ 3” ໄດ້ນຳເອົາຍານສຳຫຼວດດວງຈັນຄັນທຳອິດຂອງຈີນ “ຢູ້ທູ້” ລົງຈອດດວງຈັນຢ່າງສຳເລັດຜົນ, ຈົນເຖິງຍານສຳຫຼວດດວງຈັນ “ສາງເອີ 5” ໄດ້ນຳເອົາຕົວຢ່າງດິນດວງຈັນກັບຄືນໂລກຢ່າງສຳເລັດຜົນ, ໂຄງການສຳຫຼວດດວງຈັນຂອງຈີນໄດ້ສຳເລັດ 3 ບາດກ້າວສຳຄັນ ຄື “ໂຄຈອນ, ລົງຈອດ ແລະ ກັບຄືນສູ່ໂລກ” ຢ່າງສຳເລັດຜົນຕາມແຜນການ. ຈີນໄດ້ກາຍເປັນປະເທດທີ 3 ໃນໂລກ ທີ່ສາມາດນຳເອົາຕົວຢ່າງດິນດວງຈັນກັບຄືນສູ່ໂລກ. BBC ຂອງອັງກິດໄດ້ຕີລາຄາວ່າ: ຍານສຳຫຼວດດວງຈັນ “ສາງເອີ 5” ໄດ້ສຳເລັດໜ້າທີ່ຢ່າງຈົບງາມ ເຊິ່ງໄດ້ພິສູດໃຫ້ເຫັນວ່າ: ຄວາມສາມາດສຳຫຼວດອະວະກາດຂອງຈີນໄດ້ເຂັ້ມແຂງຂຶ້ນຕື່ມອີກ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງຈີນໄດ້ໃຫ້ຮູ້ວ່າ: ໃນຖານະເປັນໂຄງການການບິນອະວະກາດ ທີ່ມີຄວາມສະຫຼັບສັບຊ້ອນທີ່ສຸດ ແລະ ມີເຕັກນິກກ້າວໜ້າທັນສະໄໝທີ່ສຸດຂອງຈີນ, ຍານສຳຫຼວດດວງຈັນ “ສາງເອີ 5”ໄດ້ສ້າງສະຖິຕິ 5 ດ້ານຂອງຈີນ ຄື: ການເກັບເອົາແລະຫຸ້ມຫໍ່ຕົວຢ່າງດິນຢູ່ຕ່າງດາວ, ການໄຕ້ໄຟຢູ່ດວງດາວນອກໂລກແລະການເຂົ້າສູ່ວົງໂຄຈອນຢ່າງແໝ່ນຢຳ, ການເຊື່ອມຕໍ່ແລະການເຄື່ອນຍ້າຍຕົວຢ່າງດິນສູ່ຍານຂົນສົ່ງຢູ່ວົງໂຄຈອນດວງຈັນແບບບໍ່ມີຄົນຂັບ, ບັນທຸກຕົວຢ່າງດິນດວງຈັນກັບຄືນສູ່ໂລກດ້ວຍຄວາມໄວສູງ ທີ່ໃກ້ກັບຄວາມໄວໃນຈັກກະວານທີ 2, ສ້າງລະບົບສະສົມ, ວິເຄາະແລະຄົ້ນຄວ້າຕົວຢ່າງດິນດວງຈັນຂອງຈີນ. ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມສາມາດການປະດິດສ້າງໃໝ່ດ້ວຍຕົນເອງຂອງຈີນ, ຍິ່ງໄດ້ສະແດງໃຫ້ເຫັນເຖິງຄວາມດີເລີດດ້ານລະບອບຂອງຈີນ ທີ່ສາມາດເຕົ້າໂຮມກຳລັງແຮງ ເພື່ອດຳເນີນພາລະກິດໃຫຍ່.

ໃນຖານະທີ່ປະສົບຜົນສຳເລັດອັນໃຫຍ່ຫຼວງທີ່ສຸດໃນໜ້າທີ່ສຳຫຼວດດວງຈັນຄັ້ງນີ້, ຄຸນຄ່າດ້ານວິທະຍາສາດຂອງຕົວຢ່າງດິນດວງຈັນຂອງຈີນ ກໍໄດ້ຮັບຄວາມສົນໃຈຈາກປະຊາຄົມໂລກຢ່າງກວ້າງຂວາງ. ຂ່າວສານອາເປຂອງອາເມຣິກາໄດ້ລາຍງານວ່າ: ຕົວຢ່າງດິນດວງຈັນທີ່ຍານສຳຫຼວດດວງຈັນ “ສາງເອີ 5” ນຳມາສູ່ໂລກນັ້ນ ຈະ “ໃໝ່ອ່ຽມ” ກວ່າຕົວຢ່າງດິນດວງຈັນທີ່ອາເມຣິກາ ແລະ ອະດີດສະຫະພາບໂຊວຽດນຳກັບມາສູ່ໂລກຕັ້ງຫຼາຍຕື້ປີ ເຊິ່ງໄດ້ສະໜອງແງ່ມຸມໃໝ່ໃຫ້ແກ່ການຄົ້ນຄວ້າວິວັດທະນາການຂອງດວງຈັນ ແລະ ດວງດາວອື່ນໆໃນລະບົບສຸລິຍະ. ສິ່ງທີ່ໜ້າຍ້ອງຍໍຊົມເຊີຍນັ້ນກໍແມ່ນ, ຝ່າຍຈີນໄດ້ກ່າວຢ່າງຈະແຈ້ງວ່າ: ຈະແບ່ງປັນຕົວຢ່າງດິນດວງຈັນໃຫ້ກັບອົງການຈັດຕັ້ງແລະນັກວິທະຍາສາດທີ່ມີອຸດົມການດຽວກັນຂອງປະເທດຕ່າງໆ. ນີ້ແມ່ນສິ່ງທີ່ຈີນໄດ້ພະຍາຍາມຢ່າງແທ້ຈິງ ເພື່ອເຮັດໃຫ້ມວນມະນຸດມີຄວາມຮັບຮູ້ເລິກເຊິ່ງກວ່າເກົ່າຕໍ່ອະວະກາດ.

ໃນອະນາຄົດ, ຈີນຈະສືບຕໍ່ບາດກ້າວສຳຫຼວດອະວະກາດຢ່າງບໍ່ຢຸດຢັ້ງ. ໂດຍຖືເອົາການສຳຫຼວດດວງຈັນຢ່າງສຳເລັດຜົນຂອງຍານສຳຫຼວດດວງຈັນ “ສາງເອີ 5” ເປັນຈຸດເລີ່ມຕົ້ນໃໝ່, ຈີນຈະສືບຕໍ່ປະຕິບັດໂຄງການສຳຫຼວດດວງຈັນໄລຍະ 4 ແລະ ໂຄງການສຳຫຼວດດາວເຄາະອື່ນໆຢ່າງຕໍ່ເນື່ອງ. ໃນຂະນະດຽວກັນ, ຈີນກໍພວມວາງແຜນສ້າງສະຖານີຄົ້ນຄວ້າວິທະຍາສາດດວງຈັນສາກົນ, ຍິນດີຕ້ອນຮັບປະຊາຄົມໂລກເຂົ້າຮ່ວມໂຄງການສຳຫຼວດທີ່ກ່ຽວຂ້ອງຂອງຈີນ ເພື່ອຊຸກຍູ້ການນຳໃຊ້ອະວະກາດໃນທາງສັນຕິ ເພື່ອມວນມະນຸດ.

Share with:

2020-12-19 15:40:15 crri

Share this story on

Messenger Pinterest LinkedIn