ພາສາລາວ

ຈີນຍິນດີຮ່ວມກັບປະເທດຢູ່ໃນພາກພື້ນເພື່ອບັນລຸການພັດທະນາແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນ

CRI2023-05-26 14:51:16
Share
Share this with Close
Messenger Pinterest LinkedIn

ໃນໂອກາດນີ້, ທ່ານນາງ ເໝົາໜິງ ໄດ້ຊີ້ໃຫ້ເຫັນວ່າ: ທາງລົດໄຟຈີນ-ລາວໄດ້ຊຸກຍູ້ການໄປມາຫາສູ່ກັນດ້ານການຄ້າ, ສິນຄ້າຂອງລາວແລະໄທທີ່ສົ່ງອອກໄປຈີນໂດຍຜ່ານທາງລົດໄຟດັ່ງກ່າວມີເຖິງ 3.260.000 ໂຕນ, ສ່ວນສິນຄ້າຂອງຫຼາຍປະເທດສະມາຊິກອາຊຽນກໍໄດ້ນໍາໃຊ້ທາງຂົນສົ່ງສິນຄ້າຄໍາສາຍນີ້ເຊັ່ນດຽວກັນ. ປັດຈຸບັນນີ້, ເຂົ້າໜຽວລາວແລະໝາກຖົ່ວລຽນໄທໃຊ້ເວລາພຽງແຕ່ 3 ມື້ເທົ່ານັ້ນກໍສາມາດປາກົດໂຕຢູ່ເທິງໂຕະອາຫານຂອງຜູ້ບໍລິໂພກຈີນແລ້ວ.

ທ່ານນາງ ເໝົາໜິງ ກ່າວຕື່ມວ່າ: ທາງລົດໄຟຈີນ-ລາວຍັງໄດ້ໃຫ້ຄວາມສໍາຄັນເປັນຢ່າງສູງຕໍ່ການອະນຸລັກສິ່ງແວດລ້ອມນໍາອີກ, ໂດຍໄດ້ຖືການອະນຸລັກ ສິ່ງແວດລ້ອມໄວ້ຢູ່ໃນຖານະສໍາຄັນທີ່ສຸດຕະຫຼອດການສ້າງແລະການບໍລິການ, ໄດ້ຫຼີກລ່ຽງເຂດສະຫງວນທຳມະຊາດແລະວັດທະນະທໍາ 6 ແຫ່ງທີ່ຢູ່ລຽບຕາມເສັ້ນທາງລົດໄຟ, ໄດ້ຫຼີກລ່ຽງນໍາໃຊ້ທີ່ດິນເຂດປ່າສະຫງວນແຫ່ງຊາດຂອງລາວ, ນອກນັ້ນ, ຍັງໄດ້ປູກຕົ້ນໄມ້ຫຼາຍກວ່າ 3.000.000 ຕາແມັດໃນທົ່ວເສັ້ນທາງ, ໂດຍ ຮັບປະກັນໃຫ້ປະເທດລາວມີພູຂຽວນໍ້າໃສຄືສະພາບເກົ່າ.

首页上一页12 2

Share this story on

Messenger Pinterest LinkedIn