ພາສາລາວ

ແນວຄິດດ້ານການພັດທະນາໃໝ່ຂອງຈີນສະແດງໃຫ້ເຫັນເຖິງດ້ານໃດແດ່

cri2022-01-06 11:08:42
Share
Share this with Close
Messenger Pinterest LinkedIn

ການປະກິດສ້າງໃໝ່ ຍັງສະແດງໃຫ້ເຫັນເຖິງການຫັນເປັນທັນສະໄໝທີ່ມະນຸດ ກັບທຳມະຊາດຢູ່ຮ່ວມກັນຢ່າງປອງດອງ.

ໃນປີ 2021, ການເດີນທາງຂອງຊ້າງປ່າອາຊີ 15 ໂຕຢູ່ແຂວງຢູນນານ ສປ ຈີນ ໄດ້ກາຍເປັນແຮງດຶງດູດສາຍຕາຊາວໂລກເປັນຢ່າງດີ, ໂດຍພາຍໃຕ້ການເບິ່ງແຍງດູແລຂອງປະຊາຊົນຈີນທັງຫຼາຍ, ຝູງຊ້າງໄດ້ສຳເລັດການເດີນທາງເປັນເວລາ 110 ກວ່າວັນ ແລະໄລຍະທາງ 130 ກວ່າກິໂລແມັດ, ໂດຍໄດ້ກາຍເປັນເລື່ອງລາວທີ່ໜ້າສົນໃຈໃນຈີນ. ຝູງຊ້າງໄດ້ອອກເດີນທາງຂຶ້ນເໜືອ ແລ້ວລົງໃຕ້ກັບສູ່ຖິ່ນເດີມຂອງຕົນ, ໄດ້ເຮັດໃຫ້ທົ່ວໂລກເຫັນເຖິງໝາກຜົນດ້ານການອະນຸລັກສັດປ່າຂອງຈີນ. ຈີນຈະສືບຕໍ່ຊຸກຍູ້ການສ້າງຄວາມສີວິໄລດ້ານລະບົບນິເວດ ແລະພັດທະນາຕາມທິດສີຂຽວຢ່າງຮອບດ້ານ, ຫັນເປັນທັນສະໄໝທີ່ມະນຸດ ກັບທຳມະຊາດຢູ່ຮ່ວມກັນຢ່າງປອງດອງ, ຮ່ວມກັນສ້າງປະຊາຄົມຂອງສິ່ງທີ່ມີຊີວິດໃນໂລກ.

Share with:

2022-01-06 11:08:42 cri

ແນວຄິດດ້ານການພັດທະນາໃໝ່ຂອງຈີນສະແດງໃຫ້ເຫັນເຖິງດ້ານໃດແດ່

首页上一页12 2

Share this story on

Messenger Pinterest LinkedIn