ພາສາລາວ

ຈີນຈັດກອງປະຊຸມວຽກງານຊົນນະຊົດຂັ້ນສູນກາງ ວາງແຜນເລັ່ງລັດສ້າງປະເທດເຂັ້ມແຂງດ້ານກະສິກຳ

CRI2022-12-24 21:50:00
Share
Share this with Close
Messenger Pinterest LinkedIn

ລະຫວ່າງວັນທີ 2ທັນວານີ້, ກອງປະຊຸມວຽກງານຊົນນະຊົດຂັ້ນສູນກາງຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງເພື່ອວາງແຜນວຽກງານກ່ຽວກັບການສ້າງປະເທດເຂັ້ມແຂງດ້ານກະສິກຳ, ເລັ່ງລັດຊຸກຍູ້ການຫັນກະສິກຳແລະຊົນນະບົດເປັນທັນສະໄໝ, ຊຸກຍູ້ການພັດທະນາຊົນນະລົດໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານ, ແລະວຽກງານອື່ນໆ.

ໃນກອງປະຊຸມດັ່ງກ່າວ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວເນັ້ນໜັກວ່າ, ປະເທດເຂັ້ມແຂງດ້ານກະສິກຳແມ່ນພື້ນຖານຂອງປະເທດສັງຄົມນິຍົມທີ່ທັນສະໄໝ ແລະ ເຂັ້ມແຂງ, ການຕອບສະໜອງຕາມຄວາມຕ້ອງການຂອງປະຊາຊົນທີ່ມີຕໍ່ຊີວິດການເປັນຢູ່ອັນດີງາມ, ບັນລຸການພັດທະນາທີ່ມີຄຸນນະພາບສູງ, ຮັດແໜ້ນພື້ນຖານຂອງຄວາມໝັ້ນຄົງແຫ່ງຊາດ, ລ້ວນແຕ່ບໍ່ສາມາດປາສະຈາກການພັດທະນາກະສິກຳໄດ້. ການສ້າງປະເທດເຂັ້ມແຂງດ້ານກະສິກຳຕ້ອງຢູ່ບົນພື້ນຖານສະພາບຄວາມເປັນຈິງຂອງປະເທດຈີນ, ເອກະລັກຊັບພະຍາກອນທີ່ມີປະຊາກອນຫຼາຍແຕ່ມີທີ່ດິນໜ້ອຍ, ພື້ນຖານປະຫວັດສາດແຫ່ງອະລິຍະທຳການປູກຝັງ, ຄວາມຕ້ອງການແຫ່ງຍຸກສະໄໝທີ່ມະນຸດກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກັນ, ເດີນຕາມເສັ້ນທາງຂອງຕົນ, ບໍ່ລອກຮຽນແບບຮູບການສ້າງປະເທດເຂັ້ມແຂງດ້ານກະສິກຳທີ່ທັນສະໄໝຈາກຕ່າງປະເທດຢ່າງງ່າຍດາຍ. ຕ້ອງອາໄສກຳລັງແຮງຂອງຕົນເພື່ອກຳແໜ້ນຖ້ວຍເຂົ້າຂອງຕົນ,ພັດທະນາກະສິກຳແບບກາກບອນຕ່ຳ, ຊຸກຍູ້ຄວາມຮັ່ງມີຮ່ວມກັນຢ່າງໜັກແໜ້ນ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ການຮັບປະກັນການສະໜອງສະບຽງອາຫານ ແລະ ຜະລິດຕະພັນກະສິກຳປະເພດສຳຄັນຢ່າງໝັ້ນຄົງ ແລະປອດໄພ ແມ່ນວຽກສຳຄັນອັນດັບໜຶ່ງໃນການສ້າງປະເທດເຂັ້ມແຂງດ້ານກະສິກຳຢ່າງສະເໝີຕົ້ນສະເໝີປາຍ.

ທ່ານສີຈິ້ນຜິງຊີ້ອອກວ່າ, ການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານແມ່ນໜ້າທີ່ສຳຄັນໃນການສ້າງປະເທດເຂັ້ມແຂງດ້ານກະສິກຳໃນຍຸກໃໝ່, ການນຳໃຊ້ແຮງຄົນ, ຈັດສັນວັດຖຸ, ແລະການຮັບປະກັນດ້ານການເງິນຕ້ອງຍ້າຍມາສູ່ການພັດທະນາຊົນນະບົດໃຫ້ຈະ ເລີນຮຸ່ງເຮືອງ. ການປັບປຸງ ແລະ ຂະຫຍາຍໝາກຜົນຂອງການລຶບລ້າງຄວາມທຸກຍາກແມ່ນໜ້າທີ່ຂັ້ນພື້ນຖານສຳລັບການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານ, ຕ້ອງເຊື່ອມສານນະໂຍບາຍຊ່ວຍເຫຼືອຜູ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ເຂດຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ດີ, ຈັດຕັ້ງປະຕິບັດມາດຕະການທີ່ກ່ຽວຂ້ອງຢ່າງມີປະສິດທິຜົນ, ເດັດດ່ຽວປ້ອງກັນບໍ່ໃຫ້ເກີດມີປາກົດການທີ່ທົ່ວບ້ານ ຫຼື ທົ່ວຕາແສງຕົກຢູ່ໃນຄວາມທຸກຍາກຄືນໃໝ່. ຕ້ອງຍຶດໝັ້ນຖືເອົາການໃຫ້ຊາວກະສິກອນມີລາຍຮັບເພີ່ມຂຶ້ນເປັນໜ້າທີ່ໃຈກາງໃນວຽກງານ “ກະສິກຳ ຊົນນະບົດ ແລະ ຊາວກະສິກອນ”,ຊອກທຸກວິທີທາງເພື່ອເປີດກວ້າງຊ່ອງທາງໃຫ້ຊາວກະສິກອນມີລາຍຮັບເພີ່ມຂຶ້ນ.

12全文 2 下一页

Share this story on

Messenger Pinterest LinkedIn