ພາສາລາວ

ທ່ານລູ້ຢຸ້ຍຢ໋າງ ເລຂາຫຼຸດຜ່ອນຄວາມທຸກຍາກ

cri2021-12-05 21:30:36
Share
Share this with Close
Messenger Pinterest LinkedIn

ຊົນນະບົດທີ່ກວ້າງໃຫຍ່ໄພສານ, ຊາວໜຸ່ມຄວນໄປເຮັດວຽກຢູ່ຊົນນະບົດ. ຂ້ອຍມາເຮັດວຽກຢູ່ທີ່ນີ້, ກໍຢາກນຳພາຊາວບ້ານຫຼຸດພົ້ນອອກຈາກຄວາມທຸກຍາກ ແລະມຸ່ງໜ້າໄປສູ່ຊີວິດທີ່ດີງາມ.

ທ່ານລູ້ຢຸ້ຍຢ໋າງ, ປີນີ້ອາຍຸ 40 ປີ, ເປັນລັດຖະກອນຄົນໜຶ່ງ, ປີ 2017, ລາວໄດ້ຈາກນະຄອນຫຼວງປັກກິ່ງມາແຂວງເສສວນ ແລະກາຍເປັນເຈົ້າໜ້າທີ່ຫຼຸດຜ່ອນຄວາມທຸກຍາກປະຈຳບ້ານເຊ້ຍເຈ່ຍມ້ຽວ

ປີ 2012, ຈີນຍັງມີປະຊາກອນຜູ້ທຸກຍາກເກືອບ 100 ລ້ານຄົນ. ໃນ 10 ປີຜ່ານມາ, ຈີນໄດ້ຈັດສັນງົບປະມານເພື່ອຫຼຸດຜ່ອນຄວາມທຸກຍາກຫຼາຍກວ່າ 30 ຕື້ຕໍ່ປີ, ມີຫຼາຍສິບລ້ານຄົນໄດ້ມຸ່ງໜ້າໄປປະຕິບັດພາລະກິດຫຼຸດຜ່ອນຄວາມທຸກຍາກ ແລະໄດ້ຖືກແຕ່ງຕັ້ງໃຫ້ເປັນພະນັກງານປະຈຳບ້ານມີທັງໝົດ 3 ລ້ານກວ່າຄົນ. ພວກເຂົາເຈົ້າປະຈຳການຢູ່ບ້ານຊົນນະບົດທີ່ຫ່າງໄກສອກຫຼີກ ເພື່ອໃຫ້ການຊ່ວຍເຫຼືອ ແລະ ນຳພາປະຊາຊົນທີ່ຕົນໄປປະຈຳການຫຼຸດພົ້ນອອກຈາກຄວາມທຸກຍາກ. ທ່ານລູ້ຢຸ້ຍຢ໋າງກໍເປັນໜຶ່ງໃນພະນັກງານເຫຼົ່ານີ້.

ມື້ທຳອິດທີ່ໄປຮອດບ້ານຊົນນະບົດ, ຂ້ອຍຫຼຽວເຫັນທິວທັດທຳມະຊາດທີ່ສວຍງາມຢູ່ບ້ານເຊ້ຍເຈ່ຍມ້ຽວ, ຢູ່ທີ່ນັ້ນມີແຕ່ພູສູງ, ເສັ້ນທາງຄົມມະນາຄົມບໍ່ສະດວກ ແລະພື້ນຖານເສດຖະກິດອ່ອນແອຫຼາຍ. ມີພູຂຽວນ້ຳໃສ, ແຕ່ກໍມີດິນເຮື້ອຮ້າງຫຼາຍເຊັ່ນກັນ.

ໂດຍປະເຊີນໜ້າກັບສະພາບຫຼ້າຫຼັງຂອງບ້ານເຊ້ຍເຈ່ຍມ້ຽວ, ກ່ອນອື່ນ, ທ່ານລູ້ຢຸ້ຍຢ໋າງໄດ້ໄປເກັບກຳສະພາບການນຳພາຊາວບ້ານ.

ຊາວບ້ານທັງຫຼາຍ, ຂ້າພະເຈົ້າຂໍແຈ້ງໃຫ້ພວກທ່ານໄດ້ຮັບຊາບ, ຂໍໃຫ້ຊາວບ້ານໃນໜ່ວຍ 3, ໜ່ວຍ 4 ແລະ ໜ່ວຍ 5 ພາກັນໄປປະຊຸມຢູ່ຫ້ອງການບ້ານໃນເວລາ 7 ໂມງເຊົ້າມື້ອື່ນເດີ້.

ການປະຊຸມແບບເຊີ່ງໜ້າກັນ, ເປັນຮູບແບບການປະຊຸມຂັ້ນຮາກຖານຢູ່ເຂດພາກຕາເວັນຕົກສຽງໃຕ້ຂອງຈີນ. ພະນັກງານບ້ານ ແລະຊາວບ້ານທັງຫຼາຍນັ່ງລົມກັນ, ຮັບຟັງຄວາມເຫັນຂອງຊາວບ້ານ ເພື່ອແກ້ໄຂບັນຫາ.

ຄວາມເຫັນຂອງຊາວບ້ານໄດ້ຖືກບັນທຶກໄວ້, ແຕ່ກໍ່ຍັງບໍ່ພໍ. 4 ປີຜ່ານມາ, ເພື່ອຊອກຫາມາດຕະການຫຼຸດພົ້ນອອກຈາກຄວາມທຸກຍາກ, ທ່ານລູ້ຢຸ້ຍຢ໋າງໄດ້ຍ່າງໄປຮອດທຸກຈອກທຸກແຈຂອງບ້ານ, ໄປຢ້ຽມຢາມທຸກຄອບຄົວໃນບ້ານ, ໄປເກັບກຳຕົວເລກປະຊາກອນຜູ້ທຸກຍາກທຸກຄົນໄວ້ເປັນສຳເນົາ ເພື່ອດຳເນີນການຊ່ວຍເຫຼືອຢ່າງຖືກຕ້ອງຕາມເປົ້າໝາຍທີ່ແນ່ນອນ. ນີ້ເປັນແບບແຜນວິທີເຮັດວຽກເພື່ອຫຼຸດຜ່ອນຄວາມທຸກຍາກແບບປະດິດສ້າງໃໝ່ຂອງຈີນ, ນັ້ນກໍຄື: ການຫຼຸດຜ່ອນຄວາມທຸກຍາກໂດຍຖືກຕ້ອງຕາມເປົ້າໝາຍທີ່ແນ່ນອນ.

ການຫຼຸດຜ່ອນຄວາມທຸກຍາກໂດຍຖືກຕ້ອງຕາມເປົ້າໝາຍທີ່ແນ່ນອນ ກໍແມ່ນອີງໃສ່ສະພາບຕົວຈິງ. ໂດຍອີງຕາມສະພາບການຂອງບ້ານເຊ້ຍເຈ່ຍມ້ຽວ, ທ່ານລູ້ຢຸ້ຍຢ໋າງໄດ້ຕັດສິນໃຈຈະພັດທະນາອຸດສາຫະກຳລວມໝູ່ ແລະ ນຳພາທົ່ວບ້ານສ້າງຄວາມຮັ່ງມີຂຶ້ນ. ເຂົາເຈົ້າໄດ້ປູກຕົ້ນໄມ້ຢູ່ຕາມດິນເຮື້ອ, ປູກໝາກໝາດຢູ່ເທິງພູ, ປູກຕົ້ນຢິນຊິ້ງຢູ່ເນີນພູ ແລະ ລ້ຽງສັດຢູ່ກ້ອງຕົ້ນໄມ້ໃຫຍ່, ຍັງໄດ້ປູກຜັກ ແລະ ປູກໝາກເຜັດຢູ່ບ່ອນດິນຊຸມ. ການຫຼຸດຜ່ອນຄວາມທຸກຍາກດ້ວຍການພັດທະນາອຸດສາຫະກຳໄດ້ປ່ຽນແປງສະພາບການປູກຝັງແບບກະແຈກະຈາຍຂອງຊາວບ້ານ. ເມື່ອມີອຸດສາຫະກຳກະສິກຳພິເສດຂອງຕົນແລ້ວ, ພູຂຽວນ້ຳໃສຂອງບ້ານເຊ້ຍເຈ່ຍມ້ຽວກໍ່ໄດ້ກາຍເປັນພູເງິນພູຄຳ.

ສະບາຍດີ, ຂ້າພະເຈົ້າແມ່ນເລຂາບ້ານເພື່ອຫຼຸດຜ່ອນຄວາມທຸກຍາກ, ມື້ນີ້, ຂ້າພະເຈົ້າໄດ້ນຳເອົາສິ່ງດີໆມາສະເໜີໃຫ້ພວກທ່ານໄດ້ຮັບຮູ້, ນັ້ນກໍແມ່ນກັບຂອງຕ້ອນຫຼຸດຜ່ອນຄວາມທຸກຍາກທີ່ມາຈາກບ້ານເຊ້ຍເຈ່ຍມ້ຽວ.

ທ່ານລູ້ຢຸ້ຍຢ໋າງພວມໄລສົດໂຄສະນາຂາຍສິນຄ້າ. ໂດຍຜ່ານຈາກອິນເຕີເນັດ, ທ່ານໄດ້ໂຄສະນາຂາຍຜະລິດຕະພັນກະສິກຳປອດສານພິດຂອງບ້ານເຊ້ຍເຈ່ຍມ້ຽວໄປສູ່ທົ່ວໂລກ. ຢູ່ປະເທດຈີນ, ການພັດທະນາອິນເຕີເນັດໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາກອນຜູ້ທຸກຍາກຢູ່ຊົນນະບົດ. ການຫຼຸດຜ່ອນຄວາມທຸກຍາກໂດຍຜ່ານທຸລະກິດເອກເລັກໂຕຣນິກ, ໄດ້ຊ່ວຍຊຸກຍູ້ຊາວກະສິກອນຢູ່ເຂດຫ່າງໄກສອກຫຼີກໃຫ້ສາມາດເຊື່ອມຕໍ່ກັບໂລກພາຍນອກໄດ້.

ໃນບໍ່ເທົ່າໃດປີສັ້ນໆ, ບ້ານເຊ້ຍເຈ່ຍມ້ຽວກໍໄດ້ເຮັດສວນໝາກໝາດໃນເນື້ອທີ່ 34 ເຮັກຕາ, ຕົ້ນຢິນຊິ້ງ 10 ເຮັກຕາ ແລະ ຜັກເກືອບ 10 ເຮັກຕາ. ຍອດມູນຄ່າຈຳໜ່າຍຂອງບໍລິສັດເສດຖະກິດລວມໝູ່ຂອງບ້ານແຫ່ງນີ້ມີຫຼາຍກວ່າ 2 ລ້ານຢວນ, ຊາວບ້ານມີລາຍຮັບ 1 ລ້ານຢວນ, ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຊາວບ້ານ 100 ຕຳແໜ່ງງານ, ຊາວບ້ານຈຳນວນຫຼາຍບໍ່ຕ້ອງອອກໄປເຮັດວຽກຢູ່ຕ່າງຖິ່ນອີກແລ້ວ. ປີ 2018, ບ້ານເຊ້ຍເຈ່ຍມ້ຽວໄດ້ສ້າງສູນບໍລິການຢູ່ໃຈກາງບ້ານ ເຊິ່ງໄດ້ໃຫ້ການບໍລິການດ້ານການປິ່ນປົວ ແລະ ຊີວິດວັດທະນະທຳທີ່ອຸດົມສົມບູນໃຫ້ແກ່ຊາວບ້ານທັງຫຼາຍ.

ຄວາມຫວັງຂອງການພັດທະນາຊົນນະບົດໄດ້ມອບໃຫ້ຄົນລຸ້ນຕໍ່ໄປ, ຄວາມຮູ້ເປັນໂອກາດທີ່ດີທີ່ສຸດເພື່ອປ່ຽນແປງຊາຕາກຳຂອງພວກເຂົາເຈົ້າ.

ຊົນນະບົດຂາດເຂີນຊັບພະຍາກອນການສຶກສາຫຼາຍ, ນັກຮຽນຊົນນະບົດກໍຂາດໂອກາດໄປຊອກຮູ້ໂລກພາຍນອກ, ທ່ານລູ້ຢຸ້ຍຢ໋າງໄດ້ສ້າງຫໍສະໝຸດໃຫ້ກັບເຂົາເຈົ້າ. ການສຶກສາທາງໄກກໍໄດ້ຈະເລີນຂຶ້ນຢູ່ຕາມຊົນນະບົດ, ໂດຍຜ່ານຈາກໜ້າຈໍໃນຫ້ອງຮຽນ, ເດັກນ້ອຍຊົນນະບົດກໍສາມາດຊົມໃຊ້ຊັບພະຍາກອນການສຶກສາທີີ່ມີຄຸນນະພາບສູງກວ່າເກົ່າ.

ປີ 2019, ອາຍຸການປະຈຳຢູ່ບ້ານລູ້ຢຸ້ຍຢ໋າງເປັນເວລາ 2 ປີ ກໍ່ໄດ້ສິ້ນສຸດລົງແລ້ວ, ແຕ່ທ່ານພັດຢາກສືບຕໍ່ປະຈຳການຢູ່ບ້ານນີ້ຕໍ່ໄປ.

ຂ້າພະເຈົ້າເຄີຍເຫັນວ່າ: ຊາວບ້ານທັງຫຼາຍຈະຂາດຂ້າພະເຈົ້າບໍ່ໄດ້, ແຕ່ດຽວນີ້, ພັດມີຄວາມຮູ້ສຶກວ່າ: ຂ້າພະເຈົ້າຂາດຊາວບ້ານບໍ່ໄດ້. ເມື່ອເຈົ້າເຮັດເລື່ອງດີໆເລື່ອງໜຶ່ງດົນແລ້ວ, ອາດຈະກາຍເປັນຄວາມຊິນເຄີຍຂອງຕົນ, ດິນແດນແຫ່ງນີ້ໄດ້ກາຍເປັນສ່ວນໜຶ່ງໃນຊີວິດຂອງຂ້າພະເຈົ້າ ແລະ ເປັນຄອບຄົວຂອງຂ້າພະເຈົ້າ.

ປັດຈຸບັນ, ບ້ານເຊ້ຍເຈ່ຍມ້ຽວໄດ້ເກີດມີການປ່ຽນແປງແບບໜ້າມືເປັນຫຼັງມື. ຢູ່ປະເທດຈີນ, ບັ້ນລຶບລ້າງຄວາມທຸກຍາກທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງມວນມະນຸດໄດ້ປ່ຽນແປງຊາຕາກຳຂອງປະຊາກອນຈີນຫຼາຍຮ້ອຍລ້ານຄົນ.

ປີ 2020, ຈີນໄດ້ປະກາດລຶບລ້າງຄວາມທຸກຍາກທັງໝົດ, ນີ້ແມ່ນຜົນງານຂອງຈີນ, ແຕ່ກໍ່ແມ່ນຄວາມອັດສະຈັນສຳລັບໂລກ. ຢູ່ເບື້ອງຫຼັງຂອງຄວາມອັດສະຈັນດັ່ງກ່າວ, ແມ່ນພະນັກງານຫຼຸດຜ່ອນຄວາມທຸກຍາກ 3 ລ້ານຄົນທີ່ເຮັດວຽກຄືກັນກັບທ່ານລູ້ຢຸ້ຍຢ໋າງ, ພວກເຂົາເຈົ້າໄດ້ຈາກຕົວເມືອງມຸ່ງໜ້າໄປສູ່ຊົນນະບົດ, ຊ່ວຍປະຊາຊົນເຂດຫ່າງໄກສອກຫຼີກຫຼຸດພົ້ນອອກຈາກຄວາມທຸກຍາກດ້ວຍຄວາມດຸໝັ່ນຂະຫຍັນພຽນ ແລະ ດ້ວຍສະຕິປັນຍາຂອງຕົນ.

Share this story on

Messenger Pinterest LinkedIn