ພາສາລາວ

ປະເທດຕ່າງໆພັດທະນາຮ່ວມກັນຈິ່ງແມ່ນການພັດທະນາທີ່ແທ້ຈິງໝົດທຸກຄົນຮັ່ງມີຂຶ້ນຮ່ວມກັນ ຈິ່ງແມ່ນຄວາມຮັ່ງມີທີ່ແທ້ຈິງ

cri2022-01-06 16:11:58
Share
Share this with Close
Messenger Pinterest LinkedIn

ປີ 2021 ເປັນປີທີ່ຄົບຮອບ 50 ປີທີ່ສ.ປ.ຈີນຟື້ືນຟູທີ່ນັ່ງທີ່ຖືກຕ້ອງຕາມກົດໝາຍຢູ່ອົງການສະຫະປະຊາຊາດ,ທັງເປັນປີທີ່ຄົບຮອບ 20 ປີທີ່ຈີນເຂົ້າເປັນສະມາຊິກອົງການການຄ້າໂລກ ຫຼື WHO. ວັນທີ 14 ຕຸລາປີ 2021, ໃນເວລາທ່ານ ສີຈິ້ນຜິງ ປະທານປະເທດຈີນ

ເຂົ້າຮ່ວມພິທີໄຂກອງປະຊຸມຄົມມະນາຄົມແບບຍືນຍົງທົ່ວໂລກຂອງອົງການສະຫະປະຊາຊາດຄັ້ງທີ 2 ຜ່ານທາງວິດີໂອ ທ່ານໄດ້ກ່າວຄຳປາໄສວ່າ: “ປະເທດຕ່າງໆພັດທະນາຮ່ວມກັນ ຈິ່ງແມ່ນການພັດທະນາທີ່ແທ້ຈິງ, ໝົດທຸກຄົນຮັ່ງມີຂຶ້ນຮ່ວມກັນ ຈິ່ງແມ່ນຄວາມຮັ່ງມີທີ່ແທ້ຈິງ.”

ພັດທະນາຮ່ວມກັນ

ປີ 2021, ການກໍ່ສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ” ໄດ້ຮັບປະສິດທິຜົນອັນຕັ້ງໜ້າຢ່າງບໍ່ຢຸດຢັ້ງ. ວັນທີ 19 ພະຈິກປີ 2021, ທ່ານ ສີຈິ້ນຜິງ ໄດ້ເປັນປະທານຈັດກອງປະຊຸມສຳມະນາກ່ຽວກັບການກໍ່ສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ” ຄັ້ງທີ 3 ໂດຍກ່າວເນັ້ນໜັກວ່າ: ຕ້ອງຖືເອົາມາດຕະການສູງ, ແບບຍືນຍົງ ແລະ ການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນເປັນເປົ້າໝາຍ, ສືບຕໍ່ຊຸກຍູ້ການກໍ່ສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ” ໃຫ້ມີການພັດທະນາທາງຄຸນນະພາບສູງ.

ຫຼັງຈາກນັ້ນ 10 ກວ່າມື້, ທ່ານ ສີຈິ້ນຜິງ ໄດ້ເຂົ້າຮ່ວມພິທີເປີດບໍລິການຂອງທາງລົດໄຟຈີນ-ລາວ ເຊິ່ງເປັນໂຄງການທີ່ເປັນສັນຍະລັກໃຫ້ແກ່ການກໍ່ສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ” ທາງຄຸນນະພາບສູງຮ່ວມກັນ, ທັງເປັນເສັ້ນທາງສາກົນທີ່ສະດວກຍິ່ງຂຶ້ນ.

ໃນເວລາກ່າວປາຖະກະຖາໃນພິທີໄຂງານວາງສະແດງສິນຄ້ານຳເຂົ້າ ສາກົນຈີນຄັ້ງທີ 4 ທີ່ຈັດຂຶ້ນໃນຕົ້ນເດືອນພະຈິກປີ 2021, ທ່ານ ສີຈິ້ນຜິງ ກ່າວວ່າ, ຈີນຍິນດີຮ່ວມກັບປະເທດຕ່າງໆ, ພ້ອມກັນສ້າງເສດຖະກິດໂລກແບບເປີດປະຕູ. ວິສາຫະກິດ 2.900 ກວ່າແຫ່ງທີ່ມາຈາກ 127 ປະເທດ ແລະ ເຂດແຄວ້ນໄດ້ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າຄັ້ງນີ້, ເພື່ອວາງສະແດງຜະລິດຕະພັນໃໝ່, ເຕັກນິກໃໝ່ ແລະ ການບໍລິການໃໝ່ 422 ລາຍການ.

ຍັງແມ່ນໃນປີ 2021 ເຊັ່ນກັນ, ຍອດມູນຄ່າຂາເຂົ້າຂາອອກຂອງຈີນໃນ 11 ເດືອນຕົ້ນ ໄດ້ບັນລຸເຖິງ 35.390 ຕື້ຢວນ, ເພິ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ຂະໜາດຂອງການຄ້າຂາເຂົ້າຂາອອກ ກໍໄດ້ໃຫຍ່ກວ່າປີ 2020 ໂດຍໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ.

12全文 2 下一页

Share this story on

Messenger Pinterest LinkedIn