ພາສາລາວ

ທ່ານສີຈິ້ນຜິງກ່າວວ່າ: ສິ່ງທີ່ຈີນມຸ້ງຫວັງທີ່ສຸດຄື ພັດທະນາຕົວເອງໃຫ້ດີ ແຕ່ບໍ່ແມ່ນເຂົ້າແທນທີ່ຜູ້ອື່ນ

cri2021-07-06 11:17:15
Share
Share this with Close
Messenger Pinterest LinkedIn

ຕອນຄ່ຳວັນທີ 5 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ, ທ່ານເອມມານູແອນ ມາຄຣົງ ປະທານາທິບໍດີຝຣັ່ງ, ແລະ ທ່ານນາງແອນເຈີລາ ເມີເຄວ ນາຍົກລັດຖະມົນຕີເຢຍລະມັນໄດ້ຈັດກອງປະຊຸມສຸດຍອດຜ່ານທາງວີດີໂອ.

ທ່ານສີຈິ້ນຜິງກ່າວວ່າ: ສິ່ງທີ່ຈີນມຸ້ງຫວັງທີ່ສຸດຄື ພັດທະນາຕົວເອງໃຫ້ດີ ແຕ່ບໍ່ແມ່ນເຂົ້າແທນທີ່ຜູ້ອື່ນ. ຈີນສະເໜີຂໍ້ລິເລີ່ມທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຈຸດປະສົງກໍແມ່ນສ້າງໂອກາດແຫ່ງການພັດທະນາຮ່ວມກັນໃຫ້ຫຼາຍກວ່າເກົ່າຕາມຫຼັກການ ປຶກສາຫາລືຮ່ວມກັນ ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ. ຫວັງວ່າເອີຣົບຈະເສີມຂະຫຍາຍບົດບາດທີ່ຕັ້ງໜ້າກວ່າເກົ່າໃນວຽກງານສາກົນ, ຮ່ວມກັນຮັກສາສັນຕິພາບ ສະຖຽນລະພາບ ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ.

Share with:

2021-07-06 11:17:15 CRI

ທ່ານສີຈິ້ນຜິງກ່າວວ່າ: ສິ່ງທີ່ຈີນມຸ້ງຫວັງທີ່ສຸດຄື ພັດທະນາຕົວເອງໃຫ້ດີ ແຕ່ບໍ່ແມ່ນເຂົ້າແທນທີ່ຜູ້ອື່ນ

Share this story on

Messenger Pinterest LinkedIn