ພາສາລາວ

ແນວຄິດດ້ານການພັດທະນາໃໝ່ຂອງຈີນສະແດງໃຫ້ເຫັນເຖິງດ້ານໃດແດ່

cri2022-01-06 11:08:42
Share
Share this with Close
Messenger Pinterest LinkedIn

ປີ 2021 ແມ່ນປີທຳອິດທີ່ ສປ ຈີນເລີ່ມຕົ້ນການເດີນທາງຄັ້ງໃໝ່ ໃນການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ. ຈີນໄດ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່. ນັບແຕ່ປີ 2021 ເປັນຕົ້ນມາ, “ຈັດຕັ້ງປະຕິບັດແນວຄິດພັດທະນາໃໝ່ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ຮອບດ້ານ” ວາງແຜນ ແລະ ຊຸກຍູ້ວຽກງານຕ່າງໆຢ່າງເປັນລະບົບ ເຊິ່ງເປັນຄຳເວົ້າສຳຄັນໃນດ້ານການບໍລິຫານປະເທດຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ. ແນວຄິດດ້ານການພັດທະນາໃໝ່ຂອງຈີນສະແດງໃຫ້ເຫັນເຖິງດ້ານໃດແດ່

ກ່ອນອື່ນໝົດແມ່ນການປະດິດສ້າງໃໝ່

ແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນໄດ້ສະເໜີວ່າ: ຕ້ອງຍຶດໝັ້ນຄວາມເປັນແກນກາງຂອງການປະດິດສ້າງໃໝ່ໃນພາກສ່ວນທັງໝົດແຫ່ງການສ້າງປະເທດຈີນທີ່ທັນສະໄໝ, ຖືເອົາການພັດທະນາ ແລະ ສ້າງຄວາມເຂັ້ມແຂງດ້ານວິທະຍາສາດ-ເຕັກໂນໂລຊີ ເປັນການຄ້ຳປະກັນດ້ານຍຸດທະສາດໃນການພັດທະນາປະເທດ.

ເດືອນມີນາປີ 2021, ໃນເວລາຢ້ຽມຢາມວິສາຫະກິດແຫ່ງໜຶ່ງຢູ່ແຂວງຟູຈ້ຽນ, ທ່ານ ສີຈິ້ນຜິງ ກ່າວວ່າ: ສຳລັບແຜນພັດທະນາປະເທດພວກເຮົາ, ຕໍ່ໄປນີ້, ພວກເຮົາຕ້ອງອາໄສການປະດິດສ້າງໃໝ່, ບໍ່ວ່າຜູ່ໃດ ວິສາຫະກິດໃດ ຫຼື ອົງການໃດ, ເລື່ອງທີ່ສຳຄັນທີ່ສຸດກໍຄືສາມາດປະກອບສ່ວນໃຫ້ກັບປະເທດຊາດໄດ້, ຂໍພຽງແຕ່ປະກອບສ່ວນໃຫ້ກັບປະເທດຊາດເທົ່ານັ້ນ ລັດກໍສະສະໜັບສະໜູນຢ່າງເຕັມທີ່ .

ດັດຊະນີການປະດິດສ້າງໃໝ່ຂອງຈີນໃນປີ 2021 ໄດ້ເພີ່ມຂຶ້ນຮອດອັນດັບທີ 12 ໃນທົ່ວໂລກ ແລະເປັນອັນດັບທີ 1 ໃນບັນດາກຸ່ມເສດຖະກິດລາຍຮັບປານກາງ.

ການປະດິດສ້າງໃໝ່ ຍັງຕ້ອງໄດ້ສ່ອງແສງໃຫ້ເຫັນເຖິງການຍຶດໝັ້ນການພັດທະນາຕາມທິດສີຂຽວ.

ການປ່ຽນແປງຂອງດິນຟ້າອາກາດແມ່ນສິ່ງທ້າທາຍອັນຂ້ຽວຂາດທີ່ມວນມະນຸດທັງໝົດກໍາລັງຜະເຊີນຢູ່. ໃນກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ ທີ່ຈັດຂຶ້ນໃນວັນທີ 22 ເມສາ ປີ 2021, ທ່ານ ສີຈິ້ນຜິງ ຜູ້ນໍາສູງສຸດຂອງຈີນໄດ້ກ່າວວ່າ: “ຈີນຈະພະຍາຍາມເຮັດໃຫ້ຍອດປະລິມານການປ່ອຍກາກບອນດີອອກຊິດ ບັນລຸເຖິງຈຸດສູງສຸດກ່ອນປີ 2030 ແລະບັນລຸການປອດກາກບອນກ່ອນປີ 2060. ການໃຊ້ເວລາ ຈາກຍອດປະລິມານການປ່ອຍກາກບອນດີອອກຊິດບັນລຸເຖິງຈຸດສູງສຸດ ຮອດການປອດກາກບອນທີ່ຈີນໃຫ້ຄຳໝັ້ນສັນຍານັ້ນ ແມ່ນສັ້ນກວ່າປະເທດພັດທະນາແລ້ວ, ຈີນຕ້ອງມີຄວາມພະຍາຍາມຢ່າງຫຍຸ້ງຍາກລຳບາກ”. ເພື່ອໃຫ້ຄຳໝັ້ນສັນຍາປາກົດຜົນເປັນຈິງ. ຈີນໄດ້ເດີນຕາມເສັ້ນທາງພັດທະນາທີ່ສີຂຽວ ແລະປ່ອຍກາກບອນຕ່ຳຢ່າງເດັດດ່ຽວໜຽວແໜ້ນ ທັງໄດ້ປັບປຸງ ແລະ ຍົກລະດັບຂອງຂະແໜງການຕ່າງໆ ຄື: ຂະແໜງການພະລັງງານເປັນຕົ້ນ. ປີ 2021, ອັດຕາສ່ວນປ່າປົກຫຸ້ມທົ່ວປະເທດຈີນ ຫຼາຍກວ່າ 23%.

12全文 2 下一页

Share this story on

Messenger Pinterest LinkedIn