ພາສາລາວ

ເວີ່ງຊີ່ວຮາງ ຜູ້ສືບທອດຊາດອກມະລິນານຊ່ຽນ

cri2021-07-08 17:14:37
Share
Share this with Close
Messenger Pinterest LinkedIn

ດອກມະລິ ມີກິ່ນຫອມທີ່ພິເສດທີ່ສຸດໃນໂລກ. ການທີ່ໄວໜຸ່ມຂອງຂ້າພະເຈົ້າມີສາຍພົວພັນຕໍ່ກັບດອກມະລິແລະຊາດອກມະລິນັ້ນ ເປັນເລື່ອງທີ່ມີຄວາມສຸກຫຼາຍ.

ເວີ່ງຊີ່ວຮາງ ອາຍຸ 29 ປີ ຜູ້ສືບທອດຊາດອກມະລິນານຊ່ຽນ

ຊາຈີນມີຫຼາຍຊະນິດ, ສ່ວນຊາດອກມະລິກໍເປັນຊະນິດໜຶ່ງທີ່ມີຊື່ສຽງຫຼາຍ

ບ້ານເກີດຂອງຂ້າພະເຈົ້າຄື ນະຄອນຟູໂຈ່ວເປັນແຫຼ່ງທີ່ມາຂອງຊາດອກມະລິ. ຊາດອກມະລິນານຊ່ຽນ ຂອງບ້ານເຮົາແມ່ນຍີ່ຫໍ້ເກົ່າຂອງນະຄອນຟູໂຈ່ວ ມີປະຫວັດສາດ 255 ປີແລ້ວ

ສືບທອດມາຮອດລຸ້ນພໍ່ເປັນລຸ້ນທີ 7

ຂ້າພະເຈົ້າຮຽນເຮັດຊາດອກມະລິນຳພໍ່ແຕ່ຍາມຍັງນ້ອຍ

ພໍ່ສອນວິທີຄັດເລືອກ ປະສົມກິ່ນຫອມຂອງໃບຊາແລະດອກມະລິ ແລະອົບແຫ້ງໃຫ້ຂ້າພະເຈົ້າ

ເຮັດແນວໃດໃຫ້ໃບຊາດູດເອົາກິ່ນຫອມຂອງດອກມະລິຢ່າງເຕັມທີ່ກວ່າເກົ່າ

ເຮັດຊາກໍເໝືອນດັ່ງການເປັນຄົນ, ແຕ່ລະບາດກ້າວກໍ່ຕ້ອງສຸຂຸມຮອບຄອບ. ຢູ່ເບື້ອງຫຼັງນ້ຳຊາຫອມຈອກໜຶ່ງ, ຕ້ອງການຜູ້ເຮັດຊາກຳເວລາແລະອຸມຫະພູມໃຫ້ດີໆ

ການເວລາໄດ້ຈົ່ງກິ່ນຫອມໃຫ້ຊາດອກມະລິ, ສ່ວນຂ້າພະເຈົ້າກໍ່ໄດ້ເຕີບໃຫຍ່ຂຶ້ນໃນທ່າມກາງກິ່ນຊາຫອມທີ່ຈາງໆ

ຄົນຈີນມັກກິນຊາ, ມັກຄົບຄ້າກັບເພື່ອນມິດດ້ວຍການດື່ມນ້ຳຊາ. ຊາຫອມກາໜຶ່ງ, ເພື່ອນຈັກ 3-4 ຄົນ ໂອ້ລົມກັນຢ່າງມ່ວນຊື່ນ

ແລກປ່ຽນກັນໃນຍາມດື່ມນ້ຳຊາ ໂດຍໄດ້ເພີ່ມຄວາມຮັກແພງກັນຕື່ມ.

ນີ້ກໍ່ແມ່ນວັດທະນະທຳດື່ມນ້ຳຊາຂອງນະຄອນຟູໂຈ່ວ

ເພື່ອສືບທອດວັດທະນະທຳອັນເປັນມູນເຊື້ອຂອງບ້ານເກີດ, ຄອບຄົວເຮົາໄດ້ເປີດຮ້ານນ້ຳຊາ “ນານຊ່ຽນ”. ຕອນບ່າຍທຸກວັນອາທິດ ຄົນທັງຫຼາຍກໍ່ມັກມານັ່ງລົມກິນນ້ຳຊາຢູ່ທີ່ນີ້. ໂດຍບໍ່ຮູ້ສຶກຕົວ, ຮ້ານນີ້ໄດ້ຕັ້ງຂຶ້ນມາໄດ້ 12 ປີແລ້ວ.

ປີ 2018, ຮ້ານນ້ຳຊາ “ນານຊ່ຽນ” ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳຂອງນະຄອນຟູໂຈ່ວ, ຂ້າພະເຈົ້າກໍ່ໄດ້ກາຍເປັນຜູ້ອາສາສະໝັກທີ່ໃຫ້ບໍລິການຢູ່ຮ້ານ

12全文 2 下一页

Share this story on

Messenger Pinterest LinkedIn