ພາສາລາວ

ຈີນຍິນດີຮ່ວມກັບປະເທດຢູ່ໃນພາກພື້ນເພື່ອບັນລຸການພັດທະນາແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນ

CRI2023-05-26 14:51:16
Share
Share this with Close
Messenger Pinterest LinkedIn

ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 25 ພຶດສະພານີ້ວ່າ: ທາງລົດໄຟຈີນ-ລາວ ເປັນແບບຢ່າງດີທີ່ສຸດຂອງການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນ, ຝ່າຍຈີນຍິນດີຮ່ວມກັບປະເທດຢູ່ໃນພາກພື້ນ, ສືບຕໍ່ຮ່ວມກັນຊົມໃຊ້ໂອກາດທີ່ນໍາມາຈາກການເຊື່ອມໂຍງເຊື່ອມຈອດກັນເພື່ອບັນລຸການພັດທະນາແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

ອີງຕາມການລາຍງານຂ່າວແຈ້ງໃຫ້ຮູ້ວ່າ: ມາຮອດວັນທີ 23 ພຶດສະພານີ້, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 16.000.000 ເທື່ອຄົນ. ທ່ານນາງ ເໝົາໝິງ ກ່າວວ່າ: ນັບແຕ່ທາງລົດໄຟຈີນ-ລາວເປີດນໍາໃຊ້ມາເປັນເວລາໜຶ່ງປີປາຍ, ໄດ້ມີການຂົນສົ່ງສິນຄ້າແລະຜູ້ໂດຍສານເປັນຈໍານວນຫຼວງຫຼາຍ. ກ່ອນໜ້ານີ້ໜຶ່ງເດືອນຄືໃນເດືອນເມສາປີນີ້, ທາງລົດໄຟຈີນ-ລາວໄດ້ເປີດຂະບວນລົດໄຟຂົນສົ່ງຜູ້ໂດຍສານສາກົນຂອງກັນແລະກັນ, ເຮັດໃຫ້ເວລາການເດີນທາງລະຫວ່າງນະຄອນຄຸນໝິງຫານະຄອນຫຼວງວຽງຈັນສາມາດໄປຮອດພາຍໃນມື້ດຽວ, ໂດຍໄດ້ສ້າງຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນສອງຊາດຕື່ມອີກ, ພ້ອມທັງໄດ້ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວແລະເສດຖະກິດ-ການຄ້າລະຫວ່າງສອງປະເທດຢ່າງແຂງແຮງ.

ໃນເວລາຕອບຄໍາຖາມທີ່ພາຍນອກສົນໃຈວ່າປະຊາຊົນລາວຈະໄດ້ຮັບຜົນປະໂຫຍດຈາກທາງລົດໄຟຈີນ-ລາວຫຼືບໍ່, ທ່ານນາງ ເໝົາໜິງ ກ່າວວ່າ: ທາງລົດໄຟຈີນ-ລາວໄດ້ຊຸກຍູ້ການປະກອບອາຊີບຂອງລາວ, ນັບແຕ່ທາງລົດໄຟຈີນ-ລາວເປີດນໍາໃຊ້ເປັນຕົ້ນມາ, ໄດ້ຮັບສະໝັກພະນັກງານຄົນລາວ 3.500 ກວ່າຄົນ, ພ້ອມທັງໄດ້ເພີ່ມວຽກເຮັດງານທໍາຫຼາຍກວ່າ 100.000 ຕໍາແໜ່ງໃນຂະແໜງການຈໍລະຈອນສິນຄ້າ, ຄົມມະນາຄົມ, ການຄ້າ, ການທ່ອງທ່ຽວແລະອື່ນໆໂດຍທາງອ້ອມ. ນອກນີ້, ເນື່ອງຈາກເສັ້ນທາງລົດໄຟດັ່ງກ່າວ, ເຮັດໃຫ້ຊາວໜຸ່ມລາວທີ່ອາໄສຢູ່ເຂດພູດອຍນັ້ນສາມາດອອກຈາກພູດອຍແລະກ້າວເຂົ້າສູ່ໂລກນັບມື້ນັບຫຼາຍຂຶ້ນຕື່ມອີກ.

12全文 2 下一页

Share this story on

Messenger Pinterest LinkedIn