ພາສາລາວ

ມໍລະດົກຂອງງານກິລາໂອລິມປິກລະດູໜາວປັກກິ່ງຈະກາຍເປັນພະລັງໃໝ່ໃນການຊຸກຍູ້ການພັດທະນາ

CRI2023-02-03 18:30:25
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້, ຄະນະກຳມະການໂອລິມປິກສາກົນໄດ້ອອກບົດຄວາມໂດຍໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ຜົນສໍາເລັດກໍຄືອິດທິພົນຂອງງານກິລາໂອລິມປິກລະດູໜາວປັກກິ່ງ.

ບົດຄວາມຂອງຄະນະກຳມະການໂອລິມປິກສາກົນລະບຸວ່າ: ໃນໄລຍະທີ່ຈີນເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວປັກກິ່ງ, ຈີນໄດ້ນໍາໃຊ້ຫໍແລະສະໜາມກິລາທີ່ມີຢູ່ນັ້ນເປັນບຸລິມະສິດ, ທັງໄດ້ນໍາໃຊ້ພະລັງງານໝູນວຽນເພື່ອສະໜອງໄຟຟ້າໃຫ້ແກ່ຫໍແລະສະໜາມກິລາທັງໝົດ, ພ້ອມທັງໄດ້ນໍາໃຊ້ເຕັກນິກປະດິດສ້າງໃໝ່ເພື່ອຮັບປະກັນການສ້າງຜົນກະທົບຕໍ່ສິ່ງແວດລ້ອມໃຫ້ຢູ່ໃນລະດັບໜ້ອຍເທົ່າທີ່ຈະໜ້ອຍໄດ້. ນັບແຕ່ຈັດງານກິລາໂອລິມປິກລະດູໜາວປັກກິ່ງມາຮອດປັດຈຸບັນເວລາຜ່ານໄປ 1 ປີແລ້ວ, ປັດຈຸບັນຫໍແລະສະໜາມກິລາທັງໝົດຂອງງານຄັ້ງນີ້ລ້ວນແຕ່ສາມາດເປີດໃຫ້ມວນຊົນນໍາໃຊ້ໄດ້, ຄຽງຄູ່ກັນນີ້, ຂະແໜງການກິລາລະດູໜາວຂອງຈີນກໍພວມໄດ້ຮັບການພັດທະນາຢ່າງແຂງແຮງ.

ເຮັດແນວໃດເພື່ອນໍາໃຊ້ມໍລະດົກຂອງງານກິລາໂອລິມປິກລະດູໜາວໃຫ້ດີນັ້ນ, ເປັນໜຶ່ງໃນບັນຫາທີ່ທ່ານ ສີຈີ້ນຜິງ ປະທານປະເທດຈີນເອົາໃຈໃສ່ທີ່ສຸດ. ທ່ານຊີ້ໃຫ້ເຫັນວ່າ: ມໍລະດົກຂອງງານກິລາໂອລິມປິກລະດູໜາວແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງບໍ່ພຽງແຕ່ເປັນມໍລະດົກທາງດ້ານວັດຖຸເທົ່ານັ້ນ, ແຕ່ຍັງເປັນມໍລະດົກທາງດ້ານວັດທະນະທໍາ ແລະທາງດ້ານບຸກຄະລາກອນຕື່ມອີກ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນຊັບສິນອັນລໍ້າຄ່າ ເຊິ່ງຕ້ອງໄດ້ນໍາໃຊ້ຢ່າງເຕັມທີ, ເພື່ອໃຫ້ກາຍເປັນພະລັງໃໝ່ໃນການຊຸກຍູ້ການພັດທະນາ, ເພື່ອນໍາໃຊ້ມໍລະດົກຂອງງານກິລາໂອລິມປິກລະດູໜາວປັກກິ່ງໃຫ້ເກີດປະສິດທິຜົນສູງສຸດ.

ກ່ອນໜ້ານີ້ 1 ປີ, ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ອັດລົງ, ຈີນບໍ່ພຽງແຕ່ໄດ້ນໍາເອົາງານກິລາໂອລິມປິກທີ່ ລຽບງ່າຍ, ປອດໄພ ແລະດີເລີດ ໃຫ້ກັບໂລກເທົ່ານັ້ນ, ໄປຄຽງຄູ່ກັບນີ້, ຍັງໄດ້ມອບມໍລະດົກດ້ານການຈັດງານກິລາໂອລິມປິກອັນລໍ້າຄ່າໃຫ້ກັບໂລກເຊັ່ນດຽວກັນ, ລວມທັງບົດຮຽນໃນການຈັດງານ, ການນໍາໃຊ້ຫໍກິລາ, ການມີສ່ວນຮ່ວມຂອງມວນຊົນ, ການປົກປົກຮັກສາສິ່ງແວດລ້ອມ, ການປະສານງານລະຫວ່າງພາກພື້ນ, ການບໍລິການອາສາສະໝັກແລະອື່ນໆ.

12全文 2 下一页

Share this story on

Messenger Pinterest LinkedIn