ພາສາລາວ

ພະນັກງານອະທິບາຍເລື່ອງປະຕິວັດ

cri2021-07-19 10:06:53
Share
Share this with Close
Messenger Pinterest LinkedIn

ຂ້ອຍຊື່ໂຈ່ວຊ້ຽນ ເປັນພະນັກງານອະທິບາຍເລື່ອງກ່ຽວກັບການປະຕິວັດ

ວຽກງານຂອງຂ້ອຍກໍແມ່ນອະທິບາຍເລື່ອງກ່ຽວກັບການຕໍ່ສູ້ຂອງນັກປະຕິວັດລຸ້ນກ່ອນຢູ່ເມືອງຖົງກູແຂວງຈ່ຽງຊີ່ໃຫ້ຄົນທັງຫຼາຍ

ໂດຍສະເພາະແມ່ນຊາວໜຸ່ມລຸ້ນຫຼັງໄດ້ຮັບຮູ້

ເມືອງຖົງກູມີປະຫວັດສາດກ່ຽວກັບການປະຕິວັດທີ່ເກົ່າແກ່ ແລະ ມີສະພາບນິເວດທຳມະຊາດທີ່ສວຍງາມ

ເປັນໜຶ່ງໃນຕົ້ນກຳເນີດທີ່ທ່ານປະທານເໝົາເຈີຕົງໄດ້ນຳພາລຸກຮືຂຶ້ນໃນລະດູເກັບກ່ຽວ

ທຸກເທື່ອທີ່ຂ້ອຍຍ່າງເຂົ້າຫໍພິພິທະພັນການລຸກຮືຂຶ້ນໃນລະດູເກັບກ່ຽວ

ຮູບພາບເກົ່າ, ອຸປະກອນວັດຖຸຂອງການປະຕິວັດ

ຮູບປັ້ນຕ່າງໆ ໄດ້ພາຂ້ອຍເຂົ້າສູ່ສະໄໝລຸກຮືຂຶ້ນຕອນນັ້ນ

ຫຼັງຈາກໄດ້ກາຍເປັນພະນັກງານອະທິບາຍເລື່ອງກ່ຽວກັບການປະຕິວັດແລ້ວ

ຈະເຮັດແນວໃດເພື່ອອະທິບາຍເລື່ອງກ່ຽວກັບການປະຕິວັດໃຫ້ໄດ້ດີ ນີ້ເປັນໜ້າທີ່ປະຈຳວັນຂອງຂ້ອຍ

ຕອນຫາກໍ່ມາເປັນພະນັກງານອະທິບາຍເລື່ອງກ່ຽວກັບການປະຕິວັດ, ສຽງເວົ້າຂອງຂ້ອຍຄ່ອຍໂພດ

ເພື່ອແກ້ໄຂບັນຫາດັ່ງກ່າວ, ຂ້ອຍຕ້ອງໄປແລ່ນທຸກເຊົ້າເພື່ອຝຶກປະລິມານບັນຈຸລົມຫາຍໃຈຂອງປອດ

ຜ່ານການຝຶກຝົນມາເປັນເວລາຫຼາຍປີ

ບໍ່ພຽງແຕ່ໄດ້ຫັດກາຍເທົ່ານັ້ນ, ຫາກຍັງເປັນການສຳຜັດກັບຕົວເມືອງແຫ່ງນີ້ອີກ

ມີຄົນຖາມຂ້ອຍວ່າ: ເຮັດວຽກເກົ່າຊ້ຳໄປຊ້ຳມາທຸກມື້ບໍ່ເບື່ອຫວະ?

ຂ້ອຍຕອບວ່າ: ບໍ່ແມ່ນຊ້ຳເກົ່າ, ຖ້າເຮັດວຽກທີ່ງ່າຍດາຍໃຫ້ກາຍເປັນວຽກທີ່ໂດດເດັ່ນ, ຈິ່ງເຮັດໃຫ້ວຽກມີຄວາມໝາຍທີ່ສຸດ

ຍາມທຳມະດາ, ຂ້ອຍມັກເບິ່ງຮູບເງົາ, ຖ້າມີເວລາ, ຈະນັດໝູ່ຮ່ວມງານໄປເບິ່ງຮູບເງົາປະຕິວັດນຳກັນ.

ຮູບແບບສິລະປະຕ່າງກັນ ກໍຈະນຳເອົາແຮງບັນດານໃຈມາໃຫ້ແກ່ວຽກງານການອະທິບາຍຂອງຂ້ອຍ

ປະເທດພວກເຮົາພວມຟື້ນຟູຄວາມຈະເລີນຮຸ່ງເຮືອງ

ຂະນະທີ່ຊາວໜຸ່ມພວກເຮົາພາກພູມໃຈນຳຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ

ແຕ່ກໍບໍ່ຄວນລືມການເສຍສະຫຼະຂອງນັກປະຕິວັດລຸ້ນກ່ອນ

ຂ້ອຍຫວັງວ່າ: ຜ່ານຈາກຄວາມພະຍາຍາມຂອງຂ້ອຍ

ເຮັດໃຫ້ເລື່ອງປະຕິວັດສີແດງຂອງບ້ານເກີດຂ້ອຍໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ

ເຮັດໃຫ້ນ້ຳໃຈປະຕິວັດຄົນລຸ້ນກ່ອນໄດ້ຮັບການສືບທອດຕໍ່ໆໄປ

ຂ້ອຍຊື່ໂຈ່ວຊ້ຽນ ເປັນພະນັກງານອະທິບາຍເລື່ອງປະຕິວັດ

Share with:

2021-07-19 10:06:53 cri

ພະນັກງານອະທິບາຍເລື່ອງປະຕິວັດ

Share this story on

Messenger Pinterest LinkedIn