ການຢ້ຽມຢາມແຂວງຫູເປີຍຂອງທ່ານສີຈິ້ນຜິງມີຄວາມໝາຍອັນເລິກເຊິ່ງຄືແນວໃດ?
ສຸມຄວາມພະຍາຍາມເຂົ້າໃນການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ ແລະການເຊື່ອມໂຍງດ້ານອຸດສາຫະກຳ
ບ່ອນສຸດທ້າຍທີ່ທ່ານສີຈິ້ນຜິງເດີນທາງໄປຢ້ຽມຢາມແຂວງຫູເປີຍໃນຄັ້ງນີ້ແມ່ນສະຖາບັນຄົ້ນຄວ້າການພັດທະນາອຸດສາຫະກຳດ້ວຍການປະດິດສ້າງຂອງນະຄອນອູຮັ້ນ ເທດສະບານແຂວງຫູເປີຍ. ຢູ່ສະຖາບັນແຫ່ງນີ້, ທ່ານສີຈິ້ນຜິງໄດ້ຊົມຜົນງານດ້ານເວທີຕ່ອງໂສ້ການສະໜອງການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ ເພື່ອຮັບຮູ້ມາດຕະການຂອງທ້ອງຖິ່ນແຫ່ງນີ້ໃນການຊຸກຍູ້ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ.
ທ່ານສີຈິ້ນຜິງເຫັນວ່າ: ຂໍກຸນແຈສຳຄັນຂອງຄວາມທັນສະໄໝແບບຈີນແມ່ນຢູ່ນຳຄວາມທັນສະໄໝດ້ານວິທະຍາສາດເຕັກໂນໂລຊີ. ໃນການເຄື່ອນໄຫວຢ້ຽມຢາມຄັ້ງນີ້, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນຕື່ມອີກວ່າ: ແຂວງຫູເປີຍມີທ່າແຮງພົ້ນເດັ່ນໃນດ້ານວິທະຍາສາດເຕັກໂນໂລຊີ ແລະ ຜູ້ມີຄວາມຮູ້ຄວາມສາມາດ, ຄວນຕັ້ງໜ້າບຸກເບີກໃນຂະບວນການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີແລະອຸດສາຫະກຳ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່