ຈັດງານຕະຫຼາດນັດການຄ້າ ແລະ ການທ່ອງທ່ຽວເຂດຊາຍແດນກິ່ງແຂວງສິບສອງພັ່ນນາຄັ້ງທີ 25
ວັນທີ 1-7 ຕຸລານີ້, ງານຕະຫຼາດນັດການຄ້າ ແລະ ການທ່ອງທ່ຽວເຂດຊາຍແດນສິບສອງພັ່ນນາຄັ້ງທີ 25 ໄດ້ຈັດຂຶ້ນຢູ່ສະໜາມຫົດນ້ຳຂອງນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ສິບສອງພັ່ນນາ ແຂວງຢູນນານຂອງຈີນ, ໂດຍໄດ້ມີເຂດວາງສະແດງໃຫຍ່ສອງແຫ່ງ ຄື: ພາຍໃນ ແລະ ຕ່າງປະເທດ, ມີວິສາຫະກິດພາຍໃນ ແລະ ຕ່າງປະເທດ 149 ແຫ່ງເຂົ້າຮ່ວມ.
ງານຕະຫຼາດນັດຄັ້ງນີ້ແມ່ນຈັດພ້ອມກັນກັບເທດສະການສິລະປະວັດທະທະນຳປະເທດທີ່ຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນຍາມພັກວັນຊາດຈີນ, ເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວມີທາງເລືອກທີ່ດີດ້ານການຫຼິ້ນກິນ ແລະ ທ່ຽວຊົມຫຼາຍກວ່າເກົ່າ.
ສຳລັບເຂດວາງສະແດງຕ່າງປະເທດແມ່ນຈັດຮ້ານວາງສະແດງຕາມປະເທດ ຄື: ລາວ, ມຽນມາ ແລະ ໄທເປັນຕົ້ນ, ເຮັດໃຫ້ຜູ້ເຂົ້າຊົມສາມາດຈັດຊື້ຜະລິດຕະພັນທີ່ມີເອກະລັກຂອງບັນດາປະເທດ ເຊັ່ນ: ກາເຟຫວຽດນາມ, ເຟີນີເຈີໄນ້ແດງ, ເບຍລາວ ແລະອື່ນໆ.
ເຂດວາງສະແດງທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍທີ່ສຸດແມ່ນເຂດສຳຜັດກັບການແພດແຜນເຜົ່າລື້ ແລະ ແລກເຄື່ອງໄຟຟ້າໃໝ່ດ້ວຍເຄື່ອງໄຟຟ້າເກົ່າ. ນອກຈາກນີ້ແລ້ວ, ອາຫານທີ່ມີຄຸນປະໂຫຍດບຳລຸງສຸຂະພາບ ຄື: ນ້ຳຫວານໝາກພລັມດຳ, ຊາບຳລຸງໝາກໄຂ່ຫຼັງແບບເຜົ່າລື້ ແລະ ເຂົ້າໜົມປັງແບບການແພດເຜົ່າລື້ເປັນຕົ້ນກໍໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງຫຼາຍເຊັ່ນດຽວກັນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ
ເບີກບານມ່ວນຊື່ນໃນຍາມພັກ
ຈັດກິດຈະກຳຫຼາກຫຼາຍສີສັນເພື່ອສະເຫຼີມສະຫຼອງວັນຊາດຈີນ
ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ
ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?
“ການທ່ອງທ່ຽວຍາມລາຕີແບບຈີນ” ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved