ພາສາລາວ

ຮູບແຕ້ມ “ຟູ້ຊຸ່ນຊ່ານຈູ່” ແບບຍຸກປັດຈຸບັນກຳລັງປາກົດຜົນເປັນຈິງ

cri2022-03-10 22:39:40
Share
Share this with Close
Messenger Pinterest LinkedIn

ໃນໄລຍະຈັດກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຫຼືກອງປະຊຸມສອງສະພາ, ທ່ານສີຈິ້ນຜິງ ປະທານປະເທດຈີນໃນຖານະເປັນຜູ້ແທນສະພາປະຊາຊົນແຫ່ງຊາດໄດ້ເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນເຂດມົງໂກໃນທີ່ເຂົ້າຮ່ວມກອງປະຊຸມ, ທ່ານກ່າວວ່າ: ປະຊາຊົນບັນດາເຜົ່າຂອງປະເທດຈີນຕ້ອງເຕົ້າໂຮມຄວາມສາມັກຄີກັນຢ່າງແໜ້ນແຟ້ນຄືກັບແກ່ນໝາກພິລາຈັບກັນຢ່າງແໜ້ນໜາ, ເພື່ອຮ່ວມກັນສ້າງຊີວິດການເປັນຢູ່ທີ່ດີງາມ.

ຄຳປຽບທຽບກ່ຽວກັບແກ່ນໝາກພິລານີ້ໄດ້ສະແດງໃຫ້ເຫັນຄວາມສຳຄັນໃນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າຢ່າງມີຊີວິດຊີວາ. ໃນກອງປະຊຸມສອງສະພາແຫ່ງຊາດແຕ່ລະປີ, ທ່ານສີຈິ້ນຜິງລ້ວນແຕ່ໄດ້ເຂົ້າຮ່ວມຄົ້ນຄວ້າພິຈາລະນາບັນຫາສຳຄັນຕ່າງໆຂອງປະເທດຊາດກັບຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສອງສະພາ, ເຊິ່ງໃນເວລາແລກປ່ຽນຄວາມເຫັນປຶກສາຫາລືກັນນັ້ນ, ທ່ານກໍໄດ້ນຳໃຊ້ຄຳປຽບທຽບທີ່ມີຊີວິດຊີວາຫຼາຍປະໂຫຍກເພື່ອບັນຍາຍທັດສະນະຂອງຕົນ. ໃນນີ້, ທ່ານເຄີຍໄດ້ຍົກເອົາຮູບແຕ້ມສະໄໝບູຮານທີ່ມີຊື່ສຽງຂອງຈີນມາວາດພາບກ່ຽວກັບສະພາບແວດລ້ອມການດຳລົງຊີວິດທີ່ດີງາມຂອງຈີນໃນຍຸກໃໝ່.

Share this story on

Messenger Pinterest LinkedIn