ພາສາລາວ

ຖ້າບໍ່ມີປະເທດຈີນ,ການລ່າເມືອງຂຶ້ນແບບໃໝ່ດ້ວຍວັກຊີນໂຄວິດ-19 ຂອງອາເມຣິກາກໍ່ອາດຈະສົມຫວັງແນ່ນອນ

cri2021-11-23 17:47:47
Share
Share this with Close
Messenger Pinterest LinkedIn

ຖ້າຢາກໄດ້ຮັບວັກຊີນໂຄວິດ-19 ທີ່ອາເມຣິກາສະໜອງໃຫ້ກໍ່ຕ້ອງຄ່າຕອບແທນຄືແນວໃດ? ຄຳຕອບກໍ່ແມ່ນ:ເກີນຄວາມຄາດຄຶດຂອງທ່ານແນ່ນອນ!

ຫວ່າງມໍ່ໆມານີ້, ອົງການປົກປ້ອງສິດແລະຜົນປະໂຫຍດຂອງຜູ້ບໍລິໂພກສາກົນໄດ້ເປີດເຜີຍບົດລາຍງານສະບັບໜຶ່ງໂດຍຊີ້ໃຫ້ເຫັນວ່າ: ຜູ້ທີ່ຈັດຊື້ວັກຊີນໂຄວິດ-19 ຂອງບໍລິສັດໄຟເຊີ(Pfizer)ຂອງອາເມຣິກາຕ້ອງເຊັນສັນຍາຕ່າງກັນແບບບໍ່ສະເໝີພາບກັນ,ເຊິ່ງມີເນື້ອໃນຄືດັ່ງນີ້: ໜຶ່ງ, ບັນດາປະເທດທີ່ໄດ້ເຊັນສັນຍາຈັດຊື້ວັກຊີນໂຄວິດ-19 ກັບບໍລິສັດໄຟເຊີຂອງອາເມຣິກາ,ລັດຖະບານຂອງປະເທດເຫຼົ່ານັ້ນບໍ່ສາມາດເປີດເຜີຍລາຍລະອຽດໃດໆຂອງສັນຍາໄດ້;ສອງ,ບໍລິສັດໄຟເຊີມີສິດສະກັດກັ້ນບໍ່ໃຫ້ປະເທດທີ່ເຊັນສັນຍາຮັບວັກຊີນຈາກປະເທດອື່ນ. ສາມ, ບໍລິສັດໄຟເຊີຈະບໍ່ຮັບຜິດຊອບກໍລະນີໃດໆທັງໝົດທີ່ເກີດຈາກການກະທຳຂອງຕົນທີ່ອາດຈະລະເມີດຊັບສິນທາງປັນຍາ; ສີ່,ສຳລັບຂໍ້ຂັດແຍ້ງທີ່ອາດຈະເກີດຂຶ້ນຍ້ອນການສັກວັກຊີນ,ຕ້ອງໄດ້ແກ້ໄຂໂດຍຜ່ານການໄກ່ເກ່ຍຈາກເອກະຊົນ; ຫ້າ,ບໍລິສັດໄຟເຊີມີສິດໄດ້ຮັບຊັບສິນແຫ່ງລັດຂອງປະເທດທີ່ໄດ້ເຊັນສັນຍາຈັດຊື້ກັບຕົນ; ຫົກ,ເວລາ,ລາຄາແລະວິທີມອບຮັບວັກຊີນໂຄວິດ-19 ແລະອື່ນໆລ້ວນແຕ່ຂຶ້ນກັບການຕັດສິນໃຈຂອງບໍລິສັດໄຟເຊີ,ຖ້າເກີດມີການປ່ຽນແປງຫຍັງບໍລິສັດໄຟເຊີຈະບໍ່ຮັບຜິດຊອບຫຍັງເລີຍ.

ເມື່ອຄົນທັງຫຼາຍໄດ້ເຫັນຂໍ້ກຳນົດໃນສັນຍາທີ່ບໍ່ສະເໝີພາບແລະບໍ່ເປັນທຳແບບນີ້ອາດຈະຄິດວ່າ: ຍັງຈະມີປະເທດໃດຍິນດີເຊັນສັນຍາແບບນີ້ບໍ່? ທີ່ຈິງແລ້ວ,ປະເທດທີ່ໄດ້ເຊັນສັນຍາດັ່ງກ່າວມີຢູ່,ຍັງມີຫຼາຍ.

ບົດລາຍງານໄດ້ເຜີຍໃຫ້ຮູ້ສິ່ງຕອບແທນຂອງບາງປະເທດໃນການຈັດຊື້ວັກຊີນໂຄວິດ-19ຄື: ອາກຊັງຕິນຢາກຈັດຊື້ວັກຊີນໂຄວິດ-19 ຂອງບໍລິສັດໄຟເຊີຂອງອາເມຣິກາ,ຕ້ອງການສິ່ງມັດຈຳຕ່າງໆເຊັ່ນ: ເງິນຄັງສຳຮອງ,ຖານທັບແລະອາຄານສະຖານທູດ; ສ່ວນບຣາຊີນທີ່ໄດ້ຈັດຊື້ວັກຊີນໂຄວິດ-19 ຂອງອາເມຣິກາກໍ່ຕ້ອງການຄ່າມັດຈຳດ້ວຍຊັບສິນຂອງຕົນຢູ່ຕ່າງປະເທດ.

12全文 2 下一页

Share this story on

Messenger Pinterest LinkedIn