ພາສາລາວ

ຖ້າບໍ່ມີປະເທດຈີນ,ການລ່າເມືອງຂຶ້ນແບບໃໝ່ດ້ວຍວັກຊີນໂຄວິດ-19 ຂອງອາເມຣິກາກໍ່ອາດຈະສົມຫວັງແນ່ນອນ

cri2021-11-23 17:47:47
Share
Share this with Close
Messenger Pinterest LinkedIn

ຖ້າຢາກໄດ້ຮັບວັກຊີນໂຄວິດ-19 ທີ່ອາເມຣິກາສະໜອງໃຫ້ກໍ່ຕ້ອງຄ່າຕອບແທນຄືແນວໃດ? ຄຳຕອບກໍ່ແມ່ນ:ເກີນຄວາມຄາດຄຶດຂອງທ່ານແນ່ນອນ!

ຫວ່າງມໍ່ໆມານີ້, ອົງການປົກປ້ອງສິດແລະຜົນປະໂຫຍດຂອງຜູ້ບໍລິໂພກສາກົນໄດ້ເປີດເຜີຍບົດລາຍງານສະບັບໜຶ່ງໂດຍຊີ້ໃຫ້ເຫັນວ່າ: ຜູ້ທີ່ຈັດຊື້ວັກຊີນໂຄວິດ-19 ຂອງບໍລິສັດໄຟເຊີ(Pfizer)ຂອງອາເມຣິກາຕ້ອງເຊັນສັນຍາຕ່າງກັນແບບບໍ່ສະເໝີພາບກັນ,ເຊິ່ງມີເນື້ອໃນຄືດັ່ງນີ້: ໜຶ່ງ, ບັນດາປະເທດທີ່ໄດ້ເຊັນສັນຍາຈັດຊື້ວັກຊີນໂຄວິດ-19 ກັບບໍລິສັດໄຟເຊີຂອງອາເມຣິກາ,ລັດຖະບານຂອງປະເທດເຫຼົ່ານັ້ນບໍ່ສາມາດເປີດເຜີຍລາຍລະອຽດໃດໆຂອງສັນຍາໄດ້;ສອງ,ບໍລິສັດໄຟເຊີມີສິດສະກັດກັ້ນບໍ່ໃຫ້ປະເທດທີ່ເຊັນສັນຍາຮັບວັກຊີນຈາກປະເທດອື່ນ. ສາມ, ບໍລິສັດໄຟເຊີຈະບໍ່ຮັບຜິດຊອບກໍລະນີໃດໆທັງໝົດທີ່ເກີດຈາກການກະທຳຂອງຕົນທີ່ອາດຈະລະເມີດຊັບສິນທາງປັນຍາ; ສີ່,ສຳລັບຂໍ້ຂັດແຍ້ງທີ່ອາດຈະເກີດຂຶ້ນຍ້ອນການສັກວັກຊີນ,ຕ້ອງໄດ້ແກ້ໄຂໂດຍຜ່ານການໄກ່ເກ່ຍຈາກເອກະຊົນ; ຫ້າ,ບໍລິສັດໄຟເຊີມີສິດໄດ້ຮັບຊັບສິນແຫ່ງລັດຂອງປະເທດທີ່ໄດ້ເຊັນສັນຍາຈັດຊື້ກັບຕົນ; ຫົກ,ເວລາ,ລາຄາແລະວິທີມອບຮັບວັກຊີນໂຄວິດ-19 ແລະອື່ນໆລ້ວນແຕ່ຂຶ້ນກັບການຕັດສິນໃຈຂອງບໍລິສັດໄຟເຊີ,ຖ້າເກີດມີການປ່ຽນແປງຫຍັງບໍລິສັດໄຟເຊີຈະບໍ່ຮັບຜິດຊອບຫຍັງເລີຍ.

ເມື່ອຄົນທັງຫຼາຍໄດ້ເຫັນຂໍ້ກຳນົດໃນສັນຍາທີ່ບໍ່ສະເໝີພາບແລະບໍ່ເປັນທຳແບບນີ້ອາດຈະຄິດວ່າ: ຍັງຈະມີປະເທດໃດຍິນດີເຊັນສັນຍາແບບນີ້ບໍ່? ທີ່ຈິງແລ້ວ,ປະເທດທີ່ໄດ້ເຊັນສັນຍາດັ່ງກ່າວມີຢູ່,ຍັງມີຫຼາຍ.

ບົດລາຍງານໄດ້ເຜີຍໃຫ້ຮູ້ສິ່ງຕອບແທນຂອງບາງປະເທດໃນການຈັດຊື້ວັກຊີນໂຄວິດ-19ຄື: ອາກຊັງຕິນຢາກຈັດຊື້ວັກຊີນໂຄວິດ-19 ຂອງບໍລິສັດໄຟເຊີຂອງອາເມຣິກາ,ຕ້ອງການສິ່ງມັດຈຳຕ່າງໆເຊັ່ນ: ເງິນຄັງສຳຮອງ,ຖານທັບແລະອາຄານສະຖານທູດ; ສ່ວນບຣາຊີນທີ່ໄດ້ຈັດຊື້ວັກຊີນໂຄວິດ-19 ຂອງອາເມຣິກາກໍ່ຕ້ອງການຄ່າມັດຈຳດ້ວຍຊັບສິນຂອງຕົນຢູ່ຕ່າງປະເທດ.

ການກະທຳຂອງອາເມຣິກາທີ່ຍາດປະເທດອື່ນໂດຍຜ່ານການຂາຍວັກຊີນໂຄວິດ-19 ນັ້ນທີ່ແທ້ກໍ່ແມ່ນລັດທິລ່າເມືອງຂຶ້ນແບບໃໝ່ດ້ວຍວັກຊີນໂຄວິດ-19 ໃນຍຸກປັດຈຸບັນ. ອາເມຣິກາໄດ້ຄອບງຳຜົນປະໂຫຍດອັນໃຫຍ່ຫຼວງໂດຍຜ່ານການຜູກຂາດຂອງວັກຊີນໂຄວິດ-19 ເຊິ່ງຜົນປະໂຫຍດທີ່ອາເມຣິກາໄດ້ຮັບແມ່ນຫຼາຍກວ່າຜົນປະໂຫຍດທີ່ຕົນສາມາດໄດ້ຮັບຈາກການກໍ່ສົງຄາມ.

ແຕ່ວ່າ,ແຜນການຄອບງຳຊັບສິນຂອງໂລກຂອງອາເມຣິກາໄດ້ປະສົບກັບສິ່ງກີດຂວາງທີ່ເຂັ້ມແຂງຄື: ຈີນສາມາດຄົ້ນຄວ້າຜະລິດວັກຊີນໂຄວິດ-19 ທີ່ຍິ່ງມີຄວາມປອດໄພກວ່າວັກຊີນໂຄວິດ-19 ຂອງອາເມຣິກາທີ່ອາເມຣິກາຄາດຄິດບໍ່ເຖິງວ່າຈະເຮັດໄດ້ໄວປານນີ້. ແລະໄດ້ຖືວັກຊີນໂຄວິດ-19 ເປັນຜະລິດຕະພັນສາທາລະນະ,ເພື່ອສະໜອງໃຫ້ປະເທດທີ່ມີຄວາມຕ້ອງການດ້ວຍລາຄາຕ່ຳກວ່າ,ແລະໄດ້ໃຫ້ການຊ່ວຍເຫຼືອລ້າວັກຊີນໂຄວິດ-19 ແກ່ປະເທດພວມພັດທະນາແລະປະເທດດ້ອຍພັດທະນາໃນໂລກ.

ມາຮອດປັດຈຸບັນ, ຈີນໄດ້ສະໜອງວັກຊີນໂຄວິດ-19 ທັງໝົດຫຼາຍກວ່າ 1,6 ຕື້ຫຼອດໃຫ້ກັບປະເທດຕ່າງໆໃນໂລກ,ນອກຈາກນີ້, ຈີນຍັງໄດ້ສະໜອງຜ້າປິດປາກປະມານ 350 ຕື້ອັນ,ຊຸດປ້ອງກັນພະຍາດຫຼາຍກວ່າ 4 ຕື້ຊຸດແລະວັດຖຸອຸປະກອນການແພດອື່ນໆໃຫ້ແກ່ປະຊາຄົມໂລກອີກດ້ວຍ,ໄດ້ສ້າງຜົນປະໂຫຍດໃຫ້ແກ່ 100 ກວ່າປະເທດແລະອົງການຈັດຕັ້ງສາກົນຫຼາຍແຫ່ງ.

ການກະທຳທີ່ຈີນຊ່ວຍເຫຼືອວັກຊີນໂຄວິດ-19 ໃຫ້ກັບໂລກໄດ້ທຳລາຍແຜນການລ່າເມືອງຂຶ້ນແບບໃໝ່ດ້ວຍວັກຊີນໂຄວິດ-19 ຂອງອາເມຣິກາຢ່າງແຂງແຮງ,ຖ້າບໍ່ມີວັກຊີນໂຄວິດ-19 ຂອງປະເທດຈີນ, ອາເມຣິກາກໍ່ອາດຈະສາມາດເຮັດໃຫ້ແຜນການຄອບງຳຜົນປະໂຫຍດຂອງໂລກສຳເລັດຜົນໂດຍຜ່ານວັກຊີນໂຄວິດ-19 ໄດ້ຢ່າງສະດວກ. ເມື່ອຮອດເວລານັ້ນ,ທົ່ວໂລກລ້ວນແຕ່ຈະປະສົບກັບຜົນເສຍຫາຍຢ່າງຫຼວງຫຼາຍ.

ນີ້ກໍ່ໄດ້ສະແດງໃຫ້ເຫັນວ່າເປັນຫຍັງແຕ່ກ່ອນອາເມຣິກາຈຶ່ງຄິດຫາທຸກວິທີສ້າງຄວາມລະແວງສົງໄສແລະຄັດຄ້ານວັກຊີນໂຄວິດ-19 ຂອງຈີນແລະໄດ້ໃສ່ຮ້າຍປ້າຍສີປະເທດຈີນວ່າໄດ້ໃຊ້ວັກຊີນໂຄວິດ-19 ເພື່ອເພີ່ມອິດທິພົນໃຫ້ກັບຕົນເອງ, ເພາະວ່າ, ຖ້າບໍ່ມີປະເທດຈີນ,ແຜນການລ່າເມືອງຂຶ້ນແບບໃໝ່ດ້ວຍວັກຊີນໂຄວິດ-19 ຂອງອາເມຣິກາກໍ່ອາດຈະສົມຫວັງແນ່ນອນ.

Share with:

2021-11-23 17:47:47 cri

ຖ້າບໍ່ມີປະເທດຈີນ,ການລ່າເມືອງຂຶ້ນແບບໃໝ່ດ້ວຍວັກຊີນໂຄວິດ-19 ຂອງອາເມຣິກາກໍ່ອາດຈະສົມຫວັງແນ່ນອນ

Share this story on

Messenger Pinterest LinkedIn