ພາສາລາວ

ທ້າວເຊຍຢາຊີ ພະນັກງານຫຼຸດຜ່ອນຄວາມທຸກຍາກປະຈຳບ້ານ

cri2021-08-04 09:24:16
Share
Share this with Close
Messenger Pinterest LinkedIn

ໄປຢາມເຮືອນຊາວບ້ານ

ຊ່ວຍແກ້ໄຂເລື່ອງຕ່າງໆໃຫ້ກັບເຂົາເຈົ້າ

ເລື່ອງເຂົາເຈົ້າກໍຄືເລື່ອງຂອງຂ້ອຍ

ຂ້ອຍແມ່ນທ້າວເຊຍຢາຊີ ພະນັກງານຫຼຸດຜ່ອນຄວາມທຸກຍາກປະຈຳບ້ານ

ມື້ທຳອິດທີ່ຂ້ອຍມາເຮັດວຽກ

ຂ້ອຍໄດ້ມາຮອດບ້ານເຈຍຖັງ

ຊ່ວຍຊາວບ້ານຫຼຸດພົ້ນອອກຈາກຄວາມທຸກຍາກ

ນີ້ເປັນຈຸດເລີ່ມຕົ້ນໃນອາຊີບຂ້ອຍ

ທັງແມ່ນຈຸດເລີ່ມຕົ້ນທີ່ຂ້ອຍແລະຊາວບ້ານທັງຫຼາຍສູ້ຊົນຜ່ານຜ່າຮ່ວມກັນ

ຂ້ອຍແມ່ນລູກຊາວນາ

ເກີດຢູ່ຊົນນະບົດ ແລະ ເຕີບໃຫຍ່ຂຶ້ນຢູ່ຊົນນະບົດ

ຂ້ອຍຮູ້ດີກ່ຽວກັບຄວາມລຳບາກຂອງຊາວນາ

ແລະຄວາມປາຖະໜາຢາກມີຊີວິດທີ່ດີງາມຂອງເຂົາເຈົ້າ

ສະນັ້ນ

ຫຼັງຈາກຮຽນຈົບປະລິນຍາໂທແລ້ວ

ຂ້ອຍຕັດສິນໃຈກັບໄປຊົນນະບົດ

ນີ້ແມ່ນບ່ອນທີ່ຂ້ອຍຮັກຫອມ ແລະ ຮູ້ດີ

ມີຄົນຖາມຂ້ອຍວ່າ

ເຈົ້າສາມາດເຮັດວຽກໃນຕົວເມືອງໃຫຍ່ໄດ້

ເປັນຫຍັງຄືກັບມາຊົນນະບົດ?

ຂ້ອຍເຫັນວ່າ: ຖ້າສາມາດຊ່ວຍຊາວນາທັງຫຼາຍສ້າງຄວາມຮັ່ງມີໄດ້

ຂ້ອຍກໍຈະພາກພູມໃຈທີ່ສຸດ ແລະ ດີໃຈເປັນພິເສດ

ວຽກນີ້ຕ້ອງການຄວາມອົດທົນ

ຄວາມພາກພຽນ ແລະ ມີຈິດໃຈທີ່ແໜ້ນໜຽວ

ທົ່ວບ້ານມີ 187 ຄອບຄົວ, ມີ 875 ຄົນ

ຂ້ອຍໄດ້ຈື່ຈຳສະພາບຂອງທຸກຄອບຄົວ

ໂດຍສະເພາະແມ່ນຄອບຄົວຄົນພິການ ແລະ ຄອບຄົວທຸກຍາກ, ຂ້ອຍຕ້ອງຊ່ວຍເຫຼືອແລະເອົາໃຈໃສ່ເຂົາເຈົ້າເປັນພິເສດ

ຖ້າຢາກບັນລຸເປົ້າໝາຍຫຼຸດພົ້ນອອກຈາກຄວາມທຸກຍາກ

ກໍ່ຕ້ອງມີການປ່ຽນແປງ

ປ່ຽນແປງຄວາມຄິດດັ້ງເດີມຂອງຊາວບ້ານ

ປ່ຽນແປງອົງປະກອບກະສິກຳດັ້ງເດີມຂອງທ້ອງຖິ່ນ

ຂ້ອຍໄດ້ນຳພາເຂົາເຈົ້າພັດທະນາຂະແໜງການປູກໝາກແຕງແຄນຕາລຸບ

ນຳພາສ້າງໂຮງຢາງປູກໝາກແຕງແຄນຕາລຸບ 123 ຫຼັງ

ຊ່ວຍຄອບຄົວທຸກຍາກ 46 ຄົນໃຫ້ມີວຽກເຮັດງານທຳ

ປີທຳອິດທີ່ມາປະຈຳການຢູ່ໃນບ້ານ

ບ້ານນີ້ໄດ້ບັນລຸເປົ້າໝາຍທີ່ທຸກຄົນຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ທັງໝົດ

ດຽວນີ້ຂ້ອຍຍັງຈື່ຄວາມຮູ້ສຶກຕື້ນຕັນໃຈໃນເວລານັ້ນ

ສາມາດຊ່ວຍຊາວບ້ານຫຼາຍປານນີ້ໃຫ້ມີຊີວິດທີ່ດີກວ່າເກົ່າ, ຍັງຈະມີຫຍັງອີກທີ່ມີຄວາມໝາຍຫຼາຍກວ່ານີ້?

ຂ້ອຍໄດ້ຖືເອົາຊາວບ້ານເປັນພໍ່ແມ່ພີ່ນ້ອງຂອງຂ້ອຍ

ເຂົາເຈົ້າຮັກແພງຂ້ອຍເປັນພິເສດ

ການຫຼຸດພົ້ນອອກຈາກຄວາມທຸກຍາກບໍ່ແມ່ນຈຸດໝາຍປາຍທາງສຸດທ້າຍ

ຕໍ່ໄປ, ຂ້ອຍຈະນຳພາເຂົາເຈົ້າບັນລຸເປົ້າໝາຍສ້າງຄວາມຮັ່ງມີ

ຊີວິດຂັ້ນຕໍ່ໄປຍ່ອມຈະດີຂຶ້ນທຸກມື້

ຂ້ອຍແມ່ນທ້າວເຊຍຢາຊີ ພະນັກງານຫຼຸດຜ່ອນຄວາມທຸກຍາກປະຈຳບ້ານ

ຂ້ອຍຈະເຮັດໃຫ້ຊີວິດຂອງຊາວບ້ານຫວານກວ່າໝາກແຕງແຄນຕາລຸບ

Share this story on

Messenger Pinterest LinkedIn