ພາສາລາວ

ໂຄສົກກະຊວງການຕ່າງປະເທດຈີນແນະນຳສະພາບລະອຽດກ່ຽວກັບການສົນທະນາທາງໂທລະສັບລະຫວ່າງປະມຸກລັດຈີນ-ອາເມຣິກາ

cri2024-04-04 15:07:52
Share
Share this with Close
Messenger Pinterest LinkedIn

ວັນທີ 3 ເມສານີ້, ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວ, ໂດຍໄດ້ແນະນຳສະພາບລະອຽດກ່ຽວກັບການສົນທະນາທາງໂທລະສັບລະຫວ່າງປະມຸກລັດຈີນ-ອາເມຣິກາທີ່ກ່ຽວພັນເຖິງບັນຫາເກາະເຣິນໄອ້, ບັນຫາຮົງກົງ, ບັນຫາຊິ່ນຈ່ຽງ, ບັນຫາຕິເບດ ແລະອື່ນໆ.

ກ່ຽວກັບເກາະເຣິນໄອ້, ທ່ານຫວ່າງເວີນປິ່ນກ່າວວ່າ: ໃນການສົນທະນາເທື່ອນີ້, ຈີນກ່າວເນັ້ນຕໍ່ອາເມຣິກາວ່າ ຈີນມີອະທິປະໄຕທີ່ບໍ່ສາມາດໂຕ້ຖຽງກັນໄດ້ຕໍ່ໝູ່ເກາະນານຊ່າ ແລະເຂດນ່ານນ້ຳທີ່ຢູ່ບໍລິເວນໃກ້ຄຽງ, ເຊິ່ງກວມເອົາເກາະ, ດອນ, ຫາດຊາຍ ແລະຊາຍພາຍໃນໝູ່ເກາະນານຊ່າ, ລວມທັງເກາະເຣິນໄອ້. ອາເມຣິກາບໍ່ແມ່ນປະເທດທີ່ກ່ຽວຂ້ອງຂອງບັນຫາທະເລຈີນໃຕ້, ບໍ່ຄວນແຊກແຊງເຂົ້າໃນບັນຫາລະຫວ່າງຈີນ ແລະຟິລິບປິນ.

ກ່ຽວກັບເຂດບໍລິຫານພິເສດຮົງກົງ, ທ່ານຫວ່າງເວີນປິ່ນກ່າວເນັ້ນວ່າ: ການສຳເລັດວຽກງານນິຕິບັນຍັດມາດຕາທີ 23 ຂອງກົດໝາຍພື້ນຖານຮົງກົງແມ່ນໜ້າທີ່ຮັບຜິດຊອບທາງລັດຖະທຳມະນູນຂອງເຂດບໍລິຫານພິເສດຮົງກົງເພື່ອປົກປ້ອງຄວາມໝັ້ນຄົງແຫ່ງຊາດ, ມີຜົນດີຕໍ່ການປົກປັກຮັກສາຜົນປະໂຫຍດພື້ນຖານຂອງປະຊາຊົນຮົງກົງທັງໝົດ, ມີຜົນດີຕໍ່ການປົກປັກຮັກສາຜົນປະໂຫຍດຂອງນັກລົງທຶນຈາກບັນດາປະເທດໃນໂລກຢູ່ຮົງກົງ, ຈະບໍ່ຫຼຸດ ແລະທຳລາຍສິດຜົນປະໂຫຍດ ແລະຄວາມເສລີທີ່ຖືກຕ້ອງຕາມກົດໝາຍຂອງປະຊາຊົນຮົງກົງ. ອາເມຣິກາຄວນເຄົາລົບອະທິປະໄຕຂອງຈີນ ແລະການຄຸ້ມຄອງຕາມກົດໝາຍຂອງເຂດບໍລິຫານພິເສດຮົງກົງ, ບໍ່ຄວນລົບກວນ, ຍິ່ງບໍ່ຄວນແຊກແຊງ.

ກ່ຽວກັບບັນຫາເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງ ແລະເຂດຕິເບດ, ທ່ານຫວ່າງເວີນປິ່ນກ່າວເນັ້ນວ່າ: ບັນຫາຊິ່ນຈ່ຽງ ແລະບັນຫາຕິເບດແມ່ນວຽກງານພາຍໃນຂອງຈີນ, ຈີນເດັດດ່ຽວຄັດຄ້ານອາເມຣິກາແຊກແຊງວຽກງານພາຍໃນຂອງຈີນໂດຍຖືບັນຫາສິດທິມະນຸດເປັນຂໍ້ອ້າງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເປີດສັບປະດາແຟຊັນໂຊດອກໂບຕັ໋ນລົ້ວຢາງຈີນຄັ້ງທີ 5

123全文 3 下一页

Share this story on

Messenger Pinterest LinkedIn