ພາສາລາວ

ໂຊກດີປຸຍຫິມະ! ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ນຳເອົາຫຍັງມາໃຫ້ແກ່ພວກເຮົາ? ສະຖິຕິຫຼ້າສຸດ-ລື່ນກາຍຕົນເອງ ທ້າທາຍຄວາມສາມາດສຸດຂີດ

cri2022-03-09 15:19:33
Share
Share this with Close
Messenger Pinterest LinkedIn

ໂຊກດີປຸຍຫິມະ! ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ນຳເອົາຫຍັງມາໃຫ້ແກ່ພວກເຮົາ?

ສະຖິຕິຫຼ້າສຸດ-ລື່ນກາຍຕົນເອງ ທ້າທາຍຄວາມສາມາດສຸດຂີດ

ງານກິລາໂອລິມປິກລະດູໜາວແມ່ນງານມະຫະກຳກິລາປະເພດລະດູໜາວແບບສັງລວມທີ່ມີຂະໜາດໃຫຍ່ທີ່ສຸດແລະມີລະດັບສູງສຸດຂອງໂລກ, ຜົນການແຂ່ງຂັນແມ່ນມາດຕະຖານທີ່ສຳຄັນໃນການວັດລະດັບຂອງງານກິລາໂອລິມປິກລະດູໜາວແຕ່ລະຄັ້ງ. ເມື່ອເບິ່ງຈາກດ້ານນີ້ແລ້ວ, ບໍ່ຕ້ອງສົງໄສວ່າ ງານກິລາໂອລິມປິກລະດູໜາວປັກກິ່ງເປັນຕາຍ້ອງຍໍຫຼາຍ. ໃນການແຂ່ງຂັນເປັນເວລາ 17 ວັນ, ນັກກິລາຫິມະແລະນ້ຳກ້ອນໄດ້ລື່ນກາຍຕົວເອງ, ທ້າທາຍຄວາມສາມາດສຸດຂີດຢ່າງບໍ່ຢຸດຢັ້ງ. ໃນການແຂ່ງຂັນຈຳນວນໜຶ່ງ, ໄດ້ສ້າງສະຖິຕິໃໝ່ໃນງານກິລາໂອລິມປິກລະດູໜາວ ແລະສ້າງສະຖິຕິໃໝ່ຂອງໂລກ.

ທ້າວນິວສວານເດີໂພວ, ນັກກິລາສະເກັດຄວາມໄວຊູແອັດໄດ້ຄວ້າແຊມແລະໄດ້ສ້າງສະຖິຕິໃໝ່ຂອງໂລກໃນການແຂ່ງຂັນສະເກັດຄວາມໄວ 10.000 ແມັດ.

ວັນທີ 20 ກຸມພາ, ອີເຣເນ ສະກຸເຕນ, ນັກກິລາສະເກັດຄວາມໄວໂຮນລັງໄດ້ໂຊຫຼຽນຄຳ 3 ຫຼຽນຢູ່ບ້ານໂອລິມປິກປັກກິ່ງ.

ໃນການແຂ່ງຂັນສະເກັດຄວາມໄວຊ່ອງສັ້ນ 1000 ແມັດ, ນາງຊູຊັນເນ ສະກຸຕີງ, ນັກກິລາໂຮນລັງໄດ້ສ້າງສະຖິຕິໃໝ່ໃນງານກິລາໂອລິມປິກໃນການແຂ່ງຂັນຮອບຄັດເລືອກ, ແລ້ວໄດ້ສ້າງສະຖິຕິໃໝ໋ຂອງໂລກໃນການແຂ່ງຂັນແລະໄດ້ຄວ້າແຊມ.

ໂຈຮານເນສ ທິງເນສ ໂບ, ນັກກິລານອກແວໄດ້ເຂົ້າຮ່ວມການແຂ່ງຂັນ 6 ປະເພດໃນງານກິລາໂອລິມປິກລະດູໜາວປັກກິ່ງ, ໄດ້ຫຼຽນຄຳ 4 ຫຼຽນ ແລະຫຼຽນທອງ 1 ຫຼຽນ.

ວັນທີ 17 ກຸມພາ, ການແຂ່ງຂັນສະເກັດລີລາເທິງນ້ຳກ້ອນຍິງດ່ຽວປະເພດຟຣີສະໄຕຂອງງານກິລາໂອລິມປິກລະດູໜາວປັກກິ່ງ, ນາງອານນາ ສະເກີບາໂຄວາ, ນັກກິລາຂອງຄະນະກຳມະການໂອລິມປິກຣັດເຊຍໄດ້ຄວ້າແຊັມດ້ວຍຜົນງານດີເລີດ.

ວັນທີ 5 ກຸມພາ, ການແຂ່ງຂັນສະເກັດຄວາມໄວຊ່ອງສັ້ນແບບຕໍ່ແຮງທີມປະສົມ ຂອງງານກິລາໂອລິມປິກລະດູໜາວປັກກິ່ງຮອບຊີງຊະນະເລີດ, ນັກກິລາຈີນ ຄື ທ້າວອູຕ້າຈີງ, ທ້າວເຢິນຈືເວີ່ຍ, ນາງຟ້ານເຂີຊີ່ນ, ນາງສູຍຊຸ່ນຢີ ແລະນາງຈ່າງເຢວທີງ ສະເຫຼີມສະຫຼອງການຄວ້າແຊັມ.

ວັນທີ 14 ກຸມພາ, ນາງຊຸຍເມີ້ງທາວ, ນັກກິລາຈີນໄດ້ຫຼຽນຄຳໃນການແຂ່ງຂັນສະກີລີລາເທິງເວຫາເພດຍິງຟຣີສະໄຕຂອງງານກິລາໂອລິມປິກລະດູໜາວປັກກິ່ງ.

ວັນທີ 18 ກຸມພາ, ນາງກູໄອ້ລີງ, ນັກກິລາຈີນໄດ້ຄວ້າແຊມໃນການແຂ່ງຂັນສະກີລີລາຟຣີສະໄຕຢູ່ສະໜາມຮູບ U ຂອງງານກິລາໂອລິມປິກລະດູໜາວປັກກິ່ງ.

ວັນທີ 15 ກຸມພາ, ຊູອີມີງໄດ້ຫຼຽນຄຳໃນການແຂ່ງຂັນສະກີໂດດປະເພດແປ້ນດ່ຽວເພດຊາຍຂອງງານກິລາໂອລິມປິກລະດູໜາວປັກກິ່ງ,ກາຍເປັນແຊມຄົນທໍາອິດຂອງຈີນໃນການແຂ່ງຂັນສະກີແປ້ນດ່ຽວ.

Share this story on

Messenger Pinterest LinkedIn