ພາສາລາວ

ມໍລະດົກຂອງງານກິລາໂອລິມປິກລະດູໜາວປັກກິ່ງຈະກາຍເປັນພະລັງໃໝ່ໃນການຊຸກຍູ້ການພັດທະນາ

CRI2023-02-03 18:30:25
Share
Share this with Close
Messenger Pinterest LinkedIn

ວັນທີ 1 ກຸມພານີ້, ຫ້ອງການຖະແຫຼງຂ່າວຂອງອົງການປົກຄອງນະຄອນຫຼວງປັກກິ່ງໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍໄດ້ແນະນໍາແຜນຈັດກິດຈະກໍາຕ່າງໆເພື່ອລະນຶກການຈັດງານກິລາໂອລິມປິກລະດູໜາວປັກກິ່ງດ້ວຍຜົນສໍາເລັດຄົບຮອບ 1 ປີ, ພ້ອມນີ້ຍັງໄດ້ເຜີຍແຜ່ ບົດລາຍງານກ່ຽວກັບມໍລະດົກຂອງງານກິລາໂອລິມປິກລະດູໜາວ ແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022 ກໍຄືບົດລາຍງານກ່ຽວກັບການພັດທະນາແບບຍືນຍົງພາຍຫຼັງງານກິລາໂອລິມປິກລະດູໜາວ ແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ 2022 ຢ່າງເປັນທາງການ.

ນີ້ບໍ່ພຽງແຕ່ເປັນການແນະນໍາແລະໂຄສະນາບົດຮຽນແລະວິທີການໃນການນໍາໃຊ້ກໍຄືການພັດທະນາແບບຍືນຍົງຂອງງານກິລາໂອລິມປິກລະດູໜາວປັກກິ່ງໃຫ້ສັງຄົມທັງພາຍໃນແລະຕ່າງປະເທດໄດ້ຮັບຮູ້ ເພື່ອເປັນບ່ອນອີງທາງດ້ານບົດຮຽນໃຫ້ແກ່ງານກິລາໂອລິມປິກ ແລະງານກິລາຂະໜາດໃຫຍ່ໃນຕໍ່ໜ້າເທົ່ານັ້ນ, ຍັງໄດ້ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າເຂົ້າໃນການນໍາໃຊ້ມໍລະດົກຂອງງານກິລາໂອລິມປິກລະດູໜາວປັກກິ່ງໃນຕໍ່ໜ້າເພື່ອສ້າງຄວາມສຸກໃຫ້ກັບປະຊາຊົນ ກໍຄືຊຸກຍູ້ການພັດທະນາຂອງຕົວເມືອງແລະພາກພື້ນຕື່ມອີກ.

首页上一页12 2

Share this story on

Messenger Pinterest LinkedIn