ພາສາລາວ

ປະເທດຕ່າງໆພັດທະນາຮ່ວມກັນຈິ່ງແມ່ນການພັດທະນາທີ່ແທ້ຈິງໝົດທຸກຄົນຮັ່ງມີຂຶ້ນຮ່ວມກັນ ຈິ່ງແມ່ນຄວາມຮັ່ງມີທີ່ແທ້ຈິງ

cri2022-01-06 16:11:58
Share
Share this with Close
Messenger Pinterest LinkedIn

ຮັ່ງມີຮ່ວມກັນ

ໃນປີ 2021, “ການສ້າງຄວາມຮັ່ງມີຮ່ວມກັນ” ເປັນຫົວຂໍ້ໜຶ່ງທີ່ການນຳສູງສຸດຈີນຄົ້ນຄິດ ແລະ ຈັດວາງແຜນການຫຼາຍທີ່ສຸດໃນປີນີ້.

ວັນທີ 3 ກຸມພາປີ 2021 ກ່ອນບຸນກຸດຈີນຈະວຽນມາເຖິງ, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຮອດບ້ານຮວ້າອູ່ ທີ່ຕັ້ງຢູ່ເຂດພູອູ່ເມີງ ແຂວງກຸ້ຍໂຈ່ວ ພາກຕາເວັນຕົກສຽງໃຕ້ຂອງຈີນ ເພື່ອສຳຫຼວດວຽກງານ ພ້ອມທັງຮັບຕ້ອນປີໃໝ່ກັບຊາວບ້ານຮວ້າອູ່ຮ່ວມກັນ. ໃນເວລາສຳຫຼວດເທື່ອນີ້, ທ່ານ ສີຈິ້ນຜິງກ່າວວ່າ, ການສ້າງຄວາມຮັ່ງມີຮ່ວມກັນ ເປັນເປົ້າໝາຍສຳຄັນອັນໜຶ່ງໃນການສ້າງປະເທດສັງຄົມນິຍົມທີ່ທັນສະໄໝ, ຕ້ອງຍຶດໝັ້ນຖືປະຊາຊົນເປັນໃຈກາງ, ແກ້ໄຂບັນຫາຕ່າງໆ ເຊັ່ນ: ຄວາມຜິດໂຕນກັນລະຫວ່າງເຂດແຄວ້ນ, ຄວາມຜິດໂຕນກັນລະຫວ່າງຕົວເມືອງ ແລະ ຊົນນະບົດ, ຄວາມຜິດໂຕນກັນດ້ານລາຍຮັບ ແລະບັນຫາອື່ນໆຢ່າງເປັນເຈົ້າການ. ເຮັດໃຫ້ປະຊາຊົນໄດ້ເຫັນການປ່ຽນແປງ ແລະ ໄດ້ຮັບຜົນປະໂຫຍດ.

ໃນວັນທີ 25 ກຸມພາປີ 2021 ເຊິ່ງຫຼັງຈາກການສຳຫຼວດດັ່ງກ່າວສິ້ນສຸດລົງແລ້ວ 20 ກວ່າວັນ, ກອງປະຊຸມສະຫຼຸບ ແລະ ຍ້ອງຍໍການລຶບລ້າງຄວາມທຸກຍາກທົ່ວປະເທດຈີນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານ ສີຈິ້ນຜິງ ໄດ້ປະກາດຕໍ່ທົ່ວໂລກວ່າ, ບັ້ນການລຶບລ້າງຄວາມທຸກຍາກຂອງຈີນ ໄດ້ຮັບໄຊຊະນະແລ້ວຢ່າງຮອບດ້ານ.

ໃນກອງປະຊຸມສົນທະນາລະຫວ່າງການນຳກັບຜູ້ຕາງໜ້າວົງການອຸດສາຫະກຳ-ການຄ້າຂອງຈີນ ແລະ ອາຟຼິກາ, ທ່ານ ສີຈິ້ນຜິງ ເຄີຍກ່າວປາຖະກະຖາພາຍໃຕ້ຫົວຂໍ້ວ່າ “ຮ່ວມກັນກ້າວໄປສູ່ເສັ້ນທາງຮັ່ງມີ” ໂດຍກ່າວເນັ້ນໜັກວ່າ: ຈະສະໜັບສະໜູນອາຟຼິກາເຂົ້າຮ່ວມການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນ, ຊົມໃຊ້ໝາກຜົນການພັດທະນາຮ່ວມກັນ ແລະ ບັນລຸຄວາມຮັ່ງມີຮ່ວມກັນ. ທ່ານຊີ້ໃຫ້ເຫັນຢ່າງແຈ່ມແຈ້ງວ່າ, ການບັນລຸຄວາມຮັ່ງມີຮ່ວມກັນຂອງປະຊາຊົນປະເທດຕ່າງໆ ເຊິ່ງລວມທັງປະຊາຊົນອາຟຼິກາ ເປັນເນື້ອໃນສຳຄັນຂອງການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ທຸກມື້ນີ້,ຈີນພວມປະກອບສ່ວນເພື່ອໃຫ້ປະຊາຊົນປະເທດຕ່າງໆຮັ່ງມີຂຶ້ນຮ່ວມກັນ ດ້ວຍພຶດຕິກຳລຶບລ້າງຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຮ່ວມກັນຂອງປະເທດຕົນ.

首页上一页12 2

Share this story on

Messenger Pinterest LinkedIn