ພາສາລາວ

“ລັດທິຊາດນິຍົມດ້ານວັກຊີນ” ຈະຖືກໂລກປະຖິ້ມ

cri2021-07-08 16:12:42
Share
Share this with Close
Messenger Pinterest LinkedIn

ສະຖິຕິທີ່ຂ່າວສານອາເປຂອງອາເມຣິກາຫຼື AP ນຳມາເຜີຍແຜ່ໄດ້ຊີ້ໃຫ້ເຫັນວ່າ: ນັບແຕ່ວັນທີ 1 ກໍລະກົດນີ້, ວັກຊີນໂຄວິດ-19 ທີ່ອາເມຣິກາຊ່ວຍເຫຼືອໃຫ້ 10 ປະເທດແລະເຂດແຄວ້ນມີບໍ່ຮອດ 24 ລ້ານຫຼອດ. ໃນຂະນະດຽວກັນນັ້ນ, ອາເມຣິກາມີວັກຊີນໂຄວິດ-19 ຫຼາຍເກີນໄປຈົນເຖິງຂັ້ນວັກຊີນຈຳນວນຫຼວງຫຼາຍໃກ້ຈະໝົດອາຍຸນຳໃຊ້ແລ້ວ. ໃນວິກິດການສາທາລະນະສຸກທົ່ວໂລກຄັ້ງນີ້, ອາເມຣິກາໄດ້ປະຕິບັດນະໂຍບາຍ “ລັດທິຊາດນິຍົມດ້ານວັກຊີນ” ສຸດຂີດ, ໃນເວລາຕົນເອງຍັງບໍ່ທັນມີວັກຊີນ, ອາເມຣິກາໄດ້ໃຊ້ທຸກວິທີເພື່ອຈັດຊື້ວັດອຸປະກອນຖຸຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ໄດ້ຫຼາຍ, ພາຍຫຼັງຕົນເອງມີວັກຊີນແລ້ວພັດຖືເອົາວັກຊີນເປັນເຄື່ອງມືທີ່ສະແຫວງຫາຜົນປະໂຫຍດແລະເພີ່ມຄວາມເປັນມະຫາອຳນາດຂອງຕົນໃນທົ່ວໂລກ.

ກ່ອນໜ້ານີ້, ໜັງສືພິມວໍຊິງຕັນພົສ໌ ເຄີຍຄາດຄະເນວ່າ: ວັກຊີນໂຄວິດ-19 ທີ່ລັດຖະບານອາເມຣິກາສະສົມໄວ້ນັ້ນມີຢ່າງພຽງພໍສຳລັບ 750 ລ້ານຄົນ, ແຕ່ວ່າໃນທົ່ວປະເທດອາເມຣິກາມີແຕ່ປະຊາກອນຜູ້ໃຫຍ່ພຽງ 260 ລ້ານຄົ້ນເທົ່ານັ້ນ. ຕົວເລກທີ່ສູນປ້ອງກັນແລະຄວບຄຸມພະຍາດອາຟຣິກາສະແດງໃຫ້ເຫັນວ່າ: ນັບມາຮອດວັນທີ 10 ມິຖຸນາປີນີ້, ປະຊາກອນອາຟຣິກາທີ່ສັກວັກຊີນຄົບ 2 ເຂັ້ມແລ້ວມີພຽງແຕ່ 0,6% ເທົ່ານັ້ນ.

ພາຍໃຕ້ຄວາມກົດດັນຈາກປະຊາຄົມໂລກທີ່ຮຽກຮ້ອງໃຫ້ອາເມຣິກາແບ່ງປັນວັກຊີນ, ລັດຖະບານອາເມຣິກາໄດ້ປະກາດໃນກາງເດືອນພຶດສະພາປີນີ້ວ່າ: ຈະແບ່ງປັນວັກຊີນໂຄວິດ-19 ຈຳນວນ 80 ລ້ານຫຼອດໃຫ້ແກ່ໂລກກ່ອນທ້າຍເດືອນມິຖຸນາ. ແຕ່ວ່ານັບມາຮອດວັນທີ 2 ກໍລະກົດນີ້, ອາເມຣິກາພຽງແຕ່ໄດ້ໃຫ້ການຊ່ວຍເຫຼືອວັກຊີນແກ່ປະເທດອື່ນ 24 ລ້ານຫຼອດ, ບໍ່ຮອດ 1 ສ່ວນ 3 ທີ່ອາເມຣິກາໄດ້ໃຫ້ຄຳໝັ້ນສັນຍາໄວ້.

ສ່ວນວັກຊີນທີ່ຊ່ວຍເຫຼືອໃຫ້ປະເທດອື່ນ, ອາເມຣິກາກໍ່ຕັ້ງເງື່ອນໄຂທາງການເມືອງໄວ້. ໃນໄລຍະທີ່ທ່ານມູນເຈອິນ ປະທານາທິບໍດີສ.ເກົາຫຼີຢ້ຽມຢາມອາເມຣິກາໃນເດືອນພຶດສະພາປີນີ້, ອາເມຣິກາເຫັນດີສະໜອງວັກຊີນໂຄວິດ-19 ໃຫ້ແກ່ນາຍແລະພົນທະຫານ ສ.ເກົາຫຼີ 5 ແສນ 5 ໝື່ນຄົນ, ສື່ມວນຊົນອາເມຣິກາລ້ວນແຕ່ເຫັນວ່າ: ເປົ້າໝາຍຂອງການຊ່ວຍເຫຼືອດັ່ງກ່າວແມ່ນໃຊ້ວັກຊີນໂຄວິດ-19 ແລກເອົາເຄິ່ງຕົວນຳ(semiconductor) ຈາກ ສ.ເກົາຫຼີ. ສ່ວນອາເມຣິກາໄດ້ຕົກລົງໃຫ້ເມັກຊິກ “ຢືມ” ຈາກຕົນ, ເວັບໄຊຂອງໜັງສືພິມ El Mundo ຂອງແອັສປາຍດ້ລົງພິມບົດ ວິເຄາະວ່າ: ເປົ້າໝາຍຂອງອາເມຣິກາແມ່ນເພື່ອເຮັດໃຫ້ແມັກຊິກເພີ່ມທະວີການຄວບຄຸມຊາວອົບພະຍົບທີ່ລະເມີດກົດໝາຍຢູ່ຊາຍແດນລະຫວ່າງເມັກຊິກກັບກວາເຕມາລາ.

ພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ທົ່ວໂລກຫຼາຍກວ່າໜຶ່ງປີແລ້ວ, ຄວາມຈິງໄດ້ພິສູດໃຫ້ເຫັນອີກເທື່ອໜຶ່ງວ່າ: ມີພຽງແຕ່ປະເທດຕ່າງໆເພີ່ມທະວີການຮ່ວມມືຈຶ່ງຈະສາມາດເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄວໄດ້. ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 2 ກໍລະກົດນີ້, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ພາຍຫຼັງເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຈີນໄດ້ຍຶດໝັ້ນການຖືເອົາວັກຊີນເປັນຜະລິດຕະພັນສາທາລະນະຂອງໂລກ, ແລະໄດ້ສະໜອງວັກຊີນຫຼາຍກວ່າ 480 ລ້ານຫຼອດໃຫ້ແກ່ປະຊາຄົມໂລກ, ແມ່ນປະເທດທີ່ສະໜອງວັກຊີນໃຫ້ແກ່ຕ່າງປະເທດຫຼາຍທີ່ສຸດໃນໂລກ. ຈົນມາເຖິງປັດຈຸບັນ, ຈີນໄດ້ສະໜອງວັກຊີນໃຫ້ເກືອບ 100 ປະເທດແລ້ວ.

ສິ່ງທີ່ໜ້າສົນໃຈນັ້ນກໍຄື, ໃນວັນທີ 2 ກໍລະກົດນີ້, ໃນເວລາທີ່ຈີນປະກາດສະໜອງວັກຊີນ 1 ລ້ານ 5 ແສນຫຼອດເຊິ່ງເປັນວັກຊີນງວດທີ 5 ໃຫ້ແກ່ປະເທດແອນຊານວາດໍ, ອາເມຣິກາກໍໄດ້ປະກາດວ່າຈະສະໜອງວັກຊີນ 1 ລ້ານ 5 ແສນຫຼອດທີ່ຜະລິດໂດຍບໍລິສັດ Moderna ໃຫ້ແກ່ແອນຊານວາດໍເຊັ່ນກັນ, ແຕ່ວ່າທ່ານນາຢິບ ບຸເກເລ(Nayib Bukele)ປະທານາທິບໍດີແອນຊານວາດໍພຽງແຕ່ຄຳຕອບຮັບຖະແຫຼງການຂອງຈີນ, ແລະບໍ່ມີທ່າທີໃດໆຕໍ່ຄຳປະກາດຂອງທຳນຽບຂາວອາເມຣິກາ. ຄືກັນກັບການຕີລາຄາຂອງຊາວເນັດຜູ້ໜຶ່ງທີ່ເວົ້າວ່າ: “ການບໍລິຈາກວັກຊີນຂອງຈີນແມ່ນສະແດງໃຫ້ເຫັນວ່າ, ປະເທດຈີນແມ່ນເພື່ອນແທ້ໆຂອງພວກເຮົາ, ຈີນເຄົາລົບນັບຖືການຕັດສິນໃຈຂອງປະເທດແອນຊານວາດໍ, ແຕ່ອາເມຣິກາພັດມີທ່າທີກົງກັນຂ້າມກັບຈີນ, ເຂົາເຈົ້າຢາກໄດ້ຜົນປະໂຫຍດຈາກແອນຊານວາດໍດ້ວຍການບໍລິຈາກວັກຊີນ, ເພື່ອແຊກແຊງວຽກງານພາຍໃນຂອງພວກເຮົາ!”

Share with:

2021-07-08 16:12:42 cri

“ລັດທິຊາດນິຍົມດ້ານວັກຊີນ” ຈະຖືກໂລກປະຖິ້ມ

Share this story on

Messenger Pinterest LinkedIn