ພາສາລາວ

ຈີນຈັດກອງປະຊຸມວຽກງານຊົນນະຊົດຂັ້ນສູນກາງ ວາງແຜນເລັ່ງລັດສ້າງປະເທດເຂັ້ມແຂງດ້ານກະສິກຳ

CRI2022-12-24 21:50:00
Share
Share this with Close
Messenger Pinterest LinkedIn

ທ່ານສີຈິ້ນຜິງກ່າວເນັ້ນໜັກຕື່ມວ່າ, ການສ້າງຊົນນະບົດທີ່ໜ້າຢູ່ ໜ້າທຳມາຫາກິນ ແລະ ບ້ານຊົນນະບົດທີ່ສວຍງາມແມ່ນສິ່ງທີ່ຄວນມີໃນການສ້າງປະເທດເຂັ້ມແຂງດ້ານກະສິກຳ. ຕ້ອງຊຸກຍູ້ການຫັນກະສິກຳ ແລະ ຊົນນະບົດເປັນທັນສະໄໝຢ່າງເປັນເອກະພາບກັນ, ຈັດຕັ້ງປະຕິບັດການເຄື່ອນໄຫວສ້າງສາຊົນນະບົດໃຫ້ດີ, ໂດຍສະເພາະຕ້ອງເລັ່ງລັດການສ້າງພື້ນຖານໂຄງລ່າງບໍລິການສາທາລະນະດ້ານການປ້ອງກັນພະຍາດ, ລ້ຽງດູຜູ້ເຖົ້າ, ການສຶກສາ, ການປິ່ນປົວ ແລະ ອື່ນໆ, ຍົກລະດັບພື້ນຖານໂຄງລ່າງໃນຊົນນະບົດໃຫ້ຄົບຖ້ວນກວ່າເກົ່າ, ການບໍລິການສາທາລະນະມີຄວາມສະດວກກວ່າເກົ່າ, ສະພາບແວດລ້ອມທີ່ຢູ່ອາໄສມີຄວາມສະດວກສະບາຍກວ່າເກົ່າ, ເຮັດໃຫ້ຊາວກະສິກອນສາມາດດຳລົງຊີວິດທີ່ມີຄວາມສິວິໄລ ແລະ ຄວາມທັນສະໄໝຢູ່ກັບທີ່.

首页上一页12 2

Share this story on

Messenger Pinterest LinkedIn