ທ່ານນາງ ຈູ່ຢ້າເຟີ່ງ ຕຳຫລວດຂອງສູນບຳບັດຜູ້ຕິດຢາເສບຕິດ
ເຖິງວ່າຂ້າພະເຈົ້າບໍ່ແມ່ນທ່ານໝໍກໍຕາມ, ແຕ່ກໍຜະເຊີນກັບຄວາມເຈັບເປັນ ແລະການເສຍຊີວິດເຊັ່ນກັນ.
ຂ້າພະເຈົ້າເຮັດວຽກຢູ່ສູນບຳບັດຜູ້ຕິດຢາເສບຕິດທີ່ຂຶ້ນກັບໜ່ວຍງານປ້ອງກັນຄວາມສະຫງົບນະຄອນຄຸນມີງແຂວງຢູນນານ, ໄລຍະທີ່ຮັບຜູ້ເສບຢາເສບຕິດທີ່ເຈັບເປັນ ແລະພິການຈຳນວນຫລາຍທີ່ສຸດແມ່ນ 1600-1800 ຄົນ.
ເຂົາເຈົ້າຫລົງເດີນໄປຕາມເສັ້ນທາງຜິດພາດ, ຕິດພະຍາດ. ເພື່ອຊ່ວຍເຫລືອເຂົາເຈົ້າໄດ້ດີກວ່າເກົ່າ, ຂ້າພະເຈົ້າໄດ້ຮຽນຮູ້ຄວາມຮູ້ດ້ານການແພດໂດຍຜ່ານຊຸດອົບຮົມ.
ຄົນຜູ້ນີ້ເປັນພະຍາດປອດແຫ້ງທີ່ໜັກໜ່ວງ, ໃນເວລາທີ່ລາວເກີດມີອາການ, ຂ້າພະເຈົ້າບໍ່ໄດ້ຄິດຫຍັງຫລາຍ,ຄຶດພຽງແຕ່ກອບກູ້ຊີວິດ.
ພາຍຫລັງສຳເລັດການກອບກູ້ແລ້ວ, ຂ້າພະເຈົ້າໄດ້ກັກບໍລິເວນໃນຫ້ອງ, ຈຶ່ງຮູ້ສຶກວ່າເປັນຕາຢ້ານແທ້. ເພາະວ່າຂ້າພະເຈົ້າມີລູກສອງຄົນ, ລູກສາວຫລ້າພຽງແຕ່ອາຍຸ 2 ປີ
ຂ້າພະເຈົ້າເປັນຫ່ວງວ່າຕົນເອງຈະຕິດເຊື້ອພະຍາດ, ຂ້າພະເຈົ້າອົດຄຶດບໍ່ໄດ້ວ່າ, ຖ້າວ່າຕົນເອງຕິດເຊື້ອພະຍາດແທ້ໆ, ຈະບໍ່ໄປພົບກັບລູກແນ່ນອນ, ເຂົາເຈົ້າອາຍຸຍັງນ້ອຍ, ອະນາຄົດອີກຍາວໄກ.
ຜູ້ຕິດຢາເສບຕິດແຕ່ລະຄົນກໍແມ່ນສະມາຊິກທີ່ຂາດບໍ່ໄດ້, ຂອງຄອບຄົວໃດໜຶ່ງ, ຄອບຄົວລໍຄອຍເຂົາເຈົ້າເຊົາສູບຢາເສບຕິດ, ຫຼຸດພົ້ນອອກຈາກຄວາມເຈັບເປັນ, ກັບບ້ານຢ່າງປອດໄພ.
ສຳລັບການເຊົາສູບຢາເສບຕິດແລ້ວ ເລື່ອງຍາກທີ່ສຸດແມ່ນຢູ່ທີ່ຈິດໃຈ, ການຊ່ວຍເຫຼືອດ້ານຈິດໃຈຕໍ່ກັບເຂົາເຈົ້າກໍແມ່ນວຽກໜຶ່ງຂອງພວກຂ້າພະເຈົ້າ.
ຮອຍຍິ້ມເປັນພະລັງແຮງ, ບໍ່ມີຜູ້ໃດບໍ່ຢາກໄດ້ຄວາມຮັກແພງຈາກຍາດພີ່ນ້ອງ ແລະໝູ່ເພື່ອນ, ບໍ່ມີຜູ້ໃດບໍ່ຢາກໄດ້ຄວາມອົບອຸ່ນຈາກຄອບຄົວ.
ຂ້າພເຈົ້າໂຊກດີຫລາຍທີ່ກອບກູ້ຊີວິດຂອງຜູ້ຖືກບັງຄັບໃຫ້ເຊົາສູບຢາເສບຕິດເປັນຫລາຍຄັ້ງ, ແຕ່ບໍ່ໄດ້ຕິດເຊື້ອພະຍາດ, ສາມາດເຕົ້າໂຮມກັບຄອບຄົວໄດ້. ຂ້າພະເຈົ້າຮັກຄອບຄົວ, ກໍຮັກວຽກຂອງຕົນເຊັ່ນກັນ.
ພະຍາຍາມສຸດຄວາມສາມາດຂອງຕົນ, ເຮັດໃຫ້ຜູ້ເສບຢາເສບຕິດປັບຊີວິດໄປຕາມທາງທີ່ຖືກຕ້ອງ.
Share with:
2021-06-28 16:52:35 cri
ທ່ານນາງ ຈູ່ຢ້າເຟີ່ງ ຕຳຫລວດຂອງສູນບຳບັດຜູ້ຕິດຢາເສບຕິດ