ພາສາລາວ

ການຫຼຸດພົ້ນອອກຈາກຄວາມທຸກຍາກແລະມຸ່ງໜ້າສູ່ຊີວິດໃໝ່

cri2020-12-09 17:16:05
Share
Share this with Close
Messenger Pinterest LinkedIn

ໃນປະຫວັດສາດການພັດທະນາຕັ້ງຫຼາຍພັນປີຂອງຊົນຊາດຈີນ, ການຫຼຸດພົ້ນອອກຈາກຄວາມທຸກຍາກແລະມຸ່ງໜ້າສູ່ຊີວິດທີ່ອີ່ມໜຳສຳລານ ເປັນຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຊົນຈີນ. ໃນຖານະເປັນພັກກຳອຳນາດ ທີ່ຍຶດໝັ້ນແນວທາງທີ່ຖືເອົາປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ ແລະ ຖືຄົນເປັນກົກ, ພັກກອມມູນິດຈີນໄດ້ຖືເອົາການລຶບລ້າງຄວາມທຸກຍາກໄວ້ໃນຖານະພົ້ນເດັ່ນໃນການກຳອຳນາດຢ່າງສະເໝີຕົ້ນສະເໝີປາຍ ໂດຍໄດ້ວາງນະໂຍບາຍລຶບລ້າງຄວາມທຸກຍາກຕ່າງໆ ທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຕົນ ແລະ ນຳພາປະຊາຊົນຈີນດຳເນີນການສູ້ຊົນລຶບລ້າງຄວາມທຸກຍາກທີ່ມີຂະໜາດໃຫຍ່ທີ່ສຸດ ໃນປະຫວັດສາດຂອງມວນມະນຸດ.

ປີ 2012, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 18 ໄດ້ວາງເປົ້າໝາຍປະຫວັດສາດ ເພື່ອແກ້ໄຂບັນຫາຄວາມທຸກຍາກກວມລວມ, ໂດຍຜ່ານການສູ້ຊົນຜ່ານຜ່າທີ່ຫຍຸ້ງຍາກລຳບາກເປັນເວລາ 8 ປີ, ຈີນໄດ້ຊ່ວຍປະຊາກອນຜູ້ທຸກຍາກເກືອບ 100 ລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກ. ຄຽງຄູ່ກັບເມືອງທຸກຍາກ 9 ເມືອງສຸດທ້າຍຂອງແຂວງກຸ້ຍໂຈ່ວຈີນ ໄດ້ປະກາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ທັງໝົດ ໃນວັນທີ 23 ພະຈິກຜ່ານມານີ້, ຈຳນວນເມືອງທຸກຍາກ 832 ເມືອງຂອງຈີນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ. ຈີນໄດ້ເຮັດສຳເລັດໜ້າທີ່ເປົ້າໝາຍ ໃນການຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງຈົບງາມ. ນີ້ຖືວ່າ ເປັນໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດການຫຼຸດພົ້ນອອກຈາກຄວາມທຸກຍາກຂອງມວນມະນຸດ.

ບັນຫາຄວາມທຸກຍາກເປັນບັນຫາທີ່ຫຼາຍປະເທດໃນໂລກຜະເຊີນຢູ່. ໃນຂະນະທີ່ພະຍາຍາມລຶບລ້າງຄວາມທຸກຍາກຂອງປະເທດຕົນ, ຈີນຍັງໄດ້ແບ່ງປັນບົດຮຽນການຫຼຸດຜ່ອນຄວາມທຸກຍາກຂອງຕົນໃຫ້ຫຼາຍປະເທດອາຊຽນ, ຕັ້ງໜ້າດຳເນີນການຮ່ວມມື ໃນການຫຼຸດຜ່ອນຄວາມທຸກຍາກ. ປີ 2014, ຈີນສະເໜີໃຫ້ປະຕິບັດ “ຂໍ້ລິເລີ່ມການຮ່ວມມືເພື່ອຫຼຸດຜ່ອນຄວາມທຸກຍາກຢູ່ອາຊີຕາເວັນອອກ”, ຫຼັງຈາກນັ້ນ, ຈີນໄດ້ເລືອກເອົາໂຄງການຊ່ວຍເຫຼືອດ້ານເຕັກນິກເປັນການຮ່ວມມືຕົວແບບ ເພື່ອຫຼຸດຜ່ອນຄວາມທຸກຍາກຢູ່ອາຊີຕາເວັນອອກໃຫ້ກັບລາວ, ກຳປູເຈຍ ແລະ ມຽນມາ ພ້ອມທັງສົ່ງຜູ້ຊ່ຽວຊານໄປຮ່ວມມືກັບໜ່ວຍຜູ້ຊ່ຽວຊານຂອງປະເທດເຫຼົ່ານີ້ ເພື່ອໃຫ້ການຊ່ວຍເຫຼືອດ້ານເຕັກນິກໃນການຫຼຸດຜ່ອນຄວາມທຸກຍາກ.

ບົດຮຽນຫຼຸດຜ່ອນຄວາມທຸກຍາກຂອງຈີນ ກໍເປັນບົດຮຽນທີ່ດີສຳລັບປະເທດລາວ ໃນການຫຼຸດຜ່ອນຄວາມທຸກຍາກເຊັ່ນກັນ. ໃນຫຼາຍປີມານີ້, ອັດຕາຄວາມທຸກຍາກຂອງປະເທດລາວ ກໍໄດ້ຫຼຸດລົງຢ່າງຕໍ່ເນື່ອງ, ປີ 1992 ຫາປີ 1993, ອັດຕາຄວາມທຸກຍາກຂອງລາວແມ່ນ 46%; ປີ 2018 ຫາປີ 2019 ໄດ້ຫຼຸດລົງຍັງເຫຼືອ 18,3%. ຊ່ວຍບ້ານທຸກຍາກ 17 ບ້ານໃຫ້ຫຼຸດພົ້ນອອກຈາກຄວມທຸກຍາກ ເຊິ່ງໄດ້ເຮັດສຳເລັດເປົ້າໝາຍທີ່ຊ່ວຍໃຫ້ 220 ບ້ານຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ແລ້ວ 7,73%.

ໃນກອງປະຊຸມຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນທີ່ຈັດຂຶ້ນໃນວັນທີ 3 ທັນວານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ຮັບຟັງບົດລາຍງານສະຫຼຸບແລະປະເມີນຜົນການຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ່າວວ່າ: “ການຫຼຸດພົ້ນອອກຈາກຄວາມທຸກຍາກບໍ່ແມ່ນຈຸດໝາຍປາຍທາງສຸດທ້າຍ, ແຕ່ຫາກແມ່ນຈຸດເລີ່ມຕົ້ນໃໝ່ແຫ່ງຊີວິດໃໝ່ ແລະ ການສູ້ຊົນຜ່ານຜ່າໃໝ່.” ຈີນໄດ້ຢ່ວງບາດກ້າວທີ່ໜັກແໜ້ນ ໃນການຫຼຸດພົ້ນອອກຈາກຄວາມທຸກຍາກຕາມເວລາກຳນົດແລ້ວ. ໃນອະນາຄົດ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຈີນ, ປະຊາຊົນຈີນຈະຕ້ອງສືບຕໍ່ສູ້ຊົນຜ່ານຜ່າຕໍ່ໄປ, ຂຽນປະຫວັດສາດໜ້າໃໝ່ ແຫ່ງການເອົາຊະນະຄວາມທຸກຍາກ ແລະ ມຸ່ງໜ້າໄປສູ່ຄວາມອີ່ມໜຳສຳລານ ແລະ ຄວາມສີວິໄລຢ່າງບໍ່ຢຸດຢັ້ງ.

Share with:

2020-12-09 17:16:05 cri

ການຫຼຸດພົ້ນອອກຈາກຄວາມທຸກຍາກແລະມຸ່ງໜ້າສູ່ຊີວິດໃໝ່

Share this story on

Messenger Pinterest LinkedIn