ພາສາລາວ

ໂຊກດີປຸຍຫິມະ! ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ນຳເອົາຫຍັງມາໃຫ້ແກ່ພວກເຮົາ? ສະຖິຕິຫຼ້າສຸດ-ລື່ນກາຍຕົນເອງ ທ້າທາຍຄວາມສາມາດສຸດຂີດ

cri2022-03-09 15:19:33
Share
Share this with Close
Messenger Pinterest LinkedIn

ໃນການແຂ່ງຂັນສະເກັດຄວາມໄວຊ່ອງສັ້ນ 1000 ແມັດ, ນາງຊູຊັນເນ ສະກຸຕີງ, ນັກກິລາໂຮນລັງໄດ້ສ້າງສະຖິຕິໃໝ່ໃນງານກິລາໂອລິມປິກໃນການແຂ່ງຂັນຮອບຄັດເລືອກ, ແລ້ວໄດ້ສ້າງສະຖິຕິໃໝ໋ຂອງໂລກໃນການແຂ່ງຂັນແລະໄດ້ຄວ້າແຊມ.

ໂຈຮານເນສ ທິງເນສ ໂບ, ນັກກິລານອກແວໄດ້ເຂົ້າຮ່ວມການແຂ່ງຂັນ 6 ປະເພດໃນງານກິລາໂອລິມປິກລະດູໜາວປັກກິ່ງ, ໄດ້ຫຼຽນຄຳ 4 ຫຼຽນ ແລະຫຼຽນທອງ 1 ຫຼຽນ.

ວັນທີ 17 ກຸມພາ, ການແຂ່ງຂັນສະເກັດລີລາເທິງນ້ຳກ້ອນຍິງດ່ຽວປະເພດຟຣີສະໄຕຂອງງານກິລາໂອລິມປິກລະດູໜາວປັກກິ່ງ, ນາງອານນາ ສະເກີບາໂຄວາ, ນັກກິລາຂອງຄະນະກຳມະການໂອລິມປິກຣັດເຊຍໄດ້ຄວ້າແຊັມດ້ວຍຜົນງານດີເລີດ.

ວັນທີ 5 ກຸມພາ, ການແຂ່ງຂັນສະເກັດຄວາມໄວຊ່ອງສັ້ນແບບຕໍ່ແຮງທີມປະສົມ ຂອງງານກິລາໂອລິມປິກລະດູໜາວປັກກິ່ງຮອບຊີງຊະນະເລີດ, ນັກກິລາຈີນ ຄື ທ້າວອູຕ້າຈີງ, ທ້າວເຢິນຈືເວີ່ຍ, ນາງຟ້ານເຂີຊີ່ນ, ນາງສູຍຊຸ່ນຢີ ແລະນາງຈ່າງເຢວທີງ ສະເຫຼີມສະຫຼອງການຄວ້າແຊັມ.

首页上一页123全文 3 下一页

Share this story on

Messenger Pinterest LinkedIn