ພາສາລາວ

ພະຍາບານລູ້ຈູພີ

cri2021-06-09 16:05:03
Share
Share this with Close
Messenger Pinterest LinkedIn

ຈັບໃບສົ່ງຢາ, ປຸງຢາ, ຢືນຢັນຖານະຄົນເຈັບ, ຂ້າເຊື້ອ, ສັກຢາ…ນີ້ແມ່ນວຽກປະຈຳວັນຂອງຂ້ອຍ

ຂ້ອຍແມ່ນພະຍາບານໃນພະແນກພະຍາດຕິດແປດ

ໃນຖານະເປັນພະຍາບານເພດຊາຍພຽງຜູ້ດຽວໃນພະແນກຂ້ອຍ, ການເຂົ້າປະຈຳການໃນຝຽນກາງຄືນ, ການຍ້າຍເຄື່ອງໜັກເຫຼົ່ານີ້ເປັນຕົ້ນ, ຂ້ອຍຈະເຮັດໂລດໂດຍບໍ່ລັ່ງເລໃຈ

ຄົນທັງຫຼາຍລ້ວນແຕ່ເວົ້າວ່າ: ນາງພະຍາບານອ່ອນຫວານນິ້ມນວນ ທັງຄິດລະອຽດຮອບຄອບ, ແຕ່ທ່າແຮງຂອງຂ້ອຍກໍມີຫຼາຍຢ່າງເຊັ່ນກັນ

ອາຊີບພະຍາບານຕ້ອງລະອຽດຮອບຄອບ, ຄວາມອົດທົນ ແລະ ຄວາມເຂົ້າໃຈ

ນອກຈາກເຈັບປວດຕາມຮ່າງກາຍແລ້ວ, ຄົນເຈັບຍັງມີຄວາມກົດດັນທາງຈິດໃຈຫຼາຍທີ່ສຸດ

ການແພດບໍ່ສາມາດແກ້ໄຂໄດ້ທຸກບັນຫາ, ເມື່ອສົນທະນາແລກປ່ຽນກັບເຂົາເຈົ້າໃນແງ່ມຸມຄົນເຈັບ, ການປິ່ນປົວຈິ່ງຈະໄດ້ມີຜົນດີກວ່າ

ໃຊ້ວິຊາສະເພາະຂອງຕົນໄປຊ່ວຍຄົນໜຶ່ງ ແລະ ຄອບຄົວໜຶ່ງ ເພື່ອຄວາມສຸກຂອງເຂົາເຈົ້າ, ຂ້ອຍຮູ້ສຶກວ່າມີຄວາມໝາຍຫຼາຍ

ນອກໂມງການ, ຂ້ອຍແມ່ນພໍ່ລູກອ່ອນ, ມັກໄປແລ່ນຫັດກາຍ ແລະ ພາລູກໄປຫຼິ້ນນຳເມຍຂ້ອຍ

ຕອນຫາກໍ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19, ລູກສາວຂອງຂ້ອຍຫາກໍ່ໄດ້ 1 ເດືອນ

ຫຼັງຈາກຈັດແຈງບັນຫາຄອບຄົວແລ້ວໆ, ຂ້ອຍສະໝັກໃຈໄປຊ່ວຍວຽກຢູ່ແຂວງຫູເປີຍ

ຫຼາຍຄົນຖາມຂ້ອຍວ່າ: ຍາກບໍ່, ຢ້ານບໍ່?

ເມື່ອໃສ່ຊຸດປ້ອງກັນ, ຍ່າງເຂົ້າເຂດແຍກປ່ຽວ, ກໍບໍ່ໄດ້ຄິດຫາເລື່ອງຍາກ ແລະ ເລື່ອງຢ້ານເລີຍ.

35 ວັນທີ່ຢູ່ນະຄອນອູຮັ້ນ, ຄືປະສົບການທີ່ຂ້ອຍຫຼົງລືມໄດ້ຍາກໃນຕະຫຼອດຊີວິດ

ສິ່ງທີ່ເຮັດໃຫ້ຂ້ອຍພາກພູມໃຈທີ່ສຸດກໍແມ່ນ, ຢູ່ນະຄອນອູຮັ້ນ, ຂ້ອຍໄດ້ເຂົ້າເປັນສະມາຊິກພັກກອມມູນິດຈີນຢ່າງມີກຽດສະຫງ່າ.

ມີຖານະເປັນສະມາຊິກພັກແລ້ວ, ຂ້ອຍມີຄວາມຮູ້ສຶກຕ່າງຈາກແຕ່ກ່ອນຫຼາຍ

ຂ້ອຍບໍ່ພຽງແຕ່ຈະເຮັດວຽກຂອງຕົນໃຫ້ດີ, ຍັງຕ້ອງຮັບໜ້າທີ່ຮັບໃຊ້ສັງຄົມໃຫ້ຫຼາຍກວ່າເກົ່າ, ຍິ່ງຕ້ອງກ້າໄປບ່ອນທີ່ອັນຕະລາຍທີ່ສຸດ ແລະ ບ່ອນທີ່ຕ້ອງການຂ້ອຍທີ່ສຸດຢູ່ທຸກເວລາ

ຂ້ອຍແມ່ນພະຍາບານຄົນໜຶ່ງ, ຂ້ອຍຊື່ລູ້ຈູພີ

Share with:

2021-06-09 16:05:03 cri

ພະຍາບານລູ້ຈູພີ

Share this story on

Messenger Pinterest LinkedIn