ພາສາລາວ

ນະຄອນຈີ່ນຮວາແຂວງເຈີ້ຈ່ຽງຈີນສ້າງຕົນໃຫ້ກາຍເປັນສູນການຄ້າສາກົນ

CRI2023-12-28 16:48:58
Share
Share this with Close
Messenger Pinterest LinkedIn

ແຫ່ງນີ້ແມ່ນດິນແດນທີ່ອັດສະຈັນ, ບໍ່ຕິດກັບທະເລ ກໍບໍ່ຕິດກັບຊາຍແດນ, ແຕ່ຊ້ຳພັດໄດ້ສ້າງສະພາບການຄ້າທີ່ຊື້ສິນຄ້າທົ່ວໂລກ ແລະຂາຍສິນຄ້າທົ່ວໂລກ, ກາຍເປັນ“ຊຸມທາງຄຳ”ທີ່ເຊື່ອມຕໍ່ທົ່ວໂລກ. ແຫ່ງນີ້ກໍຄື ນະຄອນຈີ່ນຮວາ ແຂວງເຈີ້ຈ່ຽງຂອງປະເທດຈີນ.

ນະຄອນຈີ່ນຮວາຕັ້ງຢູ່ພາກກາງຂອງແຂວງເຈີ້ຈ່ຽງ, ຢູ່ຍ່ານເໜືອຂອງແມ່ນ້ຳຊຽນທາງຈ່ຽງ, ໃກ້ກັບນະຄອນຮາງໂຈ່ວ ນະຄອນນີງປົ່ວ ແລະນະຄອນເວິ່ນໂຈ່ວ, ເປັນຊຸມທາງທີ່ເຊື່ອມຕໍ່ແຫ່ງຕ່າງໆຂອງແຂວງເຈີ້ຈ່ຽງ ເຊິ່ງໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ນະຄອນຈີ່ນຮວາທີ່ຈະກາຍເປັນ“ຊຸມທາງຄຳ”ທີ່ເຊື່ອມຕໍ່ທົ່ວໂລກ.

ປັດຈຸບັນ, ນະຄອນຈີ່ນຮວາໄດ້ສ້າງການພົວພັນດ້ານການຄ້າກັບ 233 ປະເທດ ແລະເຂດແຄວ້ນໃນໂລກ, ຍອດມູນຄ່າການຄ້າຂາເຂົ້າຂາອອກໄດ້ເພີ່ມຈາກ 12,37 ຕື້ຢວນເມື່ອປີ 2002 ຂຶ້ນເປັນ 683,87 ຕື້ຢວນໃນປີ 2022.

ປັດຈຸບັນ, ພໍ່ຄ້າຊາວຂາຍຈາກແຫ່ງຕ່າງໆໃນທົ່ວໂລກໄດ້ຕັ້ງພູມລຳເນົາຢູ່ບໍລິເວນໃກ້ກັບສູນການຄ້າສາກົນເມືອງອີ້ອູ່, ນັກທຸລະກິດຕ່າງປະເທດໄດ້ຮັບຜົນສຳເລັດຢູ່ແຫ່ງນີ້, ໄດ້ແລກປ່ຽນວັດທະນະທຳກັບຊາວຈີນ, ແລະໄດ້ເຊື່ອມໂຍງເຂົ້າກັບວັດທະນະທຳຂອງເມືອງນີ້.

ນະຄອນຈີ່ນຮວາໄດ້ສຸມກຳລັງເຂົ້າໃນການສ້າງ“ຊຸມທາງຄຳ” ເຊິ່ງມີຈຸດປະສົງເພື່ອໃຫ້ໂລກໄດ້ເຫັນການພັດທະນາຂອງຈີນ ກຳໂອກາດການພັດທະນາຂອງຈີນໃຫ້ດີ, ເຮັດໃຫ້ແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດເຂົ້າສູ່ຈິດໃຈຂອງປະຊາຊົນປະເທດຕ່າງໆ.

ນະຄອນຈີ່ນຮວາຈະພະຍາຍາມເລົ່າເລື່ອງລາວກ່ຽວກັບຈີນໃຫ້ດີ, ສະແດງໃຫ້ເຫັນພາບພົດຂອງຈີນ, ເຮັດໃຫ້ທົ່ວໂລກໄດ້ເຫັນປະເທດຈີນຢ່າງແທ້ຈິງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນະຄອນຈີ່ນຮວາແຂວງເຈີ້ຈ່ຽງຈີນສ້າງຕົນໃຫ້ກາຍເປັນສູນການຄ້າສາກົນ

ຖືເອົາພູຂຽວນ້ຳໃສເປັນສໍ, ແຕ້ມຮູບພາບທີ່ສວຍງາມ

ທ່າກຳປັ່ນຢ່ຽນທາຍແຂວງສ່ານຕົ່ງຈີນ: ສ້າງທ່າກຳປັ່ນແບບຢ່າງທີ່ຂົນສົ່ງລົດຍົນໄປຕ່າງປະເທດ‍‍

ອົງການອຸຍແນັສໂກຈະຖອນເມືອງຫຼວງພະບາງອອກຈາກບັນຊີມໍລະດົກໂລກນັ້ນ ເປັນຂ່າວປອມອ້ອຍຕ້ອຍທັງນັ້ນ

ຮັກສາທາດແທ້ແຕ່ບໍ່ແມ່ນຮັກສາການຄອງເດີມ ເຄົາລົບປະເພນີແຕ່ບໍ່ແມ່ນເຄົາລົບສິ່ງທີ່ຫຼ້າສະໄໝ

ຂ້ອຍຕ້ອງຂອບໃຈນຳເພິ່ນ ທີ່ເຮັດໃຫ້ຄວາມໃຝ່ຝັນຂອງຂ້ອຍກາຍເປັນຈິງ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn