ພາສາລາວ

ຈັດກອງປະຊຸມສົນທະນາລະຫວ່າງສະມາຊິກພັກໜຸ່ມຂອງຈີນ ແລະລາວ

cri2021-06-24 22:41:05
Share
Share this with Close
Messenger Pinterest LinkedIn

ວັນທີ 22 ມິຖຸນານີ້, ຄະນະກຳມະການສູນກາງຊາວໜຸ່ມກອມມູນິດຈີນ ແລະ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້ຈັດກອງປະຊຸມສົນທະນາລະຫວ່າງສະມາຊິກພັກໜຸ່ມຂອງພັກກອມມູນິດຈີນ ແລະພັກປະຊາຊົນປະຕິວັດລາວ. ສະຫາຍນາງ ຕົງເຊຍ ຫົວໜ້າຄະນະພົວພັນຮ່ວມມືກັບຕ່າງປະເທດຂອງສູນກາງຊາວໜຸ່ມກອມມູນິດຈີນ ແລະ ສະຫາຍນາງແກ້ວອຸດອນ ແສງມະນີວົງ ຫົວໜ້າກົມອົບຮົມຊາວໜຸ່ມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະມາຊິກພັກຊາວໜຸ່ມຂອງພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວທັງໝົດ 20 ກວ່າສະຫາຍໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.

ໃນການສົນທະນາ, ສະຫາຍນາງຕົງເຊຍກ່າວວ່າ, ຄວາມຈະເລີນຮຸ່ງເຮືອງຂອງສອງປະເທດຈີນລາວໄດ້ສະແດງໃຫ້ເຫັນເຖິງພະລັງຊີວິດ ແລະຄວາມດີເລີດຂອງລະບອບສັງຄົມນິຍົມ. ຄະນະຊາວໜຸ່ມກອມມູນິດຈີນຍິນດີຮ່ວມກັບຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ຮັດແໜ້ນພື້ນຖານແຫ່ງມິດຕະພາບ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືກັນ, ຮ່ວມກັນຊຸກຍູ້ການພັດທະນາຊາວໜຸ່ມ, ເປັນການປະກອບສ່ວນເຂົ້າໃນພາລະກິດທີ່ຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ລາວຢ່າງຕໍ່ເນື່ອງ.

ສະຫາຍນາງແກ້ວອຸດອນ ແສງມະນີວົງກ່າວວ່າ, ປີນີ້ແມ່ນປີທີ່ພັກກອມມູນິດຈີນສ້າງຕັ້ງຂຶ້ນຄົບຮອບ 100 ປີ, ທັງແມ່ນປີທີ່ລາວ ແລະຈີນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ, ຜູ້ນຳສອງປະເທດໄດ້ປະກາດປີນີ້ເປັນປີມິດຕະພາບຈີນ-ລາວລາວ-ຈີນ, ການຈັດກອງປະຊຸມສົນທະນາຄັ້ງນີ້ມີຄວາມໝາຍສຳຄັນເປັນພິເສດ. ຝ່າຍລາວຍິນດີຮ່ວມມືກັບຝ່າຍຈີນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບອັນເປັນມູນເຊື້ອ, ເສີມສ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ຄູ່ຮ່ວມຊາຕາກຳລາວຈີນ ຈີນລາວ.

ສະມາຊິກພັກໜຸ່ມທີ່ເຂົ້າຮ່ວມການສົນທະນາຄັ້ງນີ້ຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບອຸດົມການແຕ່ຫົວທີຂອງຕົນໃນເວລາເຂົ້າເປັນສະມາຊິກພັກ, ບົດຮຽນ ແລະ ຄວາມຮູ້ສຶກທີ່ມີຕໍ່ວຽກງານຊາວໜຸ່ມ, ກໍຄືຄວາມປະທັບໃຈຕໍ່ກັບປະຫວັດສາດຂອງພັກ, ເຊິ່ງຄວາມຮູ້ສຶກ ແລະປະສົບການເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງຂະບວນການພັດທະນາແລະ ຜົນສຳເລັດອັນຍິ່ງໃຫຍ່ຂອງພັກກຳອຳນາດປະເທດຕົນຢ່າງມີຊີວິດຊີວາ.

Share with:

2021-06-24 22:41:05 CRI

ຈັດກອງປະຊຸມສົນທະນາລະຫວ່າງສະມາຊິກພັກໜຸ່ມຂອງຈີນ ແລະລາວ

Share this story on

Messenger Pinterest LinkedIn