ນັກດັບເພີງລູ້ຊິ້ງເວີຍ
ການຫັດໂປ້ມດິນແລະເປ້ເຄື່ອງໜັກແລ່ນຫຼາຍຫຼົບຫຼາຍຕ່າວ
ກໍເພື່ອໃຫ້ແລ່ນໄປເຖິງບ່ອນເກີດອັກຄີໄພໄດ້ໄວກວ່າເກົ່າ
ການຝຶກຕໍ່ທໍ່ນ້ຳຫຼາຍຫຼົບຫຼາຍຕ່າວ
ກໍເພື່ອໃຫ້ສາມາດດັບແປວໄຟໄດ້ໄວກວ່າເກົ່າ
ຂ້ອຍຊື່ລູ້ຊິ້ງເວີຍ ນັກດັບເພີງ
ປີ 2009, ຂ້ອຍໄດ້ກາຍເປັນນັກດັບເພີງ, ເຮັດວຽກນີ້ຕະຫຼອດມາ, ດຽວນີ້ເປັນປີທີ 12 ແລ້ວ. ເມື່ອນຸ່ງຊຸດສີຟ້າ, ປະຊາຊົນມັກເອີ້ນເຮົາເປັນ: ເພື່ອນຊຸດສີຟ້າ
ການຝຶກແອບຂອງພວກເຮົາໃນທຸກມື້ເບິ່ງແລ້ວກໍໂດດດ່ຽວປ່ຽວພອຍຫຼາຍ, ແຕ່ກໍຍ້ອນມີການຝຶກແອບແບບນີ້, ຈິ່ງໄດ້ສ້າງສັດທາ ແລະ ສະສົມພະລັງແຮງທີ່ “ກ້າສູ້ກ້າເອົາຊະນະອັກຄີໄພ”.
ການຝຶກຊ້ອມດັບເພີງຕົວຈິງເປັນລາຍການສຳຄັນຂອງການຝຶກແອບປະຈຳວັນຂອງພວກເຮົາ. ຕ້ອງສະດຸ້ງໄວໃນເວລາປະຈຳການ. ເມື່ອສຽງກະດິງດັງຂຶ້ນ, ນັ້ນກໍໝາຍຄວາມວ່າປະຊາຊົນກຳລັງພົບໄພອັນຕະລາຍ, ພວກເຮົາກໍຈະມຸ້ງໜ້າໄປສູ່ບ່ອນເກີດອັກຄີໄພທັນທີ.
ຕອນຫາກໍ່ເປັນນັກດັບເພີງໃໝ່ໆ, ນອກຈາກຈຳເປັນໃນການຫັດກາຍແລ້ວ, ຂ້ອຍຍັງເຂົ້າຮ່ວມການຊ່ວຍເຫຼືອແບບງ່າຍໆຈຳນວນໜຶ່ງ ເຊັ່ນ: ຜູ້ອາຍຸສູງລືມກະແຈຢູ່ໃນເຮືອນ, ແມວນ້ອຍຄ້າງຢູ່ເທິງຕົ້ນໄມ້ເປັນຕົ້ນ.
ເມື່ອມີເຫດສຸກເສີນ, ຂ້ອຍເຫັນນັກດັບເພີງອາວຸໂສຟ້າວຍ່າງອອກໄປ, ຂ້ອຍກໍຄອງຄອຍວ່າຍາມໃດຕົນຈະສາມາດມຸ້ງໜ້າໄປສູ່ບ່ອນມີໄພແບບເຂົາເຈົ້າໄດ້ຢ່າງອົງອາດກ້າຫານ
ວັນທີ 11 ຕຸລາປີ 2013, ສູນການຄ້າສີລົງຕົວໃນນະຄອນຫຼວງປັກກິ່ງເກີດອັກຄີໄພ
ນັ້ນເປັນການກູ້ໄພຄັ້ງໜຶ່ງທີ່ເຮັດໃຫ້ຂ້ອຍຈື່ຈຳຈົນເຖິງປັດຈຸບັນ. ໄຟໄດ້ລຸກໄໝ້ເປັນເວລາ 8 ຊົ່ວໂມງປາຍ, ຈິ່ງຖືກມອດໄດ້, ໄຟໄໝ້ກິນເນື້ອທີ່ 1.500 ຕາແມັດ. ຂ້ອຍແລະໝູ່ຂອງຂ້ອຍຂາດການຕິດຕໍ່ກັນໃນຄວັນໄຟ. ໃນເວລານັ້ນ, ຂ້ອຍກຽມເສຍສະຫຼະຊີວິດ, ແຕ່ກໍເປັນຈັ່ງບຸນ ຂ້ອຍກໍລອດຊີວິດກັບມາຢ່າງປອດໄພ
ແຕ່ວ່າ: ນັກດັບເຟີງອາວຸໂສ 2 ທ່ານທີ່ຂ້ອຍເຄົາລົບນັບຖືທີ່ສຸດນັ້ນ, ບໍ່ໄດ້ກັບຄືນມາອີກແລ້ວ
ເຖິງຈະປະສົບກັບໄພອັນຕະລາຍຕ່າງໆນາໆ, ແຕ່ໃນຖານະເປັນນັກດັບເພີງຜູ້ໜຶ່ງ, ເພື່ອຄວາມຫວັງຂອງປະຊາຊົນ, ຂ້ອຍຈະມຸ້ງໜ້າໄປສູ່ບ່ອນເກີດອັກຄີໄຟຢ່າງກ້າຫານ
ມີຄົນຖາມຂ້ອຍວ່າ: ເຈົ້າບໍ່ຢ້ານຫວາ? ສິ່ງທີ່ຂ້ອຍຢ້ານທີ່ສຸດກໍແມ່ນບໍ່ສາມາດເຂົ້າໄປກູ້ໄພໄດ້ຢ່າງທັນການ ແລ້ວປະຊາຊົນຈະປະສົບກັບຄວາມເສຍຫາຍຢ່າງໜັກໜ່ວງ. ໃນໃຈຂອງປະຊາຊົນ, ນັກດັບເພີງແມ່ນວິລະຊົນ, ແຕ່ພວກເຮົາກໍຄືກັບຄົນທຳມະດາສາມັນ. ຍາມພັກຜ່ອນ, ຂ້ອຍມັກແຕ້ມຮູບ ເພື່ອໃຫ້ຈິດໃຈເບີກບານມ່ວນຊື່ນ.
ປັດຈຸບັນ, ຂ້ອຍຍັງມັກອີກຢ່າງໜຶ່ງ. ນັ້ນກໍຄື: ລົມກັບເມຍແລະລູກຜ່ານທາງວິດີໂອ, ເພາະວ່າ: ຂ້ອຍຫາກໍ່ເປັນພໍ່ໃໝ່.
12 ປີ, 1.500 ກວ່າເທື່ອ ທີ່ຂ້ອຍມຸ້ງໜ້າໄປສູ່ບ່ອນເກີດອັກຄີໄພ
ຂ້ອຍແມ່ນນັກດັບເພີງລູ້ຊິ້ງເວີຍ
Share with:
2021-08-13 16:49:09 cri
ນັກດັບເພີງລູ້ຊິ້ງເວີຍ