ຈັດງານຕະຫຼາດນັດການຄ້າ ແລະ ການທ່ອງທ່ຽວເຂດຊາຍແດນກິ່ງແຂວງສິບສອງພັ່ນນາຄັ້ງທີ 25
ວັນທີ 1-7 ຕຸລານີ້, ງານຕະຫຼາດນັດການຄ້າ ແລະ ການທ່ອງທ່ຽວເຂດຊາຍແດນສິບສອງພັ່ນນາຄັ້ງທີ 25 ໄດ້ຈັດຂຶ້ນຢູ່ສະໜາມຫົດນ້ຳຂອງນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ສິບສອງພັ່ນນາ ແຂວງຢູນນານຂອງຈີນ, ໂດຍໄດ້ມີເຂດວາງສະແດງໃຫຍ່ສອງແຫ່ງ ຄື: ພາຍໃນ ແລະ ຕ່າງປະເທດ, ມີວິສາຫະກິດພາຍໃນ ແລະ ຕ່າງປະເທດ 149 ແຫ່ງເຂົ້າຮ່ວມ.
ງານຕະຫຼາດນັດຄັ້ງນີ້ແມ່ນຈັດພ້ອມກັນກັບເທດສະການສິລະປະວັດທະທະນຳປະເທດທີ່ຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນຍາມພັກວັນຊາດຈີນ, ເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວມີທາງເລືອກທີ່ດີດ້ານການຫຼິ້ນກິນ ແລະ ທ່ຽວຊົມຫຼາຍກວ່າເກົ່າ.