ຖ້າວ່າໄດ້ຮັບທຶນການສຶກສາ, ທ່ານຈະເອົາໄປເຮັດຫຍັງແດ່?
ຫວ່າງມໍ່ໆມານີ້, ນາງ ອູຢີ້ເວີຍ ນັກສຶກສາປະລິນຍາໂທ ທີ່ເຂົ້າສຶກສາໃນປີ 2022 ຂອງມະຫາວິທະຍາໄລເຈີ້ຈ່ຽງຈີນ ໄດ້ຮັບທຶນການສຶກສາແຫ່ງຊາດ 2 ໝື່ນຢວນສຳລັບນັກສຶກສາປະລິນຍາໂທສົກປີ 2022-2023 ຂອງມະຫາວິທະຍາໄລເຈີ້ຈ່ຽງ, ແລ້ວນາງໄດ້ບໍລິຈາກເງິນເຫຼົ່ານີ້ ໃຫ້ໂຮງຮຽນໃຈກາງຕາແສງຊີ້ວຊ່ານ ເມືອງຊ່ຽນຈວີ່ ນະຄອນໄທ່ໂຈ່ວ ແຂວງເຈີ້ຈ່ຽງ ເພື່ອດຳເນີນການເຄື່ອນໄຫວ “ໄລ່ແສງລ່າຝັນ”.
ຍ້ອນວ່າເຄີຍໄດ້ພົບກັບຄວາມອົບອຸ່ນໃນກາງທາງ, ນາງ ອູຢີ້ເວີຍ ກໍຢາກເປັນຄົນທີ່ຈູດປະກາຍ, ຢາກໃຫ້ທຶນກ້ອນນີ້ມີຄວາມໝາຍຍິ່ງກວ່າ ແລະ ໃຊ້ໃນບ່ອນທີ່ຕ້ອງການກວ່າ.
ບ້ານເກີດເມືອງນອນຂອງນາງ ອູຢີ້ເວີຍ ຢູ່ເມືອງຊ່ຽນຈວີ່ ນະຄອນໄທ່ໂຈ່ວ, ຢູ່ທີ່ນັ້ນມີໂຮງຮຽນຫຼາຍແຫ່ງຕັ້ງຢູ່ເຂດພູດອຍ, ນັກຮຽນສ່ວນຫຼາຍແມ່ນເດັກນ້ອຍທີ່ພໍ່ແມ່ເຮັດວຽກຢູ່ຕ່າງຖິ່ນ.
ເພື່ອໃຫ້ທຶນການສຶກສາທີ່ຈຳກັດກ້ອນນີ້ ສາມາດເສີມຂະຫຍາຍຄຸນຄ່າໃຫຍ່ກວ່າ, ນາງ ອູຢີ້ເວີຍ ຈຶ່ງລິເລີ່ມດຳເນີນການເຄື່ອນໄຫວ “ໄລ່ແສງລ່າຝັນ” ໂດຍໄດ້ອອກແບບບັດລ່າຝັນ ແລະ ບັດສະສົມຄະແນນເພື່ອລ່າຝັນ, ຫວັງວ່າ ຈະໄດ້ຊ່ວຍເຫຼືອເດັກນ້ອຍໃນການຕັ້ງເປົ້າໝາຍຢ່າງຊັດເຈນ ແລະ ໄລ່ລ່າຄວາມຝັນຂອງຕົນໃຫ້ຫຼາຍກວ່າເກົ່າ. ພວກເດັກນ້ອຍສາມາດໄດ້ຮັບຄະແນນດ້ວຍການປະພຶດດີ ເພື່ອແລກປ່ຽນເອົາຂອງຂວັນຕາມຄວາມຫວັງຂອງຕົນ.
ຫຼັງຈາກເລີ່ມດຳເນີນການເຄື່ອນໄຫວ “ໄລ່ແສງລ່າຝັນ” ໄດ້ເຄິ່ງເດືອນ, ນາງ ອູຢີ້ເວີຍ ໄດ້ນຳພາເພື່ອນຮ່ວມຮຽນຫຼາຍຄົນ ພາກັນກັບເມືອໂຮງຮຽນໃຈກາງຊີ່ວຊ່ານເພື່ອດຳເນີນກິດຈະກຳແລກປ່ຽນ ແລະ ເຝິກງານຂອງນັກສຶກສາໃນສັງຄົມ.
ເມື່ອມີນັກສຶກສາຫຼາຍຄົນມາເຖິງໂຮງຮຽນ ຈຶ່ງໄດ້ເປັນແບບຢ່າງໃຫ້ພວກເດັກນ້ອຍ, ເຂົາເຈົ້າພາກັນກ່າວວ່າ ຢາກຮຽນນຳເອື້ອຍຢວນຈື (ຊື່ຫຼິ້ນຂອງອູຢີ້ເວີຍ) ແລະ ເສັງເຂົ້າມະຫາວິທະຍາໄລເຈີ້ຈ່ຽງ, ຢາກກາຍເປັນຄົນຄືເອື້ອຍຢວນຈືທີ່ມັກຊ່ວຍເຫຼືອຄົນອື່ນ. ຕໍ່ມາ, ພາຍໃຕ້ການເຊີດຊູກຳລັງໃຈຈາກເອື້ອຍຢວນຈື, ເປົ້າໝາຍ ແລະ ຄວາມຝັນຂອງພວກເດັກນ້ອຍກໍຈະແຈ້ງຂຶ້ນຕື່ມ.
ນາງ ອູຢີ້ເວີຍ ຫວັງຢ່າງຈິງໃຈວ່າ ຢາກໃຫ້ມີຄົນຮູ້ຈັກການເຄື່ອນໄຫວ “ໄລ່ແສງລ່າຝັນ” ນີ້ຫຼາຍກວ່າເກົ່າ ແລະ ເຂົ້າຮ່ວມນຳເຂົາເຈົ້າ ເພື່ອສ່ອງແສງສະຫວ່າງຕາມຄວາມສາມາດຂອງຕົນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ
ຖ້າວ່າໄດ້ຮັບທຶນການສຶກສາ, ທ່ານຈະເອົາໄປເຮັດຫຍັງແດ່?
ມາສຳຜັດກັບຈຸດເດັ່ນຂອງງານວາງສະແດງເຄື່ອງອຸປະໂພກບໍລິໂພກສາກົນຈີນ 2024
ຕະຫຼາດດອກໄມ້ສົດທີ່ໃຫຍ່ສຸດຂອງຈີນ
ເລຂາຄະນະພັກແຂວງຢຸນນານ: ພວກເຮົາມີກາເຟແລະຊາທີ່ດີ
ເປັນຫຍັງລົດໃຊ້ພະລັງງານໃໝ່ຂອງຈີນໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າອາຊີຕາເວັນອອກສຽງໃຕ້
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved