ພາສາລາວ

ທ່ານສີຈິ້ນຜິງກ່າວວ່າ: ວຽກງານສາກົນຄວນໃຫ້ຄົນທັງຫຼາຍປຶກສາຫາລືຮ່ວມກັນຢ່າງສຸຂຸມ

cri2021-07-06 11:21:12
Share
Share this with Close
Messenger Pinterest LinkedIn

ຕອນຄ່ຳວັນທີ 5 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ, ທ່ານເອມມານູແອນ ມາຄຣົງ ປະທານາທິບໍດີຝຣັ່ງ, ແລະ ທ່ານນາງແອນເຈີລາ ເມີເຄວ ນາຍົກລັດຖະມົນຕີເຢຍລະມັນໄດ້ຈັດກອງປະຊຸມສຸດຍອດຜ່ານທາງວີດີໂອ.

ທ່ານສີຈິ້ນຜິງກ່າວວ່າ: ປະຈຸບັນ, ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນໂລກຍັງເກີດຂຶ້ນຊ້ຳແລ້ວຊ້ຳອີກ, ຍັງຢູ່ໃນສະພາບທີ່ຂ້ຽວຂາດຢູ່, ການຟື້ນຟູເສດຖະກິດຍັງບໍ່ທັນມີອະນາຄົດທີ່ຊັດເຈນ ແລະມີໜ້າທີ່ທີ່ໜັກໜ່ວງ. ໂລກຕ້ອງການຄວາມເຄົາລົບເຊິ່ງກັນແລະກັນ ແລະ ຮ່ວມມືກັນຢ່າງຈິງໃຈຫຼາຍກວ່າເວລາໃດໝົດ, ແຕ່ບໍ່ແມ່ນລະແວງສົງໄສກັນ ເປັນປໍລະປັກກັນ ຫຼື ແຂ່ງຂັນກັນແບບເກມຜົນລວມເປັນສູນ ຫຼື ເຈົ້າໄດ້ຂ້ອຍເສຍ. ໃນໂລກນີ້ມີແຕ່ລະບົບດຽວ, ຄື ລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນໃຈກາງ; ມີພຽງແຕ່ລະບຽບການລະບົບດຽວ, ຄື ລະບຽບການພື້ນຖານຂອງການພົວພັນສາກົນທີ່ຖືກົດບັດສະຫະປະຊາຊາດເປັນພື້ນຖານ, ວຽກງານສາກົນຄວນໃຫ້ຄົນທັງຫຼາຍປຶກສາຫາລືຮ່ວມກັນຢ່າງສຸຂຸມ.

Share with:

2021-07-06 11:21:12 CRI

ທ່ານສີຈິ້ນຜິງກ່າວວ່າ: ວຽກງານສາກົນຄວນໃຫ້ຄົນທັງຫຼາຍປຶກສາຫາລືຮ່ວມກັນຢ່າງສຸຂຸມ

Share this story on

Messenger Pinterest LinkedIn