ພາສາລາວ

ເວລາໃດ BBC ຈຶ່ງຈະຢຸດຕິການສ້າງຂ່າວປອມ?

cri2021-05-27 16:05:19
Share
Share this with Close
Messenger Pinterest LinkedIn

ພາຍຫຼັງເລື່ອງພາຍໃນທີ່ທ້າວ ມາຕິນ ບາເຊຍ ນັກຂ່າວຂອງບໍລິສັດວິທະຍຸກະຈາຍສຽງອັງກິດຫຼື BBC ຫຼອກລວງເຈົ້າຍິງ ໄດອັນນາ ສະເປນເຊີ ໃຫ້ເຫັນດີສຳພາດຂ່າວຕອນທີ່ເພິ່ນຍັງມີຊີວິດຢູ່ໄດ້ຖືກເປີດເຜີຍຕໍ່ພາຍນອກ, ສົ່ງຜົນເຮັດໃຫ້ເກີດມີປະຕິກິລິຍາຕາມມາພາຍຫຼັງຢ່າງຕໍ່ເນື່ອງ. ວັນທີ 21 ພຶດສະພານີ້, ລັດຖະບານອັງກິດໄດ້ຕົກລົງຈະສືບສວນລະບົບຄຸ້ມຄອງບໍລິຫານຂອງ BBC, ວັນທີ 22 ເດືອນດຽວກັນ, ອະດີດຜູ້ອຳນວຍການໃຫຍ່ຂອງ BBC ທີ່ໄດ້ດຳລົງຕຳແໜ່ງຢູ່ຫໍວິຈິດສິນແຫ່ງຊາດອັງກິດນັ້ນຈຳເປັນຕ້ອງລາອອກຈາກຕຳແໜ່ງ. ການກະທຳທີ່ອັບປີຂອງ BBC ໄດ້ຖືກຄົນທັງຫຼາຍກ່າວປະນາມ, ເຈົ້າຊາຍວິລຽມ(William)ແລະເຈົ້າຊາຍແຮນຣີ(Henry), ພະໂອລົດຂອງເຈົ້າຍິງໄດອັນນາ ສະເປັນເຊີ ກໍໄດ້ອອກຖະແຫຼງການກ່າວປະນາມ BBC ທີ່ໄດ້ໂອກາດສຳພາດສະເດັດແມ່ຕົນດ້ວຍວິທີທີ່ບໍ່ເປັນທຳ. ເຈົ້າຊາຍວິລຽມ ກ່າວວ່າ, ການສຳພາດຂ່າວດັ່ງກ່າວໄດ້ສົ່ງຜົນເຮັດໃຫ້ບັນຫາຈິດໃຈຂອງແມ່ຊຸດໂຊມລົງ, ທັງໄດ້ທຳລາຍການພົວພັນລະຫວ່າງສະເດັດພໍ່ກັບສະເດັດແມ່ຂອງຕົນ. ເຈົ້າຊາຍແຮນຣີ ກໍກ່າວວ່າ, ວິທີຫຼອກລວງເພື່ອສຳພາດດັ່ງກ່າວໄດ້ມີສ່ວນເຮັດໃຫ້ສະເດັດແມ່ໄດອັນນາເສຍຊີວິດໂດຍກົງ. ແຕ່ວ່ານັບມາຮອດປັດຈຸບັນນີ້, ພຶດຕິກຳຫຼອກລວງແບບນີ້ຍັງໄດ້ເກີດຂຶ້ນຢູ່ເລື້ອຍໆໃນສື່ຕ່າງໆຂອງອັງກິດ.

ການສຳພາດພະບໍລົມວົງສານຸວົງຂອງອັງກິດ, BBC ກໍໄດ້ໃຊ້ວິທີຫຼອກລວງແບບນີ້, ສ່ວນການລາຍງານຂ່າວຂອງ BBC ກ່ຽວກັບການເມືອງພູມີພາກແລະຮູບຖານຈິດສຳນຶກແຮ່ງເຕັມໄປດ້ວຍຂ່າວປອມແລະການຫຼອກລວງ. ສື່ມວນຊົນແຫ່ງນີ້ທີ່ມັກເອີ້ນຕົນເອງວ່າ: “ຂ່າວອິດສະຫຼະ” ແລະ “ໜ້າເຊື່ອຖື” ຍັງໄດ້ສືບຕໍ່ໃຊ້ວິທີຫຼອກລວງຄືເກົ່າ.

ວັນທີ 24 ມັງກອນປີນີ້, ໜັງສືພິມ “ຈີນລາຍວັນ” ຫຼື Chinadaily ໄດ້ເປີດເຜີຍຟີມສາລະຄະດີທີ່ຊື່ວ່າ: “ຄົ້ນຫາຄວາມຫຼອກລວງຂອງສື່ຕ່າງປະເທດກ່ຽວກັບເຂດປົກຄອງຕົນເອງເຜົ່າອຸຍເກີຊິ່ນຈ່ຽງ”, ໂດຍໄດ້ສຳຫຼວດແລະສຳພາດເຈາະເລິກຂ່າວທີ່ກ່ຽວຂ້ອງ, ໄດ້ເປີດເຜີຍວິທີຕ່າງໆກ່ຽວກັບການໃສ່ຮ້າຍປ້າຍສີຂອງສື່ມວນຊົນປະເທດຕາເວັນຕົກເຊັ່ນ BBC ແລະສື່ອື່ນໆທີ່ມີຕໍ່ເຂດປົກຄອງຕົນເອງຊິ່ນຈ່ຽງຂອງຈີນ. ໃນເວລາລາຍງານຂ່າວກ່ຽວກັບເຂດປົກຄອງຕົນເອງຊິ່ນຈ່ຽງ, ສື່ເຫຼົ່ານີ້ໄດ້ສ້າງບັນຍາກາດທີ່ເປັນຕາຢ້ານດ້ວຍວິທີການຕັດຕໍ່ພາບແລະສ້າງຂ່າວລືກ່ຽວກັບການບັງຄັບຄົນອອກແຮງງານ; ສື່ບາງແຫ່ງພຽງໄດ້ເຫັນ “ຝາກຳແພງແລະເວທີສູງ” ກໍເລີຍຄາດເດົາໄປວ່າເປັນ “ຄ້າຍຄຸມຂັງ”, ຍັງມີສື່ບາງແຫ່ງພຽງແຕ່ໄດ້ເຫັນໂຮງຮຽນອະນຸບານສອນພາສາຈີນກາງກໍເວົ້າວ່າ: “ຊາວຊິນຈ່ຽງຖືກບັງຄັບໃຫ້ເວົ້າແຕ່ພາສາຈີນກາງ” ແລະອື່ນໆ.

ວັນທີ 26 ມັງກອນປີ 2020, ບັນຫາແຫຼ່ງກຳເນີດຂອງພະຍາດໂຄວິດ-19 ຍັງບໍ່ມີການຢັ້ງຢືນທາງວິທະຍາສາດເທື່ອ, ແຕ່ BBC ກໍໄດ້ລາຍງານຂ່າວກ່ອນຜົນສຳຫຼວດຂອງນັກວິທະຍາສາດວ່າ: ນະຄອນອູຮັ້ນແມ່ນ “ແຫຼ່ງກຳເນີດ” ຂອງການແຜ່ລະບາດຂອງພະຍາດໂຄວິດ-19.

ສ່ວນທ້າວ ຈອນ ຊັດເວີດ ນັກຂ່າວອີກຜູ້ໜຶ່ງຂອງ BBC, ໄດ້ໜີອອກຈາກຈີນແຜ່ນດິນໃຫຍ່ໄປໄຕຫວັນຂອງຈີນພາຍຫຼັງທີ່ໄດ້ລາຍງານຂ່າວກ່ຽວກັບປະເທດຈີນເຊິ່ງໄດ້ຖືກຄົນຕິຕຽນຢ່າງຫຼວງຫຼາຍ. ສິ່ງທີ່ເປັນຕາຫົວຂວັນນັ້ນກໍຄື: ກ່ອນຈະໜີອອກຈາກຈີນແຜ່ນດິນໃຫຍ່, ທ້າວຈອນ ຊັດເວີດ ບໍ່ໄດ້ປະຕິບັດຕາມທຳນຽມໃນຖານະເປັນນັກຂ່າວຕ່າງປະເທດປະຈຳປະເທດຈີນກ່ອນລາອອກຈາກຕຳແໜ່ງ.

BBC ໄດ້ສ້າງຂ່າວລືແລະລາຍງານຂ່າວປອມຢ່າງຫຼວງຫຼາຍກ່ຽວກັບປະເທດຈີນແລະເຂດປົກຄອງຕົນເອງຊິ່ນຈ່ຽງຂອງຈີນ, ຄ້າຍຄືກັບເຫດການຫຼອກລວງແລະສຳພາດຂ່າວເຈົ້າຍິງໄດອັນນາ, BBC ບໍ່ພຽງແຕ່ບໍ່ໄດ້ກ່າວຕັກເຕືອນແລະຕິຕຽນການກະທຳທີ່ລະເມີດຈັນຍາບັນໃນອາຊີບຂ່າວຂອງນັກຂ່າວຂອງຕົນ, ຍິ່ງກວ່ານັ້ນ, BBC ຍັງໄດ້ປົກປ້ອງແລະປ່ອຍໃຫ້ນັກຂ່າວເຫຼົ່ານີ້ເຮັດຕາມໃຈໂດຍບໍ່ໄຈແຍກຖືກຜິດແລະເສຍຫຼັກການເລີຍ. BBC ກໍຄວນຂໍອະໄພນຳປະຊາຊົນຈີນຢ່າງຈິງໃຈຈະດີກວ່າ.

ກະຊວງການຕ່າງປະເທດເຄືອຈັກກະພົບແລະການພັດທະນາອັງກິດໄດ້ໃຫ້ເງິນອຸດໜູນ ແກ່ຊ່ອງສາກົນຂອງ BBC ໃນທຸກປີ, ປີນີ້ແຮ່ງໄດ້ໃຫ້ເງິນປອນອັງກິດ 8 ລ້ານປອນເພື່ອໃຊ້ໃນອັນທີ່ເອີ້ນວ່າ: “ຮັບມືກັບຂ່າວປອມ”. ຫວັງວ່າເງິນເຫຼົ່ານີ້ຈະສາມາດນຳໄປໃຊ້ໃນວຽກງານທີ່ສຳຄັນ, ແລະກວາດລ້າງຂ່າວລືແລະຂ່າວປອມທີ່ BBC ສ້າງຂຶ້ນໃຫ້ເຫັນຜົນຢ່າງແທ້ຈິງ.

Share with:

2021-05-27 16:05:19 cri

ເວລາໃດ BBC ຈຶ່ງຈະຢຸດຕິການສ້າງຂ່າວປອມ?

Share this story on

Messenger Pinterest LinkedIn