ຖ້າວ່າໄດ້ຮັບທຶນການສຶກສາ, ທ່ານຈະເອົາໄປເຮັດຫຍັງແດ່?
ຫວ່າງມໍ່ໆມານີ້, ນາງ ອູຢີ້ເວີຍ ນັກສຶກສາປະລິນຍາໂທ ທີ່ເຂົ້າສຶກສາໃນປີ 2022 ຂອງມະຫາວິທະຍາໄລເຈີ້ຈ່ຽງຈີນ ໄດ້ຮັບທຶນການສຶກສາແຫ່ງຊາດ 2 ໝື່ນຢວນສຳລັບນັກສຶກສາປະລິນຍາໂທສົກປີ 2022-2023 ຂອງມະຫາວິທະຍາໄລເຈີ້ຈ່ຽງ, ແລ້ວນາງໄດ້ບໍລິຈາກເງິນເຫຼົ່ານີ້ ໃຫ້ໂຮງຮຽນໃຈກາງຕາແສງຊີ້ວຊ່ານ ເມືອງຊ່ຽນຈວີ່ ນະຄອນໄທ່ໂຈ່ວ ແຂວງເຈີ້ຈ່ຽງ ເພື່ອດຳເນີນການເຄື່ອນໄຫວ “ໄລ່ແສງລ່າຝັນ”.
ຍ້ອນວ່າເຄີຍໄດ້ພົບກັບຄວາມອົບອຸ່ນໃນກາງທາງ, ນາງ ອູຢີ້ເວີຍ ກໍຢາກເປັນຄົນທີ່ຈູດປະກາຍ, ຢາກໃຫ້ທຶນກ້ອນນີ້ມີຄວາມໝາຍຍິ່ງກວ່າ ແລະ ໃຊ້ໃນບ່ອນທີ່ຕ້ອງການກວ່າ.
ບ້ານເກີດເມືອງນອນຂອງນາງ ອູຢີ້ເວີຍ ຢູ່ເມືອງຊ່ຽນຈວີ່ ນະຄອນໄທ່ໂຈ່ວ, ຢູ່ທີ່ນັ້ນມີໂຮງຮຽນຫຼາຍແຫ່ງຕັ້ງຢູ່ເຂດພູດອຍ, ນັກຮຽນສ່ວນຫຼາຍແມ່ນເດັກນ້ອຍທີ່ພໍ່ແມ່ເຮັດວຽກຢູ່ຕ່າງຖິ່ນ.
ເພື່ອໃຫ້ທຶນການສຶກສາທີ່ຈຳກັດກ້ອນນີ້ ສາມາດເສີມຂະຫຍາຍຄຸນຄ່າໃຫຍ່ກວ່າ, ນາງ ອູຢີ້ເວີຍ ຈຶ່ງລິເລີ່ມດຳເນີນການເຄື່ອນໄຫວ “ໄລ່ແສງລ່າຝັນ” ໂດຍໄດ້ອອກແບບບັດລ່າຝັນ ແລະ ບັດສະສົມຄະແນນເພື່ອລ່າຝັນ, ຫວັງວ່າ ຈະໄດ້ຊ່ວຍເຫຼືອເດັກນ້ອຍໃນການຕັ້ງເປົ້າໝາຍຢ່າງຊັດເຈນ ແລະ ໄລ່ລ່າຄວາມຝັນຂອງຕົນໃຫ້ຫຼາຍກວ່າເກົ່າ. ພວກເດັກນ້ອຍສາມາດໄດ້ຮັບຄະແນນດ້ວຍການປະພຶດດີ ເພື່ອແລກປ່ຽນເອົາຂອງຂວັນຕາມຄວາມຫວັງຂອງຕົນ.
ຫຼັງຈາກເລີ່ມດຳເນີນການເຄື່ອນໄຫວ “ໄລ່ແສງລ່າຝັນ” ໄດ້ເຄິ່ງເດືອນ, ນາງ ອູຢີ້ເວີຍ ໄດ້ນຳພາເພື່ອນຮ່ວມຮຽນຫຼາຍຄົນ ພາກັນກັບເມືອໂຮງຮຽນໃຈກາງຊີ່ວຊ່ານເພື່ອດຳເນີນກິດຈະກຳແລກປ່ຽນ ແລະ ເຝິກງານຂອງນັກສຶກສາໃນສັງຄົມ.