ພາສາລາວ

ນະຄອນຈີ່ນຮວາແຂວງເຈີ້ຈ່ຽງຈີນສ້າງຕົນໃຫ້ກາຍເປັນສູນການຄ້າສາກົນ

CRI2023-12-28 16:48:58
Share
Share this with Close
Messenger Pinterest LinkedIn

ແຫ່ງນີ້ແມ່ນດິນແດນທີ່ອັດສະຈັນ, ບໍ່ຕິດກັບທະເລ ກໍບໍ່ຕິດກັບຊາຍແດນ, ແຕ່ຊ້ຳພັດໄດ້ສ້າງສະພາບການຄ້າທີ່ຊື້ສິນຄ້າທົ່ວໂລກ ແລະຂາຍສິນຄ້າທົ່ວໂລກ, ກາຍເປັນ“ຊຸມທາງຄຳ”ທີ່ເຊື່ອມຕໍ່ທົ່ວໂລກ. ແຫ່ງນີ້ກໍຄື ນະຄອນຈີ່ນຮວາ ແຂວງເຈີ້ຈ່ຽງຂອງປະເທດຈີນ.

ນະຄອນຈີ່ນຮວາຕັ້ງຢູ່ພາກກາງຂອງແຂວງເຈີ້ຈ່ຽງ, ຢູ່ຍ່ານເໜືອຂອງແມ່ນ້ຳຊຽນທາງຈ່ຽງ, ໃກ້ກັບນະຄອນຮາງໂຈ່ວ ນະຄອນນີງປົ່ວ ແລະນະຄອນເວິ່ນໂຈ່ວ, ເປັນຊຸມທາງທີ່ເຊື່ອມຕໍ່ແຫ່ງຕ່າງໆຂອງແຂວງເຈີ້ຈ່ຽງ ເຊິ່ງໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ນະຄອນຈີ່ນຮວາທີ່ຈະກາຍເປັນ“ຊຸມທາງຄຳ”ທີ່ເຊື່ອມຕໍ່ທົ່ວໂລກ.

ປັດຈຸບັນ, ນະຄອນຈີ່ນຮວາໄດ້ສ້າງການພົວພັນດ້ານການຄ້າກັບ 233 ປະເທດ ແລະເຂດແຄວ້ນໃນໂລກ, ຍອດມູນຄ່າການຄ້າຂາເຂົ້າຂາອອກໄດ້ເພີ່ມຈາກ 12,37 ຕື້ຢວນເມື່ອປີ 2002 ຂຶ້ນເປັນ 683,87 ຕື້ຢວນໃນປີ 2022.

ປັດຈຸບັນ, ພໍ່ຄ້າຊາວຂາຍຈາກແຫ່ງຕ່າງໆໃນທົ່ວໂລກໄດ້ຕັ້ງພູມລຳເນົາຢູ່ບໍລິເວນໃກ້ກັບສູນການຄ້າສາກົນເມືອງອີ້ອູ່, ນັກທຸລະກິດຕ່າງປະເທດໄດ້ຮັບຜົນສຳເລັດຢູ່ແຫ່ງນີ້, ໄດ້ແລກປ່ຽນວັດທະນະທຳກັບຊາວຈີນ, ແລະໄດ້ເຊື່ອມໂຍງເຂົ້າກັບວັດທະນະທຳຂອງເມືອງນີ້.

1234全文 4 下一页

Share this story on

Messenger Pinterest LinkedIn