ພາສາລາວ

ການຫຼຸດພົ້ນອອກຈາກຄວາມທຸກຍາກແລະມຸ່ງໜ້າສູ່ຊີວິດໃໝ່

cri2020-12-09 17:16:05
Share
Share this with Close
Messenger Pinterest LinkedIn

ໃນປະຫວັດສາດການພັດທະນາຕັ້ງຫຼາຍພັນປີຂອງຊົນຊາດຈີນ, ການຫຼຸດພົ້ນອອກຈາກຄວາມທຸກຍາກແລະມຸ່ງໜ້າສູ່ຊີວິດທີ່ອີ່ມໜຳສຳລານ ເປັນຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຊົນຈີນ. ໃນຖານະເປັນພັກກຳອຳນາດ ທີ່ຍຶດໝັ້ນແນວທາງທີ່ຖືເອົາປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ ແລະ ຖືຄົນເປັນກົກ, ພັກກອມມູນິດຈີນໄດ້ຖືເອົາການລຶບລ້າງຄວາມທຸກຍາກໄວ້ໃນຖານະພົ້ນເດັ່ນໃນການກຳອຳນາດຢ່າງສະເໝີຕົ້ນສະເໝີປາຍ ໂດຍໄດ້ວາງນະໂຍບາຍລຶບລ້າງຄວາມທຸກຍາກຕ່າງໆ ທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຕົນ ແລະ ນຳພາປະຊາຊົນຈີນດຳເນີນການສູ້ຊົນລຶບລ້າງຄວາມທຸກຍາກທີ່ມີຂະໜາດໃຫຍ່ທີ່ສຸດ ໃນປະຫວັດສາດຂອງມວນມະນຸດ.

ປີ 2012, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 18 ໄດ້ວາງເປົ້າໝາຍປະຫວັດສາດ ເພື່ອແກ້ໄຂບັນຫາຄວາມທຸກຍາກກວມລວມ, ໂດຍຜ່ານການສູ້ຊົນຜ່ານຜ່າທີ່ຫຍຸ້ງຍາກລຳບາກເປັນເວລາ 8 ປີ, ຈີນໄດ້ຊ່ວຍປະຊາກອນຜູ້ທຸກຍາກເກືອບ 100 ລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກ. ຄຽງຄູ່ກັບເມືອງທຸກຍາກ 9 ເມືອງສຸດທ້າຍຂອງແຂວງກຸ້ຍໂຈ່ວຈີນ ໄດ້ປະກາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ທັງໝົດ ໃນວັນທີ 23 ພະຈິກຜ່ານມານີ້, ຈຳນວນເມືອງທຸກຍາກ 832 ເມືອງຂອງຈີນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ. ຈີນໄດ້ເຮັດສຳເລັດໜ້າທີ່ເປົ້າໝາຍ ໃນການຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງຈົບງາມ. ນີ້ຖືວ່າ ເປັນໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດການຫຼຸດພົ້ນອອກຈາກຄວາມທຸກຍາກຂອງມວນມະນຸດ.

ບັນຫາຄວາມທຸກຍາກເປັນບັນຫາທີ່ຫຼາຍປະເທດໃນໂລກຜະເຊີນຢູ່. ໃນຂະນະທີ່ພະຍາຍາມລຶບລ້າງຄວາມທຸກຍາກຂອງປະເທດຕົນ, ຈີນຍັງໄດ້ແບ່ງປັນບົດຮຽນການຫຼຸດຜ່ອນຄວາມທຸກຍາກຂອງຕົນໃຫ້ຫຼາຍປະເທດອາຊຽນ, ຕັ້ງໜ້າດຳເນີນການຮ່ວມມື ໃນການຫຼຸດຜ່ອນຄວາມທຸກຍາກ. ປີ 2014, ຈີນສະເໜີໃຫ້ປະຕິບັດ “ຂໍ້ລິເລີ່ມການຮ່ວມມືເພື່ອຫຼຸດຜ່ອນຄວາມທຸກຍາກຢູ່ອາຊີຕາເວັນອອກ”, ຫຼັງຈາກນັ້ນ, ຈີນໄດ້ເລືອກເອົາໂຄງການຊ່ວຍເຫຼືອດ້ານເຕັກນິກເປັນການຮ່ວມມືຕົວແບບ ເພື່ອຫຼຸດຜ່ອນຄວາມທຸກຍາກຢູ່ອາຊີຕາເວັນອອກໃຫ້ກັບລາວ, ກຳປູເຈຍ ແລະ ມຽນມາ ພ້ອມທັງສົ່ງຜູ້ຊ່ຽວຊານໄປຮ່ວມມືກັບໜ່ວຍຜູ້ຊ່ຽວຊານຂອງປະເທດເຫຼົ່ານີ້ ເພື່ອໃຫ້ການຊ່ວຍເຫຼືອດ້ານເຕັກນິກໃນການຫຼຸດຜ່ອນຄວາມທຸກຍາກ.

12全文 2 下一页

Share this story on

Messenger Pinterest LinkedIn