ພາສາລາວ

ຟັງເພງທີ່ມ່ວນຫູຫຼາຍ!ນັກຮ້ອງຈາກ 16 ປະເທດຮ້ອງເພງ “ກ້າວສູ່ອະນາຄົດຮ່ວມກັນ”

cri2022-01-27 17:41:34
Share
Share this with Close
Messenger Pinterest LinkedIn

“一起向未来”

“ກ້າວສູ່ອະນາຄົດຮ່ວມກັນ”

“共に未来へ”

“Ирээдүйн зүг хамтдаа”

‎ “باهم برای آینده مشترک”

“Pamoja kwa mustakabali wa pamoja”

‎ “יחד לעתיד משותף”

……

ພາສາທີ່ຕ່າງກັນແຕ່ມີຄວາມມຸ່ງຫວັງດຽວກັນນັ້ນກໍຄື: “ສາມັກຄີກັນ, ກ້າວສູ່ອະນາຄົດຮ່ວມກັນ!”

ເນື່ອງໃນໂອກາດງານກິລາໂອລິມປິກລະດູໜາວປັກກິ່ງປີ 2022 ກຳລັງຈະໄຂຂຶ້ນໃນອີກບໍ່ດົນນີ້ MV ຫຼືວິດີໂອເພງທີ່ມີຊື່ວ່າ “ກ້າວສູ່ອະນາຄົດຮ່ວມກັນ”ທີ່ເປັນເພງໂຄສະນາເພື່ອເຜີຍແຜ່ຄຳຂວັນຫຼັກຂອງງານກິລາໂອລິມປິກລະດູໜາວປັກກິ່ງທີ່ຮ້ອງໂດຍໂຄສົກພາສາຕ່າງປະເທດຂອງສະຖານິວິທະຍຸໂທລະພາບສູນກາງຈີນຫຼື CMG ແລະ ນັກຮ້ອງຈາກ 15 ປະເທດຂອງພາກພື້ນອາຊີ-ອາຟຣິກາທັງໝົດ 20 ກວ່າຄົນໄດ້ເຜີຍແຜ່ຢ່າງເປັນທາງການແລ້ວ.

ນັກຮ້ອງຈີນແລະຕ່າງປະເທດທີ່ມີຜິວສີຕ່າງກັນແລະມີພາສາຕ່າງກັນໄດ້ມີຄຳຮຽກຮ້ອງທີ່ຈິງໃຈຄືຊື່ເພງ “ກ້າວສູ່ອະນາຄົດຮ່ວມກັນ” .

MV ຂອງເພງ “ກ້າວສູ່ອະນາຄົດຮ່ວມກັນ” ສະບັບຫຼາຍພາສາບໍ່ພຽງແຕ່ໄດ້ສະທ້ອນໃຫ້ເຫັນຄວາມມຸ່ງຫວັງອັນແຮງກ້າແລະຄວາມອົບອຸ່ນຈາກປະຊາຊົນຂອງຫຼາຍປະເທດໃນອາຊີ-ອາຟຣິກາເທົ່ານັ້ນ,ຫາກຍັງໄດ້ສະທ້ອນໃຫ້ເຫັນເລື່ອງທີ່ປະທັບໃຈຕ່າງໆໃນ MV ນີ້.

ຢູ່ມົງໂກລີ, ອຸນຫະພູມຢູ່ນອກເຮືອນລົບ 30 ອົງສາ, ເຖິງວ່ານັກຮ້ອງທັງຫຼາຍນຸ່ງເຄື່ອງໜ້ອຍກໍຕາມແຕ່ເຂົາເຈົ້າໄດ້ສະແດງອອກເຖິງຄວາມພາກພູມໃຈທີ່ສຸດ.

ຢູ່ອີຣານ, ໃນເວລາຖ່າຍທຳຢູ່ໃນຫ້ອງອັດສຽງ, ໄຟຟ້າມອດກະທັນຫັນ,ເພື່ອເຮັດໃຫ້ນັກຮ້ອງທ້ອງຖິ່ນມີອາລົມດີ,ທີມງານຖ່າຍທໍາໄດ້ຊ່ວຍສ້າງບັນຍາກາດທີ່ດີໃຫ້ກັບນັກຮ້ອງ.

ຢູ່ເຄັນຢາ,ນັກຮ້ອງໄດ້ພາກັນຝຶກຊ້ອມທ່າມກາງສາຍຝົນ,ໃນເວລາຖ່າຍທຳຕົວຈິງມີສະພາບອາກາດດີ ເຂົາເຈົ້າກໍ່ສາມາດຖ່າຍທຳໄດ້ດີແລະສຳເລັດຜົນຢ່າງດີ.

ນອກຈາກຖ່າຍທຳ MV ດ້ວຍຫຼາຍພາສາຮ່ວມກັນແລ້ວ, MV ຂອງເພງ “ກ້າວສູ່ອະນາຄົດຮ່ວມກັນ” ເປັນ 16 ພາສາໄດ້ຖືກເຜີຍແຜ່ຢູ່ຕາມສື່ມວນຊົນຂອງຫຼາຍປະເທດໃນໂລກໃນຫວ່າງມໍ່ໆມານີ້ເຊັ່ນ: ຍີ່ປຸ່ນ, ມົງໂກລີ, ລາວ, ໄທ, ກຳປູເຈຍ, ມຽນມາ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ປາກິສະຖານ, ເນປານ, ບັງກລາເດັດ, ຕວກກີ, ອິສຣາແອນ, ເຄັນຢາແລະປະເທດອື່ນໆ. ການຮ້ອງເພງ “ກ້າວສູ່ອະນາຄົດຮ່ວມກັນ” ໄດ້ກາຍເປັນແຟຊັນໃໝ່ຂອງປະຊາຊົນບັນດາປະເທດໃນໂລກ.

Share this story on

Messenger Pinterest LinkedIn